ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ກ່າວຫາ ຜູ້ຊາຍອີກ 2 ຄົນ ໃຫ້ການສະໜັບສະໜູນ ກຸ່ມລັດອິສລາມ


ອົງການສັນຕິບານກາງ FBI ຂອງສະຫະລັດ
ອົງການສັນຕິບານກາງ FBI ຂອງສະຫະລັດ

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ​ໄດ້​ກ່າວຫາຕໍ່​ຜູ້​ຊາຍ​ສອງ​ຄົນ ​ທີ່​
ຊ່ວຍ​ວາງ​ແຜນໃຫ້ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ​ ​ສັງຫານ​ຊາວ
ອ​າ​ເມຣິກັນ ຮວມທັງ​ການວາງ​ແຜນ ແນເປົ້າໝາຍ​ໃສ່ ບັນດາ
​ເຈົ້າໜ້າ​ທີ່ຕຳຫລວດໃນນະຄອນ Boston.

ຖະ​ແຫລ​ງການກະຊວງ​ຍຸຕິ​ທຳສະຫະລັດ ​ໄດ້​ບົ່ງ​ຊື່​ຜູ້​ຖືກ​ກ່າວ
​ຫາ​ວ່າ ​ເປັນ​ທ້າວ David Wright ອາຍຸ 25 ປີ ຈາກ​ເມືອງ
Everett ລັດ Massachusetts ​ແລະ ​ທ້າວ Nicholas
Rovinski ອາຍຸ 24 ຈາກ​ເມືອງ Warwick ໃນລັດ Rhode
Island​. ທ້າວ Rovinski ​ໄດ້​ໄປປາກົດ​ໂຕ​ ທີ່​ສານລັດຖະບານ
​ກາງ ​ໃນ​ນະຄອນ Boston ​ໃນ​ວັນ​ສຸກ​ວານ​ນີ້. ສ່ວນທ້າວ
Wright ​ໄດ້​ຖືກ​ຈັບໃນ​ອາ ທິດ​ແລ້ວ​ນີ້.

ຖະ​ແຫລ​ງການ​ກ່າວ​ວ່າ “ທ້າວ Wright ​ແລະ ​ທ້າວ Rovinski ຖືກ​ກ່າວຫາ​ໃນ​ຖານ​ສົມ
ຮູ້ຮ່ວມຄິດ ກັບພວກກໍ່ການທີ່ບໍ່ຮູ້ຈັກນວນ ​ແລະ ທ້າວ Usaamah Abdullah Rahim
ອາຍຸ 26 ປີ ​ຊຶ່ງເປັນລຸງຂອງ ທ້າວ Wright ຢູ່​ທີ່ເມືອ​ງ Roslindale ລັດ Massachusetts
ຈົນ ​ຮອດມື້​ລາວເສຍ​ຊີວິດ ​ໃນ​ວັນ​ທີ 2 ​ເດືອນມິຖຸນາ ປີ 2015 ນີ້.” ທ້າວ Rahim ​ໄດ້​ຖືກ​ຍິງ ​ແລະ​ເສຍ​ຊີວິດ ຫລັງ​ຈາກ​ລາວ​ໂຈມ​ຕີ ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຢູ່ ບ່ອນ​ຈອດ​ລົ​ດ​ເມືອງ
Roslindale.”

ຖະ​ແຫລ​ງການ​ກ່າວ​ວ່າ ຜູ້​ຊາຍ​ທັງ​ສາມ ທ້າວ Wright ທ້າວ Rovinski ​ແລະ ທ້າວ
Rahim ​ໄດ້​ພາກັນ​ວາງ​ແຜນ “ທຳ​ການ​ໂຈມ​ຕີ ​ແລະ​ສັງຫານຜູ້​ຄົນ​ຢູ່​ໃນ ສະຫະລັດ ທີ່​ເຂົາ
​ເຈົ້າ​ເຊື່ອ​ວ່າ ​ເປັນ​ການ​ສະໜັບສະໜູນ​ຈຸດປະສົງ​ຂອງກຸ່ມລັດ​ອິສລາມ.”

ບັນດາ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ຖືກ​ກ່າວ​ຫາ​ວ່າ ວາງ​ແຜນ​ໂຈມ​ຕີ ​ແລະ​ຈະ​ຕັດ​ຫົວ​ຜູ້ຍິງ​ ຊາວນະ
ຄອນ New York ຄົນນຶ່ງ ທີ່​ຈັດ​ການໂຮມຊຸມນຸມແຕ້ມຮູບ​ກາ​ຕູນກ່ຽວ​ກັບພະ​ສາ​ສະ​ດາ​ Muhammed ຢູ່​ລັດ Texas ຫວ່າງ​ມໍ່ໆ​ມາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ​ບັນດາ​ເຈົ້າ​ໜ້າ​ທີ່ສະຫະ
ລັດ ກ່າວ​ວ່າ ແຜນ​ດັ່ງກ່າວຕໍ່​ມາ​ໄດ້​ຖືກ​ຍົກ​ເລີກ.

ກະຊວງ ​ຍຸຕິ​ທຳກ່າວ​ວ່າ “ທ້າວ Rahim ​ແນະນຳ ທ້າວ Wright ວ່າ ລາວ​ມີ​ຈຸດປະສົງທີ່​ຈະໂຈມ​ຕີ “ບັນດາ​ຜູ້​ຊາຍ​ທີ່​ນຸ່ງ​ເຄື່ອງ​ສີຟ້າ” ແທນ ຊຶ່ງໝາຍ​ເຖິງ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫລວດ
ໃນເຂດທ້ອງຖິ່ນ ຢູ່​ໃນ​ລັດ Massachusetts”. ການ​ໂຈມ​ຕີ​ໄດ້​ວາງ​ແຜນ​ໃສ່ເດືອນ​ແລ້ວ
ນີ້ ​ແຕ່​ປາກົດວ່າ​ບໍ່​ໄດ້​ເກີດ​ຂື້ນ.

US Islamic State
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG