ສະຫະລັດ ຈະຕິດຕັ້ງເຣດາຕໍ່ຕ້ານລູກສອນໄຟຊະນິດໃໝ່ໃນ
ຍີ່ປຸ່ນ ແລະນຳໃຊ້ເຮືອບິນສອດແນມ ທີ່ບໍ່ມີຄົນຂັບ ຢູ່ໃນເຂດ
ມະຫາສະມຸດປາຊິຟິກ ພາຍໃຕ້ຂໍ້ຕົກລົງທີ່ບັນລຸກັນລະຫວ່າງ
ບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດແລະຍີ່ປຸ່ນ.
ການເຄື່ອນໄຫວດັ່ງກ່າວ ແມ່ນເປັນພາກສ່ວນນຶ່ງ ຂອງແນວ
ນະໂຍບາຍໃນຂໍ້ຕົກລົງປ້ອງກັນປະເທດ ທີ່ມີການຕໍ່ອາຍຸ ຊຶ່ງ
ໄດ້ລົງນາມ ໃນວັນພະຫັດມື້ນີ້ ໂດຍລັດຖະມົນຕີການຕ່າງປະ
ເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີປ້ອງກັນ
ປະເທດ Chuck Hagel ແລະຄູ່ຕໍາແໜ່ງຝ່າຍຍີ່ປຸ່ນ ທີ່ກຸງໂຕກຽວ.
ພາຍໃຕ້ຂໍ້ຕົກລົງສະບັບນີ້ ສະຫະລັດຈະນຳໃຊ້ເຮືອບິນສອດແນມບໍ່ມີຄົນຂັບ ທີ່ບິນໄດ້ໃນ
ໄລຍະໄກ Global Hawk ເພື່ອຊ່ວຍໃນການລາດຕະເວນເບິ່ງການເຄື່ອນໄຫວຕ່າງໆຢູ່
ໃນເຂດມະຫາສະມຸດປາຊິຟິກ ບ່ອນທີ່ຍີ່ປຸ່ນ ມີສ່ວນພົວພັນໃນບັນຫາຂັດແຍ້ງເລື່ອງ
ເຂດນໍ້າແດນດິນກັບຈີນ.
ນອກນັ້ນ ສະຫະລັດຍັງຈະຕິດຕັ້ງ ລະບົບເຣດາ X-band ຢູ່ທີ່ຖານທັບອາກາດ Kyoga-
misaki ໃນເຂດຝັ່ງທະເລກໍ້າຕາເວັນຕົກຂອງຍີ່ປຸ່ນ ພາຍໃນປີໜ້າ ເພື່ອຮັບມືກັບໄພຂົ່ມຂູ່
ຈາກລູກສອນໄຟຂອງເກົາຫຼີເໜືອ.
ຍິ່ງໄປກວ່ານັ້ນ ຂໍ້ຕົກລົງດັ່ງກ່າວຍັງໄດ້ຮັບຮູ້ຢ່າງເປັນທາງການກ່ຽວກັບການຕັດສິນໃຈ
ທີ່ຈະຍົກຍ້າຍທະຫານມາຣີນຈຳນວນ 5000 ຄົນ ຈາກເກາະ Okinawa ໄປຍັງເຂດອື່ນໆ
ໃນມະຫາສະມຸດປາຊິຟິກ ໂດຍເວົ້າວ່າ ຍີ່ປຸ່ນຈະຈ່າຍນຶ່ງສ່ວນສາມ ຂອງຄ່າໃຊ້ຈ່າຍ
ທັງໝົດ ໃນການຍົກຍ້າຍຄັ້ງນີ້.
ຂໍ້ຕົກລົງພັນທະມິດໃນດ້ານປ້ອງກັນປະເທດ ລະຫວ່າງສະຫະລັດແລະຍີ່ປຸ່ນ ບໍ່ໄດ້ມີການ
ດັດແປງແກ້ໄຂ ມາເປັນເວລາ 15 ປີແລ້ວ ແລະພວກຜູ້ນໍາຂອງປະເທດທັງສອງກ່າວວ່າ
ການປັບປຸງແກ້ໄຂດັ່ງກ່າວນີ້ ແມ່ນມີຄວາມຈໍາເປັນ ເພື່ອຮັບມືກັບສະພາບຂອງຂົ່ມຂູ່
ທີ່ມີການປ່ຽນແປງໄປນັ້ນ.
ທ່ານ Kerry ແລະ ທ່ານ Hagel ພວມຢູ່ໃນລະຫວ່າງການຢ້ຽມຢາມຂົງເຂດເອເຊຍເປັນ
ເວລາຫຼາຍໆມື້ ອັນເປັນພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມ ເພື່ອສ້າງຄວາມ
ກ້າວໜ້າໃຫ້ແກ່ການເພັ່ງເລັງໃໝ່ທາງການທູດ ແລະຄວາມໝັ້ນຄົງ ຂອງປະທານາທິບໍດີ
ບາຣັກ ໂອບາມາ ໃນເຂດມະຫາສະມຸດປາຊິຟິກ.