ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເອີ້ນອີຣ່ານ ວ່າເປັນໄພຂົ່ມຂູ່ ໃຫຍ່ທີ່ສຸດ ໃນພາກຕາເວັນອອກກາງ


ນາຍພົນ James Mattis, ຫົວໜ້າກອງບັນຊາການໃນເຂດພາກກາງ
ຂອງກອງທັບສະຫະລັດ.
ວັນທີ 7 ມີນາ 2012.
ນາຍພົນ James Mattis, ຫົວໜ້າກອງບັນຊາການໃນເຂດພາກກາງ ຂອງກອງທັບສະຫະລັດ. ວັນທີ 7 ມີນາ 2012.

ຫົວໜ້າ​ກອງບັນຊາ​ການ​ໃນ​ເຂດ​ພາກ​ກາງຂອງກອງທັບສະຫະລັດ​ຫຼື CENTCOM​ ກ່າວ​ວ່າ ອີຣ່ານ​ເປັນໄພ​ຂົ່ມຂູ່​ ໃຫຍ່​ທີ່​ສຸດ​ຕໍ່​ຄວາມ​ໝັ້ນຄົງ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະວ່າ ກຸງ​ເຕຫະຣ່ານກໍາລັງ​ດໍາ​ເນີນ​ງານ​ຢ່າງ​ຈິງ​ຈັງ ​ເພື່ອໃຫ້​ປະທາ​ນາ​ທິບໍດີ Bashar al-Assad ​ໄດ້ຄອງ​ອໍານາດ​ໃນ​ຊີ​ເຣຍຕໍ່​ໄປ.

ນາຍ​ພົນ James Mattis ກ່າວ​ໃນ​ການ​ໃຫ້ການ​ຕໍ່​ສະພາ​ສູງ​ສະຫະລັດ​ໃນ​ວັນ​ອັງຄານ​ວານ
ນີ້​ວ່າ ອີຣ່ານຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຍັບ​ຍັ້ງ​ໃດໆ ​ຈາກ​ການ​ລົງ​ໂທດ​ຂອງ​ນາໆຊາດ​ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ຕົນທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ. ນອກ​ນັ້ນ​ນາຍ​ພົນ Mattis ຍັງ​ກ່າວ​ຕື່ມ​ວ່າ ອີຣ່ານ​ໄດ້​ທໍາ​ການ​ສົ່ງ​ອາວຸດ​ຍຸດ​ໂທ​ປະກອນ​ແລະ​ພວກ​ນັກ​ຊ່ຽວຊານ​ໄປ​ຍັງ​ກຸງ​ດາ​ມັສກັສເພື່ອ​ຊ່ອຍ​ເຫຼື​ອລັດຖະບານ​ທ່ານ​ອັສສັສນັ້ນ.

ນາຍ​ພົນ Mattis ​ໄດ້​ກ່າວ​ເນ້ນ​ເຖິງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ແລະ​ການ​ໃຊ້​ພວກ​ລູກ​ນ້ອງ​ຂອງ​ເຂົາ​ເຈົ້າ​ໄປ​ສູ້​ລົບ ​ໃນ​ອັນ​ທີ່ທ່ານ​ເອີ້ນ​ວ່າ ສົງຄາມ​ເງົາ​ມືດ​ນັ້ນ.

ໃນ​ການ​ໄປ​ໃຫ້ການ​ຕໍ່​ສະພາ​ສູງ​ນັ້ນ ສະມາຊິກ​ສະພາ​ສູງ John McCain ​ໄດ້​ກ່າວ​ຊໍ້າ​ອີກ​ເຖິງ​ຄໍາ​ຮຽກຮ້ອງ​ຂອງ​ທ່ານ​ໃຫ້​ສະຫະລັດ ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ທະຫານ​ແກ່​ພວກ​ກະບົດ​ຊີ​ເຣຍ​ແລະ​ໃຫ້​ນາໆ​ຊາດ​ພະຍາຍາມ​ສ້າງ​ຕັ້ງເຂດ​ປອດ​ໄພ​ຂຶ້ນໃຫ້​ແກ່​ພວກ​ຝ່າຍ​ຄ້ານ​ຊີ​ເຣຍ ນັ້ນ.

XS
SM
MD
LG