ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສະຫະລັດ ​ລົງທຶນ​ ເພື່ອ​ຊ່ອຍ ຫຼຸດຜ່ອນ​​ ​ໃນການ​ລໍຖ້າ ​ປ່ຽນ​ອະ​ໄວ​ຍະ​ວະ


ພວກທ່ານໝໍກຳລັງທຳການນຳເອົາໝາກໄຂ່ຫຼັງ ຈາກຜູ້ບໍລິຈາກ ທີ່ໂຮງພະຍາບານ ມະຫາວິທະຍາໄລ Georgetown ໃນນະຄອນຫຼວງ Washington.
ພວກທ່ານໝໍກຳລັງທຳການນຳເອົາໝາກໄຂ່ຫຼັງ ຈາກຜູ້ບໍລິຈາກ ທີ່ໂຮງພະຍາບານ ມະຫາວິທະຍາໄລ Georgetown ໃນນະຄອນຫຼວງ Washington.

ລັດຖະບານ​ສະຫະລັດ ກ່າວ​ວ່າ ຕົນໄດ້​ລົງທຶນ ​ຈຳນວນ 200 ລ້ານ​ໂດ​ລ່າ ​ເພື່ອ​ຊ່ອຍຫຼຸດຜ່ອນ ໃນ​ການ​ລໍຖ້າ​ເປັນ​ເວລາ​ດົນ​ນານກ່ຽວ​ກັບ​ການ​ປ່ຽນ​ອະ​ໄວ​ຍະ​ວະ ຊຶ່ງ​ຮວມທັງໂຄງການ​ສ້າງ​ ຄວາມ​ກ້າວໜ້າດ້ານ​ວິທະຍາສາດ​ ​ໃຫ້​ແກ່ການ​ປົວ​ແປງ​ເນື້ອ​ເຫຍື່ອ​ນັ້ນ.​

ການ​ລົງທຶນ​ທີ່​ວ່ານີ້ແມ່ນ​ນຳພາ​ໂດຍ​ກະຊວງປ້ອງ​ກັນ​ປະ​ເທດ​ເພື່ອ​ລະດົບເງິນທຶນ​ແລະ​ຄວາມ​ຊ່ຽວຊານ​ຈາກ​ລັດຖະບານ ບັນດາ​ມະຫາວິທະຍາ​ໄລ ບໍລິສັດ ແລະ​ພວກອົງການຈັດ​ຕັ້ງ​ທີ່​ບໍ່​ຫາ​ຜົນ​ກຳ​ໄລ​ອື່ນໆ​ນຳ.

​ແຜນການ​ດັ່ງກ່າວ ​ແມ່ນ​ຮວມທັງເງິນ ​ຈຳນວນຫຼາຍກວ່າ 160 ລ້ານ​ໂດ​ລ່າ ​ຈາກກອງ​ທຶນ ຂອງຫຼວງ​ແລະ​ພາກເອກ​ກະ​ຊົນ ​ເພື່ອ​ສ້າງຕັ້ງສະ​ຖາ​ບັນນະ​ວັດຕະ​ກຳ ໃນ​ການສ້າງ​ຄວາມ​ກ້າວໜ້າ​ສຳລັບການ​ຜະລິດເນື້ອ​ເຫ​ຍື່ອຊີວະ​ພັນ ຫຼື Advanced Tissue Biofabrication Manufacturing Innovation Institute ຊຶ່ງ​ຈະ​ຊ່ອຍ​ພັດທະນາ​ກຳມະວິທີ​ ໃນ​ການສ້າງ​ເນື້ອ​ເຫຍື່ອ​.

ທຶນ​ພວກ​ນີ້ ຈະ​ກະຈາຍ​ໃຫ້​ທຸລະ​ກິດ​ຂະໜາດນ້ອຍທັງຫຼາຍ ທີ່​ພະຍາຍາມ​ພັດທະນາການ​ຮັກສາ​ຄຸ້ມ​ຄອງ​ພວກອະ​ໄວ​ຍະ​ວະ​ແລະ​ເນື້ອ​ເຫຍື່ອຕ່າງໆ​ ເພື່ອ​ເພີ່ມ​ເວລາ​ສຳລັບ​ນຳ​ໃຊ້​ໃນ ການ​ປ່ຽນ​ອະ​ໄວ​ຍະ​ວະນັ້ນ.

ການ​ລົງທຶນ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ປະກາດ​ໄປ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ກອງ​ປະຊຸມ​ສຸດ​ຍອດຂອງ​ບັນ ດາ​ພວກ​ບໍລິຈາກ​ອະ​ໄວ​ຍະ​ວະ​ທັງ​ຫຼາຍ ທີ່​ທຳນຽບຂາວ​ເປັນ​ເຈົ້າພາບ​.

​ເຈົ້າ​ໜ້າ​ທີ່ທຳນຽບຂາວ ກ່າວ​ວ່າ ມີ​ຜູ້​ຄົນຫຼາຍ​ກວ່າ 120 ພັນ​ຄົນ ​ໃນ​ສະຫະລັດ ​ຢູ່​ໃນ​ບັນຊີ​ລາຍຊື່ຜູ້ລໍຖ້າ​ການ​ບໍລິຈາກ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ພວກທີ່​ຈຳ​ເປັນຈະຕ້ອງ​ໄດ້​ຮັບ​ໝາກ​ໄຂ່ ຫຼັງ.

ສື່​ສັງຄົມ Facebook, Tinder ​ແລະ Twitter ກ່າວ​ວ່າ ພວກ​ເຂົາ​ເຈົ້າກຳລັງ​ພັດ​ທະນາ​ໂຄງການ​ໃໝ່ສຳ​ຫຼັບ​ພວກ​ທີ່​ຈະ​ລົງທະບຽນ​ບັນຊີ ​ໂດຍປະກາດ​ໃຫ້​ບໍລິຈາກ​ ​ເພື່ອຈະ​ເພີ່ມ ຈຳນວນ​ຂອງພວກ​ທີ່​ອາດ​ເປັນ​ໄປ​ໄດ້ ທີ່​ຈະ​ບໍລິຈາກ​ອະ​ໄວຍະ​ວະ​ຕ່າງໆ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG