ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ພິພາກສາສານ ສຫລ ໄດ້ໂຈະ ສ່ວນນຶ່ງ ຂອງ ດຳລັດ ປ. ທຣຳ ກ່ຽວກັບ ຄົນເຂົ້າເມືອງ ໄວ້ຊົ່ວຄາວ


ຜູ້ປະທ້ວງຄົນນຶ່ງ ຢືນປະເຊີນໜ້າກັບ ເຈົ້າໜ້າທີ່ຕຳຫຼວດ ຢູ່ທາງເຂົ້າ ຂອງອາຄານປາຍທາງ ເລກ 4 ຢູ່ສະໜາມບິນ ສາກົນ John F. Kennedy ໃນນະຄອນ New York, ວັນທີ 28 ມັງກອນ 2017, ຫຼັງຈາກມື້ທີສອງຂອງ ພວກອົບພະຍົບ ຈາກອີຣັກ ໄດ້ຖືກຄວບຄຸມຕົວໄວ້ ໃນຂະນະທີ່ພະຍາຍາມ ຈະເຂົ້າມາໃນສະຫະລັດ.
ຜູ້ປະທ້ວງຄົນນຶ່ງ ຢືນປະເຊີນໜ້າກັບ ເຈົ້າໜ້າທີ່ຕຳຫຼວດ ຢູ່ທາງເຂົ້າ ຂອງອາຄານປາຍທາງ ເລກ 4 ຢູ່ສະໜາມບິນ ສາກົນ John F. Kennedy ໃນນະຄອນ New York, ວັນທີ 28 ມັງກອນ 2017, ຫຼັງຈາກມື້ທີສອງຂອງ ພວກອົບພະຍົບ ຈາກອີຣັກ ໄດ້ຖືກຄວບຄຸມຕົວໄວ້ ໃນຂະນະທີ່ພະຍາຍາມ ຈະເຂົ້າມາໃນສະຫະລັດ.

ສານລັດຖະບານກາງສະຫະລັດ ໄດ້ເຂົ້າແຊກແຊງ ຫຼັງຈາກທີ່ ດຳລັດດ້ານບໍລິຫານ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ຈຳກັດຄົນເຂົ້າເມືອງ ທີ່ມາຈາກ
ເຈັດ ປະເທດທີ່ເປັນມຸສລິມ ສ່ວນໃຫຍ່ ນັ້ນ ໄດ້ກໍ່ໃຫ້ເກີດຄວາມສັບສົນຢ່າງກວ້າງ
ຂວາງ ໃນຈຳພວກ ຊາວອົບພະຍົບ ພວກຄົນທີ່ມີບັດຂຽວ ພວກນັກສຶກສາ ແລະ ພວກຄົນງານ ທັງຫຼາຍ ທີ່ໄດ້ຖືກຄວບຄຸມຕົວໄວ້ ຢູ່ທີ່ສະໜາມບິນຕ່າງໆ ຂອງ
ອາເມຣິກາ ຫຼື ພວກທີ່ໄດ້ຖືກຫ້າມບໍ່ໃຫ້ຂຶ້ນຖ້ຽວບິນສາກົນ ເພື່ອເຂົ້າມາໃນ
ສະຫະລັດ.

Trump Immigration Order Sparks Protests at NY Airport
please wait

No media source currently available

0:00 0:01:15 0:00

ເມື່ອຕອນແລງວັນເສົາວານນີ້ ຜູ້ພິພາກສາຂອງສານເມືອງ ໃນນະຄອນ New York ທ່ານນາງ Ann Donnelly ໄດ້ອອກຄຳສັ່ງສຸກເສີນ ທີ່ຫ້າມບໍ່ໃຫ້ເນລະເທດພວກຄົນ ຜູ້ທີ່ໄດ້ຖືກຄວບຄຸມໂຕ ຫຼັງຈາກທີ່ໄດ້ເດີນທາງມາຮອດສະໜາມບິນ ສະຫະລັດ ດ້ວຍ ວີຊາທີ່ຖືກຕ້ອງ ໄວ້ກ່ອນຊົ່ວຄາວ. ຄຳສັ່ງນີ້ ຍັງໄດ້ຫ້າມການຄວບຄຸມຕົວ ຜູ້ໃດກໍຕາມ ທີ່ມີຄຳຮ້ອງ ທີ່ໄດ້ຮັບການຢືນຢັນ ວ່າ ເປັນອົບພະຍົບ.

ທ່ານນາງ Donnelly ໄດ້ກ່າວ ຢູ່ໃນຄຳສັ່ງຂອງທ່ານນັ້ນ ວ່າ “ມັນເປັນອັນຕະລາຍ ທີ່ອາດຈະເກີດຂຶ້ນໄດ້ ຖ້າບໍ່ໂຈະການສົ່ງຄືນນັ້ນ ມັນຈະເຮັດໃຫ້ເປັນໄປໄດ້ສູງ
ແລະ ຈະສ້າງບາດແຜທີ່ບໍ່ສາມາດແກ້ໄຂໄດ້ ຕໍ່ພວກຊາວອົບພະຍົບ ພວກທີ່ມີ
ວີຊາ ແລະ ພວກບຸກຄົນອື່ນໆ ຈາກປະເທດຕ່າງໆ”
ຜູ້ທີ່ຕົກຢູ່ພາຍໃຕ້ດຳລັດ ຂອງປະທານາທິບໍດີ.

Trump on Refugee Order: 'It's Not a Muslim Ban'
please wait

No media source currently available

0:00 0:00:25 0:00

ຖະແຫລງການຂອງ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ຂອງ​ສະຫະລັດ ສະບັບ ທີ່ໄດ້ນຳອອກເຜີຍແຜ່ ຕອນເຊົ້າວັນອາທິດມື້ນີ້ ໄດ້ກ່າວວ່າ ຕົນຈະ “ປະຕິບັດຕາມ ຄຳສັງຂອງສານ” ແຕ່ກ່າວຕໍ່ໄປວ່າ ຕົນຍັງຈະ “ຈັດຕັ້ງປະຕິບັດ ດຳລັດດ້ານບໍລິ
ຫານ ຂອງປະທານາທິບໍດີ ເພື່ອຮັບປະກັນວ່າ ຈຳພວກທີ່ເຂົ້າມາໃນສະຫະລັດ ຈະບໍ່ເປັນໄພຂົ່ມຂູ່ ຕໍ່ປະເທດ ຫຼື ປະຊາຊົນອາເມຣິກັນຂອງພວກເຮົາ.”

ລາຍງານຕ່າງໆ ຈາກບັນດາເຈົ້າໜ້າທີ່ຂອງລັດຖະບານກາງ ໄດ້ຊີ້ໃຫ້ເຫັນວ່າ ຢ່າງນ້ອຍ 170 ຄົນ ໄດ້ຖືກຄວບຄຸມໂຕໄວ້ ນັບຕັ້ງແຕ່ທ່ານທຣຳ ໄດ້ລົງນາມ ໃນດຳລັດຂອງທ່ານ ຢູ່ທີ່ທຳນຽບຂາວ ເມື່ອວັນສຸກ ຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG