ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຍັງມີຄວາມຫວັງ ທີ່ຈະຢັບຢັ້ງ ອີຣ່ານ ບໍ່ໃຫ້ ສ້າງອາວຸດນີວເຄລຍໄດ້


ທ່ານ ເອຮູດ ບາຣັກ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ
ທ່ານ ເອຮູດ ບາຣັກ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ

ສະຫະລັດຍັງເຊື່ອວ່າ ອີຣ່ານ
ຍັງຈະ​ບໍ່ສ້າງອາວຸດນີວເຄລຍ
​ເທື່ອ ເຖິງແມ່ນວ່າ ລັດຖະມົນ
ຕີກະຊວງປ້ອງກັນປະເທດ
ຂອງອິສຣາແອລ ​ໄດ້ໃຫ້ຄໍາ
ເຫັນວ່າ ລັດຖະບານກຸງວໍຊິງ
ຕັນ ໄດ້ປ່ຽນການຕີລາຄາ
ສະພາບການຂອງຕົນແລ້ວ ກໍຕາມ.

ໂຄສົກສະພາຄວາມໝັ້ນຄົງ
ແຫ່ງຊາດສະຫະລັດ ໄດ້ຢືນ
ຢັນໃນວັນສຸກວານນີ້ວ່າ ລັດ
ຖະບານສະຫະລັດ ຍັງສືບຕໍ່
ຕີລາຄາອີຣ່ານວ່າ ຍັງຈະ​ບໍ່ທັນ
ສ້າງອາວຸດນີວເຄລຍ​ເທື່ອ
ແລະກໍເຊື່ອວ່າຍັງມີເວລາຢູ່
ທີ່ຈະສືບຕໍ່ດໍາເນີນຄວາມພະ
ຍາຍາມທາງການທູດເພື່ອຢັບຢັ້ງອີຣ່ານບໍ່ໃຫ້ດຳ​ເນີນ​ການດັ່ງນັ້ນໄດ້.

ທ່ານ ເອຮູດ ບາຣັກ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ ກ່າວຕໍ່
ວິທະຍຸຂອງອິສຣາແອລ ໃນວັນພະຫັດທີ່ຜ່ານມາວ່າ ລາຍງານໃໝ່ຂອງໜ່ວຍສອດ
ແນມສະຫະລັດ ໄດ້ເຮັດໃຫ້ການປະເມີນສະພາບການຂອງລັດຖະບານກຸງວໍຊິງຕັນ
ໃກ້ຄຽງກັນຂຶ້ນກວ່າເກົ່າ ກັບຄວາມຄິດເຫັນຂອງໜ່ວຍ​ສືບ​ລັບ ອິສຣາແອລ ທີ່ເຫັນວ່າ ສາທາລະນະລັດອິສລາມອີຣ່ານ ມີຄວາມກ້າວໜ້າ “ຢ່າງຫລວງຫລາຍ” ​ໄປ​ສູ່ຄວາມ
ສາມາດ​ໃນ​ດ້ານນີວເຄລຍ ເພື່ອນຳໃຊ້ໃນທາງທະຫານໄດ້.

ທ່ານບາຣັກໃຫ້ຄໍາເຫັນດັ່ງກ່າວໃນເວລາທີ່ຕອບຄໍາຖາມກ່ຽວກັບບົດລາຍງານຂອງ
ໜັງສືພິມອິສຣາແອລ Haarretz ທີ່ກ່າວກ່ອນໜ້ານັ້ນວ່າ ທ່ານບາຣັກ ໂອບາມາ ໄດ້ຮັບລາຍງານການຕີລາຄາຂອງໜ່ວຍສືບລັບແຫ່ງຊາດສະຫະລັດ ທີ່ກົງກັນກັບ ການຕີລາຄາຂອງອິສຣາແອລ ກ່ຽວກັບຄວາມກ້າວໜ້າຂອງອີຣ່ານ ໃນການບັນລຸ ຄວາມສາມາດທີ່ຈະສ້າງອາວຸດນີວເຄຍໄດ້.

XS
SM
MD
LG