ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ອິສຣາແອລ ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ (ເບິ່ງວີດີໂອ)


ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ ກ່າວປາໄສຕໍ່ກຸ່ມ AIPAC ທີ່ກຸງວຊິງຕັນ.
ວັນທີ 6 ມີນາ 2012.
ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ ກ່າວປາໄສຕໍ່ກຸ່ມ AIPAC ທີ່ກຸງວຊິງຕັນ. ວັນທີ 6 ມີນາ 2012.

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ​ແອ​ລມີ​ໝາຍ​ກໍານົດ​ທີ່ຈະ​ທໍາ​ການພົບ​ປະໃນ​ວັນ​ອັງຄານ​ມື້​ນີ້ກັບ​ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ​ແລະ​ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ຂະນະ​ທີ່​ທ່ານ​ໃກ້​ຈະ​ເສັດ​ສິ້ນ​ການຢ້ຽມຢາມ​ກຸງ​ວໍ​ຊິງ​ຕັນ​ຂອງ​ທ່ານ ທີ່​ຄອບ​ງໍາ​ໄປ​ດ້ວຍ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບວິທີ​ການ​ຕ່າງໆ ​ເພື່ອ​ຈະ​ຕອບ​ໂຕ້​ຕໍ່​ໂຄງການ​ນີວເຄລຍຂອງ​ອີຣ່ານ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

ໃນ​ການ​ພົບ​ປະກັນ​ຂອງ​ພວກ​ທ່ານ ​ໃນ​ວັນ​ຈັນ​ວານ​ນີ້​ ທີ່​ທໍານຽບຂາວ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ຂໍ​ຮ້ອງ​ໃຫ້​ທ່ານ​ເນ​ທັນ​ຢາ​ຮູ ໃຫ້ໂອກາດ​ຕື່ມ​ອີກຕໍ່​ການ​ລົງ​ໂທດ​ຕໍ່​ອີຣ່ານ​ເພື່ອ​ຍັບ​ຍັ້ງ​ຄວາມ​ໄຝ່ຝັນດ້ານນີວ​ເຄລຍຂອງ​ອີຣ່ານນັ້ນ.

ແຕ່​ຜູ້​ນໍາ​ອິສຣາ​ແອ​ລ ​ໄດ້​ກ່າວ​ເນ້ນ​ເຖິງ​ສິດທິ​ຂອງ​ປະ​ເທດ​ຂອງ​ທ່ານ ເພື່ອ​ປ້ອງ​ກັນ​ຕົນ​ເອງ​ດ້ວຍ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ນັ້ນ. ທ່ານ​ເນ ​ທັນ​ຢາ​ຮູ ກ່າວ​ໃນ​ເວລາ​ຕໍ່​ມາ​ ຕໍ່​ຄະນະ​ກໍາມາ​ທິການ​ປະ​ຊາ​ສໍາພັນ​ອາ​ເມຣິກັນ​ອີສຣາ​ແອ​ລ ຫລື AIPAC ທີ່​ທ່ານ​ມີ​ຄວາມ​ຍິນ​ດີ​ນໍາ​ໃນ​ການ​ລົງ​ໂທດ​ທີ່​ໜັກ​ຂຶ້ນ ​ແຕ່​ໂຄງການ​ນີວ​ເຄລຍຂອງ​ອີຣ່ານຍັງ​ສືບ​ຕໍ່ຄືບ​ໜ້​າ​ໄປ​ນັ້ນ.

ກຸງ​ເຕຫະຣ່ານປະຕິ​ເສດ​ວ່າ​ຕົນ​ບໍ່​ໄດ້​ດໍາ​ເນີນ​ໂຄງການ​ເພື່ອ​ສ້າງ​ອາວຸດ​ນີວເຄລຍ ​ແລະ​ກ່າວ​ວ່າ ຄວາມ​ໄຝ່ຝັນ​ດ້ານ​ນີວ​ເຄລຍຂອງ​ຕົນ​ມີ​ວັດຖຸ​ປະສົງໃນ​ທາງ​ສັນຕິ.

ທ່ານ​ໂອ​ບາ​ມາ​ກ່າວ​ໃນ​ວັນ​ຈັນ​ມື້ວານ​ນີ້​ວ່າ ຍັງ​ມີ​ຊ່ອງ​ທາງ​ຢູ່​ເພື່ອ​ແກ້​ໄຂບັນຫາ​ຂັດ​ແຍ້​ງກັນ​ເລື້ອງ​ນີວ​ເຄລຍຂອງ​ອີຣ່ານທາງ​ດ້ານ​ການ​ທູດ ອັນ​ເປັນ​ຜົນ​ທີ່​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ພ້ອມ​ທັງ​ທ່ານ​ເນ​ທັນ​ຢາ​ຮູ ຢາກໃຫ້​ມີ​ຂຶ້ນ ​ແຕ່​ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ຢ້ຳ​ເຖິງທ່າ​ທີ​ຂອງ​ທ່ານວ່າ ທາງ​ເລືອກ​ທາງ​ທະຫານ​ ແມ່ນ​ຢູ່​ໃນ​ໂຕະ​ປະຊຸມ​ກັນ​ເພື່ອ​ຍັບ​ຍັ້ງ​ບໍ່​ໃຫ້ອີຣ່ານມີ​ອາວຸດ​ນີວ​ເຄລຍນັ້ນ.

ທ່ານ​ເນ​ທັນ​ຢາ​ຮູ ​ໄດ້​ສະ​ແດງ​ຄວາມ​ພໍ​ໃຈ​ນໍາ​ພັນທະ​ມິດ​ຂອງ​ສະຫະລັດ​ກັບ​ອິສຣາ​ແອ​ລ ​ແລະ​ກ່າວ​ຕໍ່​ໄປ​ວ່າ ສອງ​ປະ​ເທດ​ປະ​ເຊີນ​ກັບ​ສັດ​ຕູດຽວ​ກັນ​ໃນ​ອີຣ່ານນັ້ນ . ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ໂອ​ບາ​ມາກ່າວ​ຕື່ມ​ວ່າ ກຸງ​ວໍ​ຊິງ​ຕັນ​ຄັດຄ້ານ​ຕໍ່​ນະ​ໂຍບາຍ​ຍັບ​ຍັ້ງ​ອີຣ່ານທີ່​ມີ​ອາວຸດ​ນີວ​ເຄລຍທີ່​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ອິສຣາ​ແອ​ລ​ໄດ້​ໃຫ້​ໄປ ທີ່​ສະ​ແດງ​ທັດສະນະ​ແຕກ​ຕ່າງ​ກ່ຽວ​ກັບ​ວ່າ ​ແມ່ນ​ຫຍັງ​ຈະ​ພາ​ໃຫ້ມີ​ການ​ເອົາ​ບາດກ້າວທາງ​ທະຫານ​ຕໍ່​ສະຖານ​ທີ່​ນີວ​ເຄລຍ​ແຫ່ງ​ຕ່າງໆຂອງ​ອີຣ່ານນັ້ນ.

XS
SM
MD
LG