ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ແລະ ຍີ່ປຸ່ນ ຕິຕຽນ ຈີນ ໃນເລື່ອງ ເຂດປ້ອງກັນໃໝ່ ທາງອາກາດ


ກໍາປັນລາດຕະເເວນຍີ່ປຸ່ນ ແລ່ນຄຸ້ມກັນເຮືອປະມົງຂອງຊາວຍີ່ປຸ່ນ
ກໍາປັນລາດຕະເເວນຍີ່ປຸ່ນ ແລ່ນຄຸ້ມກັນເຮືອປະມົງຂອງຊາວຍີ່ປຸ່ນ
ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດຍີ່ປຸ່ນກ່າວ​ວ່າ ກຸງ​ໂຕ​ກຽວ
ແມ່ນ​ໄດ້​ເຮັດ​ວຽກ​ຢ່າງ​ໃກ້ ຊິດກັບ​ກຸງ​ວໍ​ຊິງ​ຕັນ ຫຼັງ​ຈາກ​ຈີນ​ໄດ້​
ສ້າງຕັ້ງ​ເຂດ​ປ້ອງ​ກັນ​ທາງ​ອາກາດຂອງ​ຕົນເທິງ​ນ່ານນໍ້າ ​ໃນ​ທະ​ເລ
​ຈີນ​ຕາ​ເວັນ​ອອກ ທີ່​ມີ​ການ​ຂັດ​ແຍ້​ງກັນ​ນັ້ນ.

ສະຫະລັດ​ແລະ​ ຍີ່ປຸ່ນ ​ໄດ້ໃຫ້​ຄໍາ​ໝັ້ນ​ສັນ​ຍາ ທີ່​ຈະ​ບໍ່​ຮັບ​ຮູ້​ເຂດ​
ປ້ອງ​ກັນ​ທາງ​ອາກາດ​ ​ພາຍ​ໃຕ້ໃນ​ຂໍ້ສະ​ເໜີ​ຂອງ​ຈີນ ​ທີ່​ຕ້ອງການ
​ຢາກ​ໄດ້​ເຮືອບິນ​ພົນລະ​ເຮືອນ​ແລະ​ເຮືອບິນ​ທະຫານ ທັງ​ໝົດ​ນັ້ນ
​ໃຫ້​ລະບຸ​ວ່າ​ ​ແມ່ນ​ຫຍັງ ​ແລະ​ໃຫ້​ເຊື່ອ​ຟັງ​ການ​ບັນຊາ​ຂອງ​ຕົນ.

ເຂດນ່ານຟ້າທີ່ຈີນມີແຜນການໄວ້ນັ້ນ
ເຂດນ່ານຟ້າທີ່ຈີນມີແຜນການໄວ້ນັ້ນ

ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຍີ່ປຸ່ນ ທ່ານ Itsunori Onodera ​
ໄດ້​ກ່າວ​ໃນ​ວັນ​ອັງຄານ ມື້​ນີ້​ວ່າ ກອງ​ກໍາລັງ​ປ້ອງ​ກັນ​ຕົວ​ເອງ​ຂອງ
​ຍີ່ປຸ່ນ ​ແມ່ນ​ພວມ​ເຮັດ​ວຽກ​ຮ່ວມ​ກັບກອງ​ກໍາລັງສະຫະລັດ ​
ແລະຈະ​ດໍາ​ເນີນ​ທຸກ​ບາດກ້າວ​ທີ່​ຈໍາ​ເປັນ ​ເພື່ອ​ປ້ອງ​ກັນ​ເຂດ​ນໍ້າ
​ແດນ​ດິນຂອງ​ຍີ່ປຸ່ນ ຊຶ່ງທ່ານ Onodera ກ່າວ​ວ່າ: “​ກະຊວງ
ການ​ປ້ອງ​ກັນ​ປະ​ເທດຍີ່ປຸ່ນ ​ແລະ​ກອງ​ກໍາລັງ​ປ້ອງ​ກັນ​ຕົວ
​ເອງ ຈະ​ເຂົ້າ​ໄປ​ດູ​ແລ​ ສະຖານະ​ການ​ຢ່າງ​ໃກ້ຊິດ ​ແລະ​ຈະ​
ກະທໍາ​ທຸກວິທີ​ທາງ​ເພື່ອ​ປ້ອງ​ກັນເຂດ​ນໍ້າ​ແດນ​ດິນ​ ແລະ​ເຂດ
ນ່ານຟ້າຂອງ​ຕົນ. ດ້ວຍ​ເຫດ​ນີ້ພວກ​ເຮົາ​ຈະ​ສືບ​ຕໍ່ພິຈາລະນາ​
ເບິ່ງວ່າ​ ມີ​ຫຍັງແດ່ທີ່​ຈໍາ​ເປັນ​ ​ເພື່ອ​ຕິດຕາມ​ສິ້ງຊອມ​ເບິ່ງ​
ແລະ​ລາດຕະ​ແວນຂົງ​ເຂດ ພາຍ​ໃຕ້ການ​ປ້ອງ​ກັນ​ຕົວ​ເອງ​
ແລະ​ກົດໝາຍ​ສາກົນ.”


​ໃນ​ຂະນະ​ທີ່ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ແລະ​ຍີ່ປຸ່ນໄດ້​ປະນາມ​
ການ​ເຄື່ອນ​ໄຫວຂອງ​ຈີນວ່າ ​ເປັນ​ການ​ທ້າ​ທາຍ​ນັ້ນ ​ແຕ່​ພວກ​
ເຂົາ​ເຈົ້າກໍ​ເວົ້າວ່າ ມັນ​ຈະ​ບໍ່​ມີ​ຜົນກະທົບໃດໆຕໍ່​ການປະຕິບັດ
​ງານ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ໂຄສົກ​ທໍານຽບຫ້າ​ແຈ ຂອງ​ສະຫະລັດ ທ່ານ​ພັນ​ເອກ Steve
Warren ​ໄດ້​ກ່າວ​ວ່າ ​ເຮືອບິນທະຫານສະຫະລັດ ທີ່​ບິນ​ຢູ່ໃນ
​ຂົງ​ເຂດ​ດັ່ງກ່າວ ​ຈະບໍ່​ລະບຸຕົວ​ເອງ​ວ່າ​ແມ່ນ​ໃຜ ອີງຕາມ​
ກົດ​ລະບຽບ​ໃໝ່ຂອງຈີນ.


ໝູ່ເກາະ Senkaku/Diaoyu ທີ່ມີບັນຫາໂຕ້ແຍ້ງ ລະຫວ່າງຍີ່ປຸ່ນກັບຈີນ
ໝູ່ເກາະ Senkaku/Diaoyu ທີ່ມີບັນຫາໂຕ້ແຍ້ງ ລະຫວ່າງຍີ່ປຸ່ນກັບຈີນ
XS
SM
MD
LG