ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ້າວ Edward Snowden ຢາກກັບຄືນມາ ບ້ານ​ເກີດ ທີ່ ສະຫະລັດ (ວີດີໂອ)


 ຮູບພາບທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ທີ່ອົງການຮັກສວາຄວາມປອດໄພແຫ່ງຊາດສະຫະລັດ ວັນທີ
9 ມິຖຸນາ 2013 ທີ່ຮອງກົງ.
ຮູບພາບທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ທີ່ອົງການຮັກສວາຄວາມປອດໄພແຫ່ງຊາດສະຫະລັດ ວັນທີ 9 ມິຖຸນາ 2013 ທີ່ຮອງກົງ.
ທ້າວ Edward Snowden ທີ່​ເອົາ​ໂຕ​ຫລົບໜີ ​ແລະ​ອ້າງ​
ຕົນ​ເອງ​ວ່າ​ເປັນ​ສາຍ​ລັບແລະ​ຜູ້ເປີດ​ເຜີຍ​ຂ່າວ​ລັບ​ຂອງ​ອົງ
ການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຫຼື NSA ຂອງ​ສະຫະ
ລັດ ກ່າວວ່າ ລາວຢາກກັບຄືນມາບ້ານເກີດທີ່ສະຫະລັດ.

ໃນການໃຫ້ສຳພາດ​ຕໍ່​ນາຍ Brian Williams ນັກ​ຂ່າວ​ໂທ
ລະພາບ NBC ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ລາວ​ມອງ​ເບິ່ງ​ລາວ​ເອງ
​ວ່າ​ເປັນ​ຜູ້​ຮັກ​ຊາດ ​ແຕ່​ວ່າ​ຈົນ​ຮອດ​ເວລາໃດ ລາວ​ສາມາດກັບ
​ຄືນມາສະ​ຫະລັດ​ໄດ້ ລາວ​ວາງ​ແຜນ​ຈະ​ຂໍ​ລີ້​ໄພ​ຕໍ່​ໄປ​ອີກ​ ໃນ
ຣັດ​ເຊຍ.

ລາວ​ພະຍາຍາມ​ປ້ອງ​ກັນ​ລາວ​ເອງ​ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ ຈາກ​ລັດຖະບານ​ທ່ານ​ໂອ
​ບາ​ມາ ທີ່​ວ່າ ລາວ​ເປັນ​ຄົນຂາຍ​ຊາດ ທີ່​ສ້າງ​ອັນຕະລາຍ​ແກ່​ຊີວິດ​ລາວ​ເອງ ທີ່ລາວ
ເປີດ​ເຜີຍ​ໂຄງການ​ສືບ​ລັບ​ຢ່າງ​ກວ້າງຂວາງ​ຂອງ ອົງການ​ຮັກສາ​ຄວາມ​ປອດ​ໄພ
​ແຫ່ງ​ຊາດ​ຂອງ​ສະຫະລັດ​ນັ້ນ ຊຶ່ງ​ລາວ​ກ່າວ​ວ່າ “ ຂ້າພະ​ເຈົ້າ​ຢາກ​ເວົ້າ​ວ່າ ​ເຈົ້າ​
ສະ​ແດງ​ເລື້ອງ​ນັ້ນ​ໄດ້​ບໍ? ມີ​ການສະ​ແດງ​ອັນ​ໃດ​ອັນ​ນຶ່ງ​ບໍ? ​ເພາະ​ວ່າ ຂ້າ
ພະ​ເຈົ້າ​ໄດ້​ທຳ​ການ​ຮຽກຮ້ອງ​ສະຫະລັດ​ມາ ວົງ​ການ​ຂ່າວ​ກໍ​ໄດ້​ຂໍ​ຮ້ອງ​ລັດ
ຖະບານ​ສະຫະລັດ​ມາ​ໄດ້​ນຶ່ງ​ປີ​ແລ້ວ ມາ​ຮອດ​ປັດຈຸບັນ​ນີ້. ຖ້າ​ຫຼັງ​ຈາກ​ນຶ່ງ​
ປີ​ແລ້ວ ​ເຂົາ​ເຈົ້າ​ບໍ່​ສາມາດ​ສະ​ແດງ​ຄົນ​ໃດ​ຄົນ​ນຶ່ງ ທີ່​ໄດ້​ຮັບ​ອັນຕະລາຍ​
ໃນ​ການ​ລາຍ​ງານ​ຂ່າວ​ຂອງ​ລາວ ອັນ​ນີ້​ມັນ​ເປັນ​ເລື້ອງ​ທີ່​ກັນດານ​ທີ່​ສຸດ​ບໍ?
ອັນ​ນີ້​ເປັນ​ເລື້ອງ​ທີ່ຮ້າຍ​ແຮງ​ອີ​ຫລີ​ບໍ? ​ແລະ​ພວກ​ເຮັາສາມາດໄວ້​ໃຈ​ພວກ​
ທີ່​ກ່າວ​ອ້າງເຫຼົ່າ​ນັ້ນ​ໄດ້​ບໍ? ​ໂດ​ຍບໍ່​ມີ​ການກວດ​ສອບພວກ​ເຂົາ​ເຈົ້າ​ຢ່າງ​ລະ​
ອຽດ​ນັ້ນ?


​ເມື່ອ​ຖືກ​ຖາມ​ວ່າ ລາວ​ຈະ​ທຳ​ການ​ຕໍ່​ລອງ​ໃດໆ​ບໍ ​ເພື່ອ​ກັບ​ຄືນ​ມາສະ​ຫະລັດ​ນັ້ນ ທ້າວ Snowden ກ່າວ​ວ່າ ທຳ​ອິດ​ລາວ​ຢາກ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ​ໂຄງການ​ເຫຼົ່າ​ນີ້​ຈະ
​ມີ​ການ​ປະຕິ​ຮູ​ບບໍ?” ​ແລະ​ວ່າຄອບຄົວ​ແລະ​ປະ​ເທດ​ທີ່​ລາວ​ປະ​ໄປ​ນີ້ຈະ​ສາມາດ
​ຊ່ອຍ​ໄດ້​ໃນ​ພຶດຕິ​ກຳຂອງ​ລາວ. ລາວ​ກ່າວ​ຕໍ່​ໄປ​ວ່າ ທຸກໆ​ສາຂາ​ຂອງ​ລັດຖະບານ
​ສະຫະລັດ ​ໄດ້​ທຳ​ການ​ປະຕິ​ຮູບ ​ເນື່ອງ​ຈາກ​ຜົນ​ຂອງ​ການ​ກະທຳ​ທີ່​ລາວ​ໄດ້​ເຮັດ​ໄປ
​ນັ້ນ.

ສະຫະລັດ​ໄດ້​ຕັ້ງ​ຂໍ້​ຫາ​ຕໍ່​ທ້າວ Snowden ​ໃນ​ຖານ​ລັກຂະໂມ​ຍ ​ແລະ 2 ກະທົງ​ໃນ
​ຂໍ້​ຫາ​ຈາລະ​ກຳ ຫຼັງ​ຈາກ​ລາວ​ເປີດ​ເຜີຍ​ໂຄງການ​ສຳຫຼວດຂອງ​ອົງການ​ຮັກສາ​ຄວາມ
​ປອດ​ໄພ​ແຫ່ງ​ຊາດ ຮວມທັງ​ການ​ເກັບ​ກຳ​ຂ່າວ​ຂໍ້​ມູນ​ທາງ​ໂທລະສັບ ​ແລະ​ອີນ​ເທີ​ແນັດ ຈາກ​ຄົນ​ອະ​ເມຣິກັນ​ນັ້ນ.
[sbourommavong] US SNOWDEN INTERVIEW VOSOT
please wait

No media source currently available

0:00 0:01:24 0:00
XS
SM
MD
LG