ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຈ້າງ ຄົນເຂົ້າເຮັດວຽກ ເພີ້ມຂຶ້ນ ໃນເດືອນມິຖຸນາ ແຕ່ເສດຖະກິດໂລກ ຍັງບໍ່ມີຄວາມແນ່ນອນ


US Hiring Rebounds In June, but Global Economic Uncertainty Remains
please wait

No media source currently available

0:00 0:02:07 0:00

ການວ່າຈ້າງງານ ຢູ່ໃນສະຫະລັດ ໄດ້ຟື້ນຄືນມາອີກ ໃນເດືອນມິຖຸນາ ແຕ່ເສດຖະກິດ ໂລກ ຍັງຄົງບໍ່ແນ່ນອນຢູ່

ການວ່າຈ້າງ ຢູ່ໃນສະຫະລັດ ໄດ້ຟື້ນຄືນມາອີກ ໃນເດືອນມິຖຸນາ ໂດຍພາກ ສ່ວນບໍລິສັດ ເອກະຊົນ ໄດ້ເພີ່ມໜ້າວຽກໃໝ່ໃສ່ ຈຳນວນ 287,000 ໜ້າວຽກ. ຕົວເລກດັ່ງກ່າວ ແມ່ນໄດ້ຖີບຂຶ້ນຢ່າງໃຫຽ່ ໄກຈາກຈຳນວນເມື່ອເດືອນກ່ອນ ຕັ້ງຫຼາຍ ເວລາ ເສດຖະກິດ ສະຫະລັດ ໄດ້ເພີ້ມໜ້າວຽກແຕ່ພຽງ 38,000 ໜ້າ ວຽກເທົ່ານັ້ນ. ແຕ່ວ່າ ການເພີ່ມໜ້າວຽກ​ ບໍ່ແມ່ນເປັນພຽງສິ່ງດຽວ ທີ່ຈະພາໃຫ້ ອັດຕາການຫວ່າງງານແຫ່ງຊາດ ຫຼຸດລົງ ຊຶ່ງ ໄດ້ສູງຂຶ້ນສອງສ່ວນສິບ ຂອງ ສ່ວນຮ້ອຍ ເປັນ 4.9 ເປີເຊັນ -- ຊຶ່ງສ່ວນຫຼາຍ ແມ່ນເປັນຍ້ອນ ວ່າ ຫຼາຍຄົນ ພາກັນອອກໄປຫາ ວຽກເຮັດງານທຳ. ເຖິງແມ່ນວ່າ ວຽກເຮັດງານທຳ ຈະໄດ້ ເພີ່ມ ຈຳນວນຂຶ້ນກໍຕາມ ແຕ່ພວກນັກວິເຄາະ ກໍກ່າວວ່າ ຄວາມບໍ່ແນ່ນອນ ຂອງເສດຖະກິດ ກໍຍັງຄົງມີຢູ່. ຜູ້ສື່ຂ່າວວີໂອເອ Mil Arcega ມີລາຍງານ ກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ການສ້າງໜ້າວຽກເຮັດງານທຳ ໃນເດືອນມິຖຸນາ ຜ່ານມາ ໄດ້ສົ່ງເສີມຄວາມ ເຊື່ອໝັ້ນຕໍ່ເສດຖະກິດ ຂອງສະຫະລັດ ຊຶ່ງມີຄວາມຕ້ອງການຫຼາຍ ໃນຊ່ວງນັ້ນ. ສ່ວນພາບພົດຂອງເສດຖະກິດ ຢູ່ໃນທົ່ວໂລກ ກໍແມ່ນວ່າ ແຫ່ງຮ້າຍໄປກວ່ານັ້ນ. ສະຫະລາດຊະອານາຈັກ ອັງກິດ ຍັງສືບຕໍ່ເສຍຫຼັກໄປຕື່ມ ຈາກການລົງຄະແນນ ສຽງຖອນຕົວ Brexit ອອກຈາກສະຫະພາບຢູໂຣບ ແລະ ການຂະຫຍາຍຕົວ ໃນຕະຫຼາດ ທີ່ໂພ່ຂຶ້ນມາ ກໍແມ່ນຍັງອ່ອນແອຢູ່. ຄວາມອ່ອນແອອັນນັ້ນ ປະກອບ ກັບ ລາຄາເງິນໂດລາ ທີ່ແຂງຕົວຂຶ້ນຕື່ມ ອາດເປັນຜົນກະທົບ ຕໍ່ຄວາມຕ້ອງການ ສິນຄ້າຕ່າງໆ ຈາກສະຫະລັດ.

ການສ້າງ ວຽກເຮັດງານທຳ ຂອງ ສະຫະລັດ
ການສ້າງ ວຽກເຮັດງານທຳ ຂອງ ສະຫະລັດ

ພວກເຮົາໄດ້ໂອ້ລົມກັບ ນັກວິເຄາະ ອາວຸໂສ ຈາກບໍລິສັດ Bankrate.com ທ່ານ Mark Hamrick ຜ່ານທາງ Skype.

ທ່ານ Hamrick ກ່າວວ່າ “ຖ່າມກາງຄວາມໄຫວຕົວ ໃນຊ່ວງເວລາ ທີ່ພວກ ເຮົາດຳລົງຊີວິດຢູ່ ໃນລະດັບໃດລະດັບໜຶ່ງ ທີ່ເຮັດໃຫ້ມີຄວາມໝັ້ນໃຈ ຢ່າງ ແທ້ຈິງນີ້ ທີ່ໄດ້ເຫັນ ການວ່າຈ້າງກັບຄືນມາ ໃນເດືອນມິຖຸນາ ແຕ່ວ່າ ເມື່ອ ຫຼາຍສິ່ງຫຼາຍຢ່າງມີການປ່ຽນແປງ ມັນກໍຍິ່ງປາກົດວ່າ ທຸກສິ່ງທຸກຢ່າງ ຍັງ ຢູ່ຄືເກົ່າ.”

ອັນນັ້ນ ເພາະເຖິງແມ່ນວ່າ ວຽກເຮັດງານທຳຈະເພີ່ມຂຶ້ນຫຼາຍກວ່າ ທີ່ໄດ້ຄາດ ກັນໄວ້ ກໍຕາມ ໃນເດືອນມິຖຸນາ - ແຕ່ອັດຕາ ການວ່າຈ້າງງານ ກໍຍັງຄົງຢູ່ 25 ເປີເຊັນ ຕ່ຳກວ່າ ຈັງວະຂອງປີກາຍນີ້. ແຕ່ປານນັ້ນ ທຳນຽບຂາວ ກໍຍັງກ່າວວ່າ ບົດລາຍງານວຽກການ ຫຼ້າສຸດ ແມ່ນ ມີເກືອບ 15 ລ້ານໜ້າວຽກໃໝ່ ທີ່ໄດ້ຖືກ ສ້າງຂຶ້ນມາ ນັບຕັ້ງແຕ່ ຕອນສິ້ນສຸດ ຂອງພາວະຖົດຖອຍຄັ້ງໃຫຍ່ ຂອງ ເສດຖະກິດ.

ບົດລາຍງານນັ້ນ ເປັນຂ່າວດີ ສຳລັບຕະຫຼາດຮຸ້ນ Wall Street ບ່ອນທີ່ ດັດສະນີທີ່ສຳຄັນໆ ຍັງຄົງຢູ່ໃນດ້ານບວກ. ທ່ານ Chris Dearborn ຂອງ ຕະຫຼາດຮຸ້ນ NASDAQ ກ່າວວ່າ ຜົນໃນທີ່ສຸດ ກໍແມ່ນວ່າ ເສດຖະກິດ ກຳລັງ ຂະຫຍາຍຕົວຂຶ້ນ ເພາະວ່າ ປະຊາຊົນອີກຫຼາຍຄົນ ໄດ້ວຽກເຮັດງານທຳ. ທ່ານ Dearborn ໄດ້ໂອ້ລົມກັບ Jill Malandrino ນັກຂ່າວຂອງວີໂອເອ ຢູ່ທີ່ ນະຄອນ New York.

ທ່ານ Dearborn ກ່າວວ່າ “ຈື່ໄດ້ບໍ່ ການລອຍຕົວຂຶ້ນ 2 ສ່ວນ 3 ຂອງຜູ້ບໍລິ ໂພກ ສະຫະລັດ ຈາກຜົນຜະລິດເສດຖະກິດ ສຳລັບປະເທດນີ້. ສະນັ້ນ ທ່ານ ຈະຖືກດຶງຂຶ້ນ ຈາກບ່ອນນັ່ງຂອງທ່ານ ໂດຍການໄປໃຊ້ຈ່າຍຊື້ເຄື່ອງຂອງ. ແລະ ຖ້າມີການສ້າງໜ້າວຽກ ປະຊາຊົນກໍຈະມີ ເງິນໃນຖົງ ແລ້ວພວກເຂົາ ເຈົ້າ ກໍຈະພາກັນອອກໄປໃຊ້ຈ່າຍ.”

ອັນທີ່ບໍ່ທັນຈະແຈ້ງເທື່ອນັ້ນ ກໍແມ່ນວ່າ ການໄດ້ຮັບໜ້າວຽກທີ່ໝັ້ນຄົງ ຈະພຽງພໍ ທີ່ຈະກະຕຸ້ນໃຫ້ ທະນາຄານກາງ ສະຫະລັດ ຂຶ້ນອັດຕາດອກເບ້ຍ ທີ່ຕ່ຳເປັນ ປະວັດການນີ້. ນັກເສດຖະສາດດ້ານທະນາຄານ ທ່ານ Curt Long ໄດ້ໃຫ້ ຄວາມເຫັນແກ່ພວກເຮົາ.

ທ່ານ Curt Long ຈາກ ສະມາຄົມ ຂອງ Federal Credit Unions ກ່າວວ່າ “ໃນຫຼາຍໆດ້ານ ບົດລາຍງານນີ້ ຈະປົດເປື້ອງຄວາມກັງວົນຫຼາຍຢ່າງ ທີ່ໄດ້ ເກີດຂຶ້ນໂດຍຄວາມອ່ອນແອ ຂອງລາຍງານເມື່ອເດືອນພຶດສະພາ ຜ່ານມາ. ດັ່ງທີ່ໄດ້ກ່າວໄປແລ້ວນັ້ນ ມັນ ບໍ່ເຂັ້ມແຂງຫຼາຍປານໃດ ມັນຈະເຮັດໃຫ້ ທະນາຄານກາງ ຍົກອັດຕາດອກເບ້ຍຂຶ້ນ ໄວກວ່າ ທີ່ພວກເຂົາເຈົ້າໄດ້ ມີແຜນໄວ້ຢູ່ແລ້ວ.”

ພວກນັກເສດຖະສາດທັງຫຼາຍ ໄດ້ບອກວີໂອເອ ວ່າ ດ້ວຍອັດຕາເງິນເຟີ້ ທີ່ຍັງຢູ່ ໃນຂັ້ນຕ່ຳກວ່າເປົ້າໝາຍທີ່ທະນາຄານກາງ ໄດ້ວາງເອົາໄວ້ ຢູ່ 2 ເປີເຊັນນີ້ ແລະ ຄ່າຈ້າງ ສ່ວນໃຫຍ່ແລ້ວ ກໍຢູ່ສະໝ່ຳສະເໝີ ຈຶ່ງເບິ່ງຄືວ່າ ບັນດາເຈົ້າໜ້າ ທີ່ ທະນາຄານກາງ ຈະບໍ່ຍົກອັດຕາດອກເບ້ຍຂຶ້ນ ເວລາ ພວກເພິ່ນພົບປະກັນ ໃນທ້າຍເດືອນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG