ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ອິສຣາແອລ ກັບຄືນ ເຂົ້າສູ່ ໂຕະເຈລະຈາ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta

ຫົວໜ້າກະຊວງປ້ອງກັນປະເທດສະຫະລັດ ເຕືອນອິສຣາແອລວ່າ ອິສຣາແອລບໍ່ຄວນທີ່ຈະ
ໂດດດ່ຽວຕົນເອງຫຼາຍຂຶ້ນຈາກບັນດາປະເທດເພື່ອນບ້ານອາຣັບໃນພາກຕາເວັນອອກກາງ.

ໃນລະຫວ່າງການປະຊຸມທີ່ກຸງວໍຊິງຕັນໃນຕອນແລງຂອງວັນສຸກວານນີ້ລັດຖະມົນຕີກະຊວງ ປ້ອງກັນປະເທດສະຫະລັດທ່ານ Leon Panetta ກ່າວວ່າ ອິສຣາແອລຈຳເປັນຕ້ອງໄດ້ກັບ
ຄືນເຂົ້າຮ່ວມແລະເລີ່ມການເຈລະຈາສັນຕິພາບກັບຝ່າຍປາແລສໄຕນ໌ຄືນໃໝ່. ນອກນັ້ນແລ້ວ ທ່ານຍັງຮຽກຮ້ອງໃຫ້ອິສຣາແອລ ປົວແປງຄວາມສຳພັນກັບບັນດາປະເທດ ທີ່ເຄີຍເປັນພາຄີ
ເຊັ່ນເທີກີ ອິຈິບແລະຈໍແດັນ.

ຜູ້ນຳບາງຄົນຂອງອິສຣາແອລ ມອງເບິ່ງການປະທ້ວງ ແລະການລຸກຮືຂຶ້ນໃນລະດູບານໃໝ່
ຂອງຊາວອາຣັບດັ່ງການໂຄ່ນລົ້ມປະທານາທິບໍດີອີຈິບທ່ານ Hosni Mubarak ທີ່ປົກຄອງ ປະເທດມາເປັນເວລາດົນນານນັ້ນວ່າເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຢູ່ໃນພູມີພາກຕະຫຼອດ
ທັງຕໍ່ຄວາມໝັ້ນຄົງຂອງອິສຣາແອລນຳດ້ວຍແຕ່ທ່ານ Panetta ຮຽກຮ້ອງໃຫ້ເຈົ້າໜ້າທີ່ອິສ
ຣາແອລປະຕິເສດຕໍ່ແນວຄວາມຄິດດັ່ງກ່າວ.

ທ່ານ Panetta ເວົ້າວ່າ ອິສຣາແອລບໍ່ມີທາງເລືອກ ມີແຕ່ຮັບເອົາຄວາມສ່ຽງບາງຢ່າງເພື່ອ
ຄໍ້າປະກັນ ການມີອະນາຄົດທີ່ປອດໄພ ດ້ວຍການເປີດການເຈລະຈາສັນຕິພາບຄືນໃໝ່ກັບ ຝ່າຍປາແລສໄຕນ໌ຊຶ່ງເປັນຂັ້ນຕອນທີ່ທ່ານ Panetta ເວົ້າວ່າ ໄດ້ຍັງຜົນໃຫ້ມີການໂຈະໄວ້
ນັ້ນ.

ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດກ່າວຕື່ມວ່າສະຫະລັດຈະສືບຕໍ່ໃຫ້ຄວາມໝາຍ
ໝັ້ນເພື່ອຄຸ້ມຄອງຄວາມໝັ້ນຄົງຂອງອິສຣແອລ ແຕ່ກໍເວົ້າວ່າ ອິສຣາແອລກໍຄືກັນ ມີຄວາມ
ຮັບຜິດຊອບ ໃນການເສີມສ້າງການສະໜັບສະໜຸນຢູ່ໃນຂົງເຂດ ໂດຍຜ່ານຄວາມເຂັ້ມແຂງ
ທາງດ້ານການທູດ.

ນອກນັ້ນ ທ່ານ Panetta ຍັງໄດ້ກ່າວເຖິງຄວາມວິຕົກກັງວົນທີ່ຍັງມີກັນຢູ່ຕໍ່ມາ ກ່ຽວກັບ
ໂຄງການນິວເຄລຍຂອງອີຣ່ານ ແຕ່ເວົ້າວ່າ ເຖິງແມ່ນສະຫະລັດ ບໍ່ໄດ້ປະຕິເສດເຖິງຄວາມ ເປັນໄປໄດ້ໃນການນຳໃຊ້ກຳລັງທະຫານກໍຈິງແຕ່ການໂຈມຕີໃນທຳນອງນີ້ແມ່ນທາງເລືອກ
ສຸດທ້າຍທໍ່ນັ້ນ. ທ່ານເວົ້າວ່າການໂຈມຕີທາງທະຫານທີ່ເປັນໄປໄດ້ນັ້ນອາດຈະເຮັດໃຫ້ໂຄງ
ການນິວເຄລຍຂອງອີຣ່ານມີການຊັກຊ້າແຕ່ພຽງ 2 ປີຂະນະທີ່ອາດຈະເຮັດໃຫ້ເສດຖະກິດ
ຂອງສະຫະລັດແລະຢູໂຣບເກີດຄວາມວຸ້ນວາຍ.

XS
SM
MD
LG