ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ al-Qaida ກ່າວວ່າ ຜູ້ນຳຂອງຕົນ ສາຂາເຢເມນ ຖືກສັງຫານ ໂດຍ ເຮືອບິນ ສຫລ


ເຮືອບິນທີ່ບໍ່ມີຄົນຂັບ ຂອງ ສະຫະລັດ.
ເຮືອບິນທີ່ບໍ່ມີຄົນຂັບ ຂອງ ສະຫະລັດ.

ກຸ່ມ​ກໍ່​ການ​ຮ້າຍ Al-Qaida ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທ້າວ
Nasir al-Wuhayshi ຮອງ​ຫົວໜ້າຂອງກຸ່ມ ​ແລະເປັນ​ຜູ້ນຳ
​ສາຂາ​ເຢ​ເມນ ທີ່ມີອິດທິພົນໄດ້​ເສຍ​ຊີວິດ ​ຍ້ອນການ​ໂຈມ​ຕີ
​ຂອງເຮືອບິນ​ບໍ່​ມີ​ຄົນ​ຂັບ​ ໃນອາທິດ​ແລ້ວ​ນີ້.

ຢູ່​ໃນ​ຖະ​ແຫລ​ງການ​ຜ່ານ​ທາງວີ​ດີ​ໂອ ກຸ່​ມ Al-Qaida ກ່າວວ່າ
ການ​ໂຈ​ມຕີໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ຢູ່ເມືອງທ່າ Mukalla ​ໃນພາກ
ຕາເວັນອອກສຽງໃຕ້ ໄດ້​ສັງ ຫານ ທ້າວ Wuhayshi ​ແລະ​ອີກ​
ສອງ​ຄົນ. ແລະກຸ່ມດັ່ງກ່າວໄດ້​ຕັ້ງ ທ້າວ Qassim al-Rihi ​ເປັນ​
ຜູ້ນຳ​ຄົນ​ໃໝ່ຂອງກຸ່ມ al-Qaida ​ໃນ​ແຫຼມ​ອາຣາ​ເບຍຫຼື AQAP.

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ກ່າວ​ໃນ​ຕອນແລງ​ວັນ​ຈັນ​ວານ​ນີ້​ວ່າ ຕົນພວມດຳ ເນີນ​ງານ
​ເພື່ອໃຫ້ການ​ຢືນຢັນ ກ່ຽວກັບການ​ເສຍ​ຊີວິດ​ ຂອງທ້າວ Wuhayshi ​ແລະ​ບໍ່​ໄດ້​ກ່າວ​ວ່າ
ອົງການສືບລັບ CIA ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີ​ໂດຍເຮືອບິນ​ບໍ່​ມີ​ຄົນ​ຂັບຫລືບໍ່.

ທ້າວ Wuhayshi ​ໄດ້​ເປັນ​ຮອງ ​ຜູ້ນຳຂອງກຸ່ມ al-Qaida ທ້າວ Ayman al-Zawahiri
​ແລະ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ຜູ້​ຊ່ວຍ ອະດີດ​ຜູ້ນຳກຸ່ມ​ກໍ່​ການ​ຮ້າຍ Osama bin Laden. ລາວ​ໄດ້
​ມາ​ເປັນ​ຜູ້ນຳຂອງ AQAP ຊຶ່ງ ສະຫະລັດ ພິຈາລະນາ​ວ່າ ​ເປັນສາຂາກຸ່ມ​ກໍ່​ການ​ຮ້າຍ
al-Qaida ທີ່ເປັນອັນຕະລາຍ​ທີ່​ສຸດ​ໃນ​ປີ 2009

ພາຍ​ໃຕ້​ກາ​ນນຳພາ​ຂອງ ທ້າວ Wuhayshi ກຸ່ມ AQAP ​ໄດ້​ທຳການວາງ​ແຜນທີ່​ສຳຄັນ
ຫຼາຍຄັ້ງ ຮວມທັງ​ ການພະຍາຍາມ​ລະ​ເບີດເຮືອບິນໂດຍສານ​ສາຍການບິນສະຫະ​ດລັດ
ໃນວັນ​ບຸນຄຣິສມາສປີ 2009. ​ໃນ​ເດືອນ​ມັງກອນກຸ່ມ​ດັ່ງກ່າວ​ໄດ້​ອ້າງ​ເອົາ​ຄວາມຮັບຜິດ
ຊອບໃນການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃສ່ຫ້ອງ ການນິດຕະ​ຍະ​ສານ​ກາ​ຕູນ Charlie Hebdo
​ໃນ​ນະຄອນຫລວງປາຣີ.

ສະຫະລັດ ​ໄດ້​ສະ​ເໜີ​ມອບເງິນລາ​ງວັນ​ເຖີງ 10 ລ້ານ​ໂດ​ລາ ສຳຫລັບຂ່າວຄາວ​ນຳ​ພາ​ໄປ​
ສູ່​ການ​ຈັບ​ກຸມ ທ້າວ Wuhayshi.

Yemen AQAP
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG