ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຕໍ່ຕ້ານ ລັດຖະບານ ອີຣ່ານ ຕ້ອງຍ້າຍຈາກ ສູນລີ້ໄພ ໃນພາກເໜືອ ອີຣັກ


ໃນຮູບທີ່ຖ່າຍເມື່ອວັນທີ 9 ເດືອນທັນວາ ປີ 2011 ທີ່ກຸ່ມ MSK ສົ່ງໃຫ້ຜ່ານທາງອົງການຂ່າວເອພີນີ້ ຕຳຫຼວດອີຣັກຢືນ ຍາມຢູ່ນອກສູນ Ashraf.
ໃນຮູບທີ່ຖ່າຍເມື່ອວັນທີ 9 ເດືອນທັນວາ ປີ 2011 ທີ່ກຸ່ມ MSK ສົ່ງໃຫ້ຜ່ານທາງອົງການຂ່າວເອພີນີ້ ຕຳຫຼວດອີຣັກຢືນ ຍາມຢູ່ນອກສູນ Ashraf.

ສະຫະລັດ​ໄດ້​ເຕືອນ​ພວກ​ຄັດຄ້ານ​ລັດຖະບານ​ອີຣ່ານກຸ່ມ​ນຶ່ງ​ວ່າ ຍັງ​ມີ​ເວລາ​ບໍ່ຫຼາຍສຳ​ຫຼັບກຸ່ມ​
ດັ່ງກ່າວ​ທີ່​ຈະ​ຕ້ອງ​ຍົກຍ້າຍ​ອອກ​ໄປ​ຈາກ​ສູນ​ລີ້​ໄພ​ຢູ່​ໃນ​ອີຣັກ.

ທ່ານ Daniel Benjamin ​ເຈົ້າໜ້າ​ທີ່​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ສະຫະລັດ ກ່າວ​ໃນມື້​ວັນ
​ສຸກ​ວານ​ນີ້ວ່າອົງການ​ມູຈາຮີ​ດີ​ນປະຊາຊົນ​ຂອງ​ອີຣ່ານຊຶ່ງ​ເປັນທີ່​ຮູ້​ກັນ​ໃນ​ນາມ​ກຸ່ມ Mujahe-
deen-e Khalq ຫຼື MEK ນັ້ນຕ້ອງ​ໄດ້​ຍົກຍ້າຍ ຢ່າງ​ສິ້ນ​ເຊີງ​ອອກໄປ​ຈາກ​ສູນ Ashraf ​ຢູ່
ໃນ​ພາກ​ເໜືອອີຣັກ ພາຍ​ໃນ​ກຳນົດ​ເສັ້ນຕາຍ ທີ່​ລັດຖະບານ​ອີຣັກ ​ໄດ້​ຕັ້ງ​ໄວ້ ​ໃນວັນ​ທີ 20 ​
ເດືອນນີ້.

ທ່ານ​ເວົ້າວ່າ ການ​ສຳ​ເລັດ​ເສັດ​ສິ້ນ​ໃນ​ການ​ຍົກຍ້າຍທັນຕາ​ມກຳນົດ​ເວລາຈະ​ເປັນ​ພາກສ່ວນ​
ສຳຄັນໃນການ​ຕັດສິນ​ໃຈ​ຂອງ​ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary
Clinton ກ່ຽວ​ກັບ​ວ່າ ​ຈະ​ລຶບ​ຊື່​ຂອງກຸ່ມ​ດັ່ງກ່າວນີ້ອອກຈາກ​ບັນຊີ​ພວກ​ກໍ່​ການ​ຮ້າຍ​ຫຼືບໍ່ທີ່​
ທ່ານ​ນາງ​ຈະ​ຕ້ອງ​ຕັດສິນ​ໃຈ​ກ່ອນ​ວັນ​ທີ 1 ຕຸລາ​ປີນີ້.

ການ​ຕົກລົງ​ລະຫວ່າງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ອີຣັກ ​ແມ່ນ​ຮຽກຮ້ອງ​ໃຫ້​ສະມາ​ຊິກ
​ທຸກໆ​ຄົນ​ຂອງ​ກຸ່ມມູຈາຮີ​ດີ​ນປະຊາຊົນ​ຍົກຍ້າຍ​ຈາກ​ສູນ Ashraf ​ໄປ​ຢູ່​ສູນອີກ​ແຫ່ງ​ນຶ່ງ​ໃກ້
​ນະຄອນຫຼວງ​ແບັກ​ແດດ.

ສະມາຊິກ​ຂອງ​ກຸ່ມ​ MEK ​ປະມານ 2,000 ຄົນ​ໄດ້​ຍ້າຍ​ໜີ​ໄປ​ຈາກສູນ Ashraf ​ແລ້ວ ​ແຕ່
​ເຈົ້າໜ້າ​ທີ່​ເວົ້າວ່າ ຍັງ​ມີ​ສະມາຊິກ​ຂອງ​ກຸ່ມ​ ຫຼາຍ​ເຖິງ 1,300 ຄົນ ຍັງ​ຢູ່​ທີ່​ສູນ​ດັ່ງກ່າວ. ກຸ່ມ
MEK ຢືນ​ຢັດ​ວ່າ ລັດຖະບານ​ອີຣັກຕ້ອງສະໜອງ​ຕອບຕໍ່​ຄວາມຮຽກຮ້ອງ​ຕ້ອງການ​ທາງ
​ດ້ານ​ມະນຸດສະທຳຈຳນວນ​ນຶ່ງກ່ອນສະມາຊິກທີ່​ຍັງ​ເຫຼືອຢູ່​ນັ້ນຈະ​ຍ້າຍ​ອອກ​ໄປ.

ອີຣັກ​ໄດ້​ໃຫ້​ບ່ອນ​ພັກ​ພາ​ອາ​ໄສ​ແກ່​ກຸ່ມ​ມູຈາຮີ​ດີ​ນປະຊາຊົນ​ຫຼັງຈາກ​ການ​ປະຕິວັດ ປີ 1979
​ໃນ​ອີຣ່ານ​ແຕ່​ໄດ້​ກ່າວ​ຫາ​ສະມາຊິກ​ບາງ​ຄົນ​ຂອງ​ກຸ່ມ​ດັ່ງກ່າວໃຫ້ການຊ່ອຍ​ເຫຼືອ​ແກ່ມື້ລາງ​ຜູ້
ນຳ​ອີຣັກ ທ່ານ Saddam Hussein ປາ​ບປາມ​ການ​ກໍ່ກະບົດ ​ຂອງ​ພວກ​ຊີ​ໄອ​ທ໌ ​ເມື່ອ​ປະ
ມານ 20 ປີ​ກ່ອນ.

XS
SM
MD
LG