ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Obama ບໍ່ມີໝາຍກຳນົດ ພົບປະກັບ ຜູ້ນຳອິສຣາແອລ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin
Nethayahu ຈະມາຢ້ຽມຢາມນະຄອນນີວຢອກ ໃນເດືອນນີ້ ເພື່ອຮຽກຮ້ອງໃຫ້ສະຫະປະຊາຊາດ ເອົາມາດຕະການທີ່ໜັກ ຂຶ້ນກວ່າເກົ່າ ຕໍ່ໂຄງການນີວເຄລຍຂອງອີຣ່ານນັ້ນ
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Nethayahu ຈະມາຢ້ຽມຢາມນະຄອນນີວຢອກ ໃນເດືອນນີ້ ເພື່ອຮຽກຮ້ອງໃຫ້ສະຫະປະຊາຊາດ ເອົາມາດຕະການທີ່ໜັກ ຂຶ້ນກວ່າເກົ່າ ຕໍ່ໂຄງການນີວເຄລຍຂອງອີຣ່ານນັ້ນ
ປະທານາທິບໍດີສະຫະລັດ ທ່ານ Barack Obama ຈະບໍ່ພົບ
ປະກັບນາຍົກລັດຖະມົນຕີ ອິສຣາແອລທ່ານ Benjamin
Nethayahu ໃນຂະນະທີ່ຜູ້ນໍາຂອງອິສຣາແອລຢ້ຽມຢາມ
ນະຄອນນີວຢອກໃນເດືອນນີ້ ເພື່ອຮຽກຮ້ອງໃຫ້ສະຫະປະຊາ
ຊາດເອົາມາດຕະການທີ່ໜັກ ຂຶ້ນກວ່າເກົ່າ ຕໍ່ໂຄງການນີວ
ເຄລຍຂອງອີຣ່ານນັ້ນ.

ທໍານຽບຂາວກ່າວວ່າ ຜູ້ນໍາທັງສອງທ່ານໄດ້ສົນທະນາກັນກ່ຽວ
ກັບໂຄງການນີວເຄລຍ ຂອງອີຣ່ານ ໃນການໂອ້ລົມທາງໂທລະ
ສັບເປັນເວລາ 1 ຊົ່ວໂມງ ໃນກາງຄືນວັນອັງ ຄານວານນີ້ ແລະ
ກໍເຫັນພ້ອມນຳກັນ ໃນການກີດກັນບໍ່ໃຫ້ອີຣ່ານມີອາວຸດນີວ
ເຄລຍໄດ້. ແຕ່ວ່າຢູ່ໃນຖະແຫລງການຂອງທໍານຽບຂາວເວົ້າວ່າ
ບໍ່ໄດ້ມີການຂໍຮ້ອງໃຫ້ທ່ານ Nethayahu ມາພົບກັບທ່ານ Obama ໃນນະຄອນວໍຊິງຕັນ.

ເຈົ້າໜ້າທີ່ທໍານຽບຂາວຜູ້ນຶ່ງກ່າວຕໍ່ວີໂອເອກ່ອນໜ້ານີ້ວ່າ ການຕັດສິນໃຈຂອງທ່ານ Obama ບໍ່ຄວນຕີຄວາມໝາຍວ່າ ທ່ານປະຕິເສດທີ່ຈະພົບກັບນາຍົກລັດຖະມົນຕີຂອງ ອິສຣາແອລ.

ໂຄສົກປະຈໍາສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ Tommy Vietor ເວົ້າວ່າ ຜູ້ນໍາທັງສອງທ່ານມີກໍານົດທີ່ຈະເດີນທາງໄປນະຄອນນີວຢອກໃນທ້າຍເດືອນນີ້ ແຕ່ຈະ ບໍ່ໄປທີ່ນັ້ນພ້ອມກັນ.
XS
SM
MD
LG