ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ເຕືອນຈີນ ໂດຍທາງອ້ອມ ບໍ່ໃຫ້ ເຄື່ອນໄຫວ ຕາມລຳພັງ


ທ່ານນາງ Hillary Clinton (ຂວາ) ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະ ທ່ານ Fumio Kishida ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໃນກອງປະຊຸມໃຫ້ສຳພາດຂ່າວ ຮ່ວມກັນ ທີ່ນະຄອນວໍຊິງຕັນດີຊີ ໃນວັນທີ 18 ມັງກອນ 2013.
ທ່ານນາງ Hillary Clinton (ຂວາ) ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະ ທ່ານ Fumio Kishida ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໃນກອງປະຊຸມໃຫ້ສຳພາດຂ່າວ ຮ່ວມກັນ ທີ່ນະຄອນວໍຊິງຕັນດີຊີ ໃນວັນທີ 18 ມັງກອນ 2013.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ເວົ້າວ່າ ສະຫະລັດແມ່ນຄັດຄ້ານຕໍ່ການ ດຳເນີນການຕາມລຳພັງໃດໆກໍຕາມກ່ຽວກັບໝູ່ເກາະ ທີ່ເປັນ
ບັນຫາຂັດແຍ້ງ ໃນທະເລຈີນຕາເວັນອອກ.

ໃນການຖະແຫຼງຕໍ່ກອງປະຊຸມໃຫ້ສຳພາດຂ່າວ ຮ່ວມກັບລັດ
ຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Fumio Kishida ທີ່ກໍາລັງຢ້ຽມຢາມສະຫະລັດຢູ່ນັ້ນ ທ່ານ ນາງຮຽກຮ້ອງໃຫ້ຍີ່
ປຸ່ນ ແລະຈີນແກ້ໄຂບັນຫາຂັດແຍ້ງເລື່ອງເຂດນໍ້າແດນດິນ
ລະຫວ່າງປະເທດທັງສອງໂດຍສັນຕິວິທີ. ແຕ່ໃນຂະນະດຽວ
ກັນ ທ່ານນາງກໍໄດ້ເຕືອນຈີນໂດຍທາງອ້ອມຕໍ່ການເຄື່ອນໄຫວ
ຕາມລຳພັງໃດໆກໍຕາມ ທີ່ຈະບ່ອນທຳລາຍການຄວບຄຸມໝູ່
ເກາະດັ່ງກ່າວຂອງຍີ່ປຸ່ນ.

ທ່ານ Kishida ໄດ້ສະແດງຄວາມຍິນດີຕໍ່ການໃຫ້ຄໍາສະໜັບສະໜຸນຂອງທ່ານນາງຄລິນ
ຕັນ ແຕ່ທ່ານກໍເວົ້າວ່າ ປະເທດຂອງທ່ານຢາກມີຄວາມສຳພັນອັນດີງາມກັບຈີນ. ຄວາມເຄັ່ງ
ຕຶງກ່ຽວກັບໝູ່ເກາະນ້ອຍໆ ທີ່ຍີ່ປຸ່ນເອີ້ນວ່າ ໝູ່ເກາະ Senkaku ແລະຈີນເອີ້ນວ່າ Diaoyu ນັ້ນ ໄດ້ເພີ້ມທະວີສູງຂຶ້ນ ໃນຊຸມເດືອນຜ່ານມານີ້.

ລັດຖະບານປັກກິ່ງແລະໂຕກຽວ ປັດຈຸບັນຕ່າງກໍໄດ້ດໍາທຳການສອດແນມທາງອາກາດ ເທິງເຂດນ່ານນໍ້າທີ່ເປັນບັນຫາຂັດແຍ້ງກັນນັ້ນ.

ການຢ້ຽມຢາມກຸງວໍຊິງຕັນຂອງທ່ານ Kishida ແມ່ນການຢ້ຽມຢາມຂອງເຈົ້າໜ້າທີ່ອະ ວຸໂສຍີ່ປຸ່ນຄົນທໍາອິດ ນັບແຕ່ພັກອານຸລັກນິຍົມກັບມາຂຶ້ນກໍາອໍານາດຄືນອີກ ໃນການ ເລືອກຕັ້ງເດືອນແລ້ວນີ້. ທ່ານນາງຄລິນຕັນໄດ້ປະກາດວ່າ ທ່ານນາງໄດ້ເຊື້ອເຊີນໃຫ້ ນາຍົກລັດຖະມົນຕີ Shinzo Abe ເດີນທາງມາຢ້ຽມຢາມກຸງວໍຊິງຕັນ ໃນເດືອນກຸມພາ ຈະມາເຖິງນີ້.
XS
SM
MD
LG