ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Campbell ຢ້ຽມຢາມ ປະເທດຍີ່ປຸ່ນ


ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell
ກ່າວວ່າ ຍີ່ປຸ່ນແລະສະຫະລັດພວມກ້າວເຂົ້າສູ່ ຊຶ່ງບາງທີອາດຈະເປັນຍຸກສະໄໝໃນການ ດຳເນີນການທາງດ້ານການທູດທີ່ສຳຄັນໃນຮອບຫຼາຍໆປີ.

ທ່ານ Campbell ໃຫ້ຄວາມເຫັນດັ່ງກ່າວເວລາທ່ານເດີນທາງໄປຮອດສະໜາມ Narita
ຂອງກຸງໂຕກຽວ ໃນຖານະຫົວໜ້າຄະນະຜູ້ແທນຂອງສະຫະລັດ. ທ່ານໃຫ້ຂໍ້ສັງເກດວ່າ ຍີ່ປຸ່ນໄດ້ມີຄະນະນຳພາຊຸດໃໝ່ແລະກ່າວວ່າ ພວກເຈົ້າໜ້າທີ່ສະຫະລັດຫວັງວ່າຈະໄດ້ທຳ
ການປຶກສາແລະສົນທະນາຫາລືກັນ.

ທ່ານກ່າວວ່າ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ຈະ
ເຊື້ອເຊີນໃຫ້ລັດຖະມົນຕີການຕ່າງປະເທດຍີ່ປຸ່ນທ່ານ Koichiro Gamba ເດີນທາງມາ
ຢ້ຽມຢາມກຸງວໍຊິງຕັນໃນທ້າຍປີນີ້.

ທ່ານ Campbell ເວົ້າວ່າ ໃນລະຫວ່າງການຢ້ຽມຢາມກຸງໂຕກຽວຂອງທ່ານນັ້ນ ທັງ
ສອງຝ່າຍຈະໄດ້ສົນທະນາຫາລືກັນ ກ່ຽວກັບທຸກຂົງເຂດວຽກງານທີ່ພວກທ່ານພິຈາລະ
ນາເຫັນວ່າເປັນບັນຫາທົ່ວໄປກ່ອນໜ້າກອງປະຊຸມພູມີພາກທີ່ຈະມີຂຶ້ນເປັນລຳດັບຮວມ
ທັງກອງປະຊຸມກຸ່ມເອເພັກ ທີ່ລັດຮາວາຍ ແລະກອງປະຊຸມສຸດຍອດສະຫະລັດກັບສະມາ
ຄົມອາຊ່ຽນ.

ອກນັ້ນແລ້ວ ທ່ານຍັງໃຫ້ການຢືນຢັນວ່າ ປະທານາທິບໍດີບາຣັກໂອບາມາຈະເດີນທາງໄປ
ຮ່ວມກອງປະຊຸມສຸດຍອດຂອງຂົງເຂດເອເຊຍຕາເວັນອອກ ຊຶ່ງຈະຈັດຂຶ້ນທີ່ເກາະບາຫຼີປະ
ເທດອິນໂດເນເຊຍໃນເດືອນໜ້ານີ້.

XS
SM
MD
LG