ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາປັ່ນລົບສະຫະລັດ ຊ່ອຍກູ້ຊີວິດ ພວກລູກເຮືອອີຣ່ານ 6 ຄົນ.


ທະຫານຍາມຝັ່ງສະຫະລັດຄົນນຶ່ງ ເອົາອາຫານໃຫ້ລູກເຮືອອີຣ່ານ ໃນເຮືອຍາມຝັ່ງ Cutter Monomoy ຂອງສະຫະລັດ ທີ່ອ່າວເປີເຊຍ.
ວັນທີ 10 ມັງກອນ 2012.
ທະຫານຍາມຝັ່ງສະຫະລັດຄົນນຶ່ງ ເອົາອາຫານໃຫ້ລູກເຮືອອີຣ່ານ ໃນເຮືອຍາມຝັ່ງ Cutter Monomoy ຂອງສະຫະລັດ ທີ່ອ່າວເປີເຊຍ. ວັນທີ 10 ມັງກອນ 2012.

ກໍາ​ປັ່ນ​ລົບ​ຂອງ​ສະຫະລັດ​ລໍາ​ນຶ່ງ​ຊ່ອຍ​ກູ້​ຊີວິດ​ພວກ​ລູກ​ເຮືອ​ອີຣ່ານ 6 ຄົນ ຫລັງ​ຈາກ​ເຮືອ​ຂອງ​ເຂົາ​ເຈົ້າໄດ້​ຫຼົ້ມໃນ​ເຂດ​ນ່ານນໍ້າ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງອີຣັກ.

ບັນດາ​ເຈົ້າ​ໜ້າ​ທີ່​ທໍານຽບຫ້າ​ແຈ​ກ່າວ​ວ່າ ​ເຮືອ​ຍາມ​ຝັ່ງ​ຂອງ​ສະຫະລັດ​ໄດ້ຕອບ​ສະໜອງ​ຕໍ່​ສັນຍານແຈ້ງເຫດ​ປະສົບ​ໄພຂອງ​ພວກ​ລູກ​ເຮືອ​ອີຣ່ານໃນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ຢູ່​ນອກ​ຝັ່ງ​ເມືອງ​ທ່າ​ເຮືອ Umm Qasr ຂອງ​ອີຣັກອອກ​ໄປ 90 ຫລັກ​ກິ​ໂລ​ແມັດ.

ພວກ​ລູກ​ເຮືອ​ອີຣ່ານກ່າວ​ວ່າ ​ນໍ້າ​ກຳລັງໄຫຼ​ເຂົ້າເຮືອ​ຂອງ​ເຂົາ​ເຈົ້າ​. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຈະ​ສົ່ງ​ພວກ​ລູກ​ເຮືອ​ອີຣ່ານທັງ 6 ຄົນ ​ກັບ​ຄືນປະ​ເທດ​ດ້ວຍ​ວິທີ​ໃດ.

ໃນ​ສັບປະ​ເຜ່ານ​ມາ​ນີ້ ກໍາລັງ​ກອງທັບ​ເຮືອ​ສະຫະລັດກໍ​ໄດ້​ຊ່ອຍ​ຊີວິດ​ພວກຊາວ​ປະມົງ​ອີຣ່ານ 13 ຄົນ ທີ່​ຖືກ​ພວກ​ໂຈນ​ສະ​ລັດ​ຈັບ​ເປັນ​ໂຕ​ປະກັນໃນ​ທະ​ເລ​ອາຣາ​ເບຍ​ເໜືອ.

ການ​ຊ່ອຍ​ກູ້​ຊີວິດ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອີຣ່ານ​ແລະ​ໂລກ​ຕາ​ເວັນ​ຕົກ​ກໍາລັງຊຸດ​ໂຊມ​ລົງ​ ກ່ຽວ​ກັບ​ການ​ຄັດ​ຄ້ານ​ຕ່າງໆ​ຕໍ່​ໂຄງ ການ​ນີວ​ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຂອງ​ອີຣ່ານ​ແລະ​ການ​ນາບ​ຂູ່ຈາກ​ ກຸງ​ເຕຫະຣ່ານທີ່​ຈະ​ອັດ​ຊ່ອງ​ແຄບຍຸດ​ທະ​ສາດ Hormuz ນັ້ນ.

ພວກ​ປະ​ເທດຕາ​ເວັນ​ຕົກ ​ໄດ້​ພະຍາຍາມ​ເພີ່ມ​ຄວາມ​ກົດ​ດັນ​ໃສ່​ອີຣ່ານ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ຕົນ​ນັ້ນ ​ໂດຍ​ກ່າວ​ວ່າໂຄງການ​ນີວ ​ເຄລຍຂອງ​ອີຣ່ານ​ແມ່ນມີ​ວັດຖຸ​ປະສົງ​ເພື່ອ​ພັດທະນາ​ພວກ​ອາວຸດ​ນີວ​ເຄລຍ ຊຶ່ງ​ທາງ​ຝ່າຍ​ອີຣ່ານຢືນ​ຢັດ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ ແມ່ນ​ມີ​ເປົ້າໝາຍ​ທາງ​ສັນຕິ.

XS
SM
MD
LG