ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກອິສຣາແອລ ຈະເຈລະຈາຫາລື ກັບປະທານາທິບໍດີ ໂອບາມາ


ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ

ນາຍົກລັດຖະມົນຕີອິສຣາແອລທ່ານເບັນຈະມິນເນຕັນຢາຮູ
ພວມຢູ່ທີ່ກຸງວໍຊິງຕັນ ໃນອັນທີ່ອາດຈະເປັນ ການເຈລະຈາ
ແບບເຄັ່ງຕຶງກັບປະທານາທິບໍດີບາຣັກ ໂອບາມາ ຫຼັງຈາກ
ທ່ານເນຕັນຢາຮູໄດ້ຕຳໜິຕິຕຽນຢ່າງແຮງຕໍ່ການໃຫ້ຄວາມ
ເຫັນຂອງປະທານາທິບໍດີໂອບາມາ ກ່ຽວກັບເຂດຊາຍແດນ
ທີ່ອາດມີຂຶ້ນໃນອະນາຄົດຂອງອິສຣາແອລນັ້ນ.

ຜູ້ນຳຂອງອິສຣາແອລ ໄດ້ເດີນທາງມາເຖິງກຸງວໍຊິງຕັນໃນ
ວັນສຸກມື້ນີ້ນຶ່ງມື້ຫຼັງຈາກທ່ານໂອບາມາກ່າວວ່າ ຊາຍແດນ
ຂອງອິສຣາແອລ ຄວນອີງຕາມເສັ້ນເຂດແດນ ທີ່ມີຢູ່ກ່ອນ
ສົງຄາມ 6 ວັນໃນປີ 1967 ພ້ອມກັບເງື່ອນໄຂຈຳນວນນຶ່ງ. ທ່ານກ່າວວ່າ ເງື່ອນໄຂເຫຼົ່ານີ້
ອາດຈະເປັນການຕົກລົງກັນເແລກປ່ຽນກັບຝ່າຍປາແລສໄຕນ໌ເພື່ອວ່າເສັ້ນເຂດແດນທີ່ໝັ້ນຄົງ
ແລະຖືກຮັບຮູ້ສາມາດສ້າງຕັ້ງຂຶ້ນມາສຳລັບທັງສອງຝ່າຍ.

ທ່ານໃຫ້ຄວາມເຫັນດັ່ງກ່າວ ໃນຄຳປາໄສ ທີ່ສຳຄັນກ່ຽວກັບນະໂຍບາຍຂອງສະຫະລັດຕໍ່
ພາກຕາເວັນອອກກາງ. ຝ່າຍປາແລສໄຕນ໌ ທີ່ພະຍາຍາມວິ່ງເຕັ້ນຫາທາງເພື່ອສ້າງຕັ້ງປະ
ເທດ ແມ່ນໃຫ້ການສະໜັບສະໜຸນ ຕໍ່ການໃຫ້ທັດສະນະຄວາມເຫັນດັ່ງກ່າວ ແຕ່ການໃຫ້
ຄວາມເຫັນຂອງປະທານາທິບໍດີ ໄດ້ຮັບການຕິຕຽນຢ່າງໜັກ ຈາກທ່ານເນຕັນຢາຮູ. ຜູ້ນຳ
ອິສຣາແອລກ່າວວ່າ ເສັ້ນຊາຍແດນປີ 1967 ອາດຈະບໍ່ສາມາດປ້ອງກັນໄດ້ສຳລັບອິສຣາ
ແອລ. ທ່ານເວົ້າວ່າ ການຖອນກັບຄືນຈາກດິນແດນບາງສ່ວນທີ່ອິສຣາແອລຢຶດໄດ້ໃນລະ
ຫວ່າງສົງຄາມນັ້ນ ຈະເຮັດໃຫ້ບ່ອນຕັ້ງຖິ່ນຖານໃໝ່ຂອງຊາວຢິວ ໃນເຂດຝັ່ງຕາເວັນຕົກ
ຂອງແມ່ນໍ້າຈໍແດັນຢູ່ນອກຊາຍແດນຂອງອິສຣາແອລ.

ໃນວັນສຸກມື້ນີ້ ຜູ້ຊ່ອຍຄົນນຶ່ງ ທີ່ຮ່ວມເດີນທາງມາກັບທ່ານເນຕັນຢາຮູກ່າວວ່າ ພວກເຈົ້າ
ໜ້າທີ່ອິສຣາແອລຮູ້ສຶກວ່າ ວໍຊິງຕັນບໍ່ເຂົ້າໃຈເຖິງສະພາບການໂຕຈິງທີ່ອິສຣາແອລກຳລັງ
ປະເຊີນຢູ່ນັ້ນ.

XS
SM
MD
LG