ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ພົບປະກັບ ປ.ປາແລສໄຕນ໌ ແລະ ນາຍົກອິສຣາແອລ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກໂອບາມາພົບປະກັບທ່ານ Mahmoud Abbas,ຜູ້ນໍາປາແລສໄຕນ໌.
ວັນທີ 21 ກັນຍາ 2011
ປະທານາທິບໍດີບາຣັກໂອບາມາພົບປະກັບທ່ານ Mahmoud Abbas,ຜູ້ນໍາປາແລສໄຕນ໌. ວັນທີ 21 ກັນຍາ 2011

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດຈະ​ພົບ​ປະກັນ​ຕ່າງຫາກ​ຢູ່​ທີ່​ນະຄອນ
ນີວຢອກ​ໃນ​ວັນ​ພຸດ​ມື້​ນີ້ກັບ​ທ່ານ Mahmoud Abbas ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌
ແລະທ່ານ Benjamin Netanyahu ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່າມກາງ​ການ​
ຊຸກຍູ້​ເພື່ອ​ຫລີກ​ເວ້ນ​ການ​ປະ​ທະ​ກັນ​ທາງ​ດ້ານ​ການ​ທູດ​ຢູ່​ທີ່​ສະຫະ​ປະຊາ​ຊາດ​ນັ້ນ.

ທ່ານ Abbas ຈະ​ດໍາ​ເນີນ​ການ​ຕໍ່​ໄປ​ຕາມ​ແຜນການ​ປຸກລະດົມເພື່ອ​ໃຫ້​ໄດ້​ຮັບ​ການຮັບ
ຮູ້​ຈາກ​ສະຫະ​ປະຊາ​ຊາດ​ໂດຍ​ເຕັມ ​ສຳລັບປະ​ເທດ​ປາແລ​ສ​ໄຕ​ນ໌ ​ເຖິງ​ແມ່ນ​ໄດ້ມີ​ຄວາມ​ພະ
ຍາຍາມ​ຕ່າງໆ​ເພື່ອ​ຫລີກ​ລ້ຽງ​ການ​ລົງມະຕິ​ກັນ​ກ່ຽວ​ກັບເລື້ອງ​ນີ້​ທີ່​ສະພາ​ຄວາມ​ໝັ້ນຄົງ​
ສະຫປະຊາ​ຊາດ​ນັ້ນ. ລັດຖະບານ​ທ່ານໂອ​ບາ​ມາ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ໃຊ້​ສິດ​ຍັບ​
ຍັ້ງ​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ແລະ​ຈະ​ດໍາ​ເນີນ​ການ​ເພື່ຶອ​ໃຫ້​ທ່ານ Abbas ​ແລະ​ນາຍົກ​
ລັດຖະມົນຕີ​ອິສຣາ​ແອ​ລທໍາ​ການ​ພົບ​ປະ​ເຈລະຈາ​ສັນຕິພາບ​ກັນ​ໂດຍ​ກົງຄືນໃໝ່​ນັ້ນ.

ທ່ານໂອບາມາ ມີກຳນົດທີ່ຈະພົບປະກັບທ່ານ Netanyahuລຸນຫຼັງານກ່າວຄຳປາໄສຕໍ່
ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະພົບປະກັບທ່ານ Abbas
ຫຼັງຈາກນັ້ນ.

ພວກນັກການທູດອະວຸໂສຂອງ​ກຸ່ມ quartet ວ່າ​ດ້ວຍກິດຈະການ​ໃນ​ພາກ​ຕາ​ເວັນ​ອອກ
ກາງ​ອັນ​ມີ ສະຫະລັດ ສະຫະພາບ​ຢູ​ໂຣບ ສະຫະ​ປະຊາ​ຊາດ​ແລະຣັດ​ເຊຍ ​ຈະ​ທໍາ​ການ​ພົບ
ປະກັນ​ໝົດ​ອາທິດ​ໃນ​ຄວາມ​ຫວັງ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ກັນ​ໃນ​ນາທີ​ສຸດ​ທ້າຍ. ກຸ່ມ Quartet
ໄດ້​ພະຍາຍາມ​ຮ່າງ​ລັກ​ຊີ້​ນໍາຕ່າງໆສໍາລັບ​ການ​ພົບ​ປະ​ເຈລະຈາ​ສັນຕິພາບ​ກັນ​ໃນ​ອະນາຄົດ​
ນັ້ນ ​ແຕ່​ມາ​ຮອດ​ປັດຸ​ບັນ​ນີ້ ຍັງ​ບໍ່​ທັນ​ໄດ້​ຮັບຜົນ​ໃດໆ​ເທື່ອ.

XS
SM
MD
LG