ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ອີຣັກ ພວມຊອກຫາ ຊາວອາເມຣິກັນ ທີ່ຖືກລັກ ພາໂຕໄປ ໃນແບັກແດັດ


ແຜນທີ່ ປະເທດອີຣັກ
ແຜນທີ່ ປະເທດອີຣັກ

ສະຫະລັດ ແລະ ອີຣັກ ກຳລັງທຳງານຮ່ວມກັນ ເພື່ອຊອກຫາ
ຊາວອາເມຣິກັນ ທີ່ຫາຍໄປ ຊຶ່ງມີລາຍງານວ່າ ພວກກ່ຽວຖືກ
ລັກພາໂຕໄປ ຢູ່ໃນນະຄອນຫຼວງແບັກແດັດ ຂອງອີຣັກ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ John Kirby
ໄດ້ກ່າວໃນວັນອາທິດວານນີ້ ວ່າ ສະຫະລັດ ຮັບຮູ້ກ່ຽວກັບລາຍ
ງານນັ້ນ ແຕ່ບໍ່ໄດ້ຢືນຢັນ ຈຳນວນຄົນທີ່ຫາຍໄປ ຫຼື ໃຫ້ລາຍລະ
ອຽດຕ່າງໆ ຕື່ມອີກ.

ທ່ານ Kirby ເວົ້າວ່າ “ພວກເຮົາກຳລັງທຳງານ ກັບບັນດາເຈົ້າ
ໜ້າທີ່ອີຣັກ ໂດຍໃຫ້ຄວາມຮ່ວມໄມ້ຮ່ວມມື ຢ່າງຄົບຖ້ວນ ເພື່ອ
ຊອກຫາບ່ອນທີ່ພວກເຂົາຖືກຈັບໂຕໄປ ແລະ ນຳເອົາພວກກ່ຽວກັບຄືນມາ.”

ສື່ຂ່າວອາຣັບ ຊ່ອງ al-Arabiya ໄດ້ລາຍງານວ່າ ອາເມຣິກັນ 3 ຄົນ ໄດ້ຖືກຈັບໂຕໄປ
ໂດຍພວກທະຫານບ້ານ ຢູ່ໃນນະຄອນຫຼວງຂອງອີຣັກ.

ຊາວຕ່າງຊາດຫຼາຍກວ່າສິບຄົນ ໄດ້ຖືກລັກພາໂຕໄປ ຢູ່ໃນອີຣັກ ໃນລະຍະສອງສາ
ມເດືອນບໍ່ດົນມານີ້ ໂດຍພວກກໍ່ການຮ້າຍ ແລະ ພວກທະຫານບ້ານ ທີ່ຊ່ອຍເຫຼືອກຳລັງ
ອີຣັກຕໍ່ສູ້ກັບລັດອິສລາມ.

XS
SM
MD
LG