ທ້າວ Edward Snowden ອະດີດພະນັກງານສັນຍ້າງ
ຂອງອົງການສືບລັບ ສະຫະລັດ ທີ່ໄດ້ເປີດເຜີຍລາຍລະ
ອຽດ ກ່ຽວກັບການພະຍາຍາມ ເພື່ອຕິດຕາມ ສີ້ງຊອມ
ພາຍໃນປະເທດຂອງລັດຖະບານ ກ່າວວ່າ ລາວໄດ້ຖືກ
“ເຝິກໃຫ້ເປັນນັກສືບ” ແລະເຮັດວຽກເປັນນັກສືບຢູ່ຕ່າງ
ປະເທດ ໃຫ້ແກ່ປະຊາຄົມນັກສືບຂອງ ສະຫະລັດ.
ໃນການໃຫ້ສຳພາດ ແກ່ທ່ານ Brian Williams ນັກຂ່າວ
ໂທລະພາບ NBC ທີ່ນະຄອນມົສກູນັ້ນ ທ້າວ Snowden
ໄດ້ກ່າວໂຕ້ຖຽງຕໍ່ພວກຕິຕຽນ ທີ່ບັນລະຍາຍວ່າ ລາວບໍ່ມີ
ຫຍັງດອກ ນອກເໜືອໄປຈາກ ການເປັນນັກວິໄຈລະດັບຕຳ່ທໍ່ນັ້ນ ໂດຍເວົ້າວ່າ ລາວ
ໄດ້ແກ້ງທຳທ່າ “ເຮັດວຽກ ທີ່ຂ້າພະເຈົ້າ ບໍ່ໄດ້ຖືກມອບໝາຍໃຫ້ ບໍ່ແມ່ນຊື່ຂອງຂ້າພະ
ເຈົ້າ.” ຄຳເວົ້າບາງຕອນຂອງການສຳພາດໄດ້ນຳ ອອກເຜີຍແຜ່ ໃນວັນອັງຄານວານ
ນີ້ທ້າວ Snowden ກ່າວວ່າ “ຂ້າພະເຈົ້າເປັນ ຜູ້ຊ່ຽວຊານດ້ານເທັກນິກ. ຂ້າພະເຈົ້າບໍ່
ໄດ້ເຮັດວຽກກັບຜູ້ຄົນ. ຂ້າພະເຈົ້າບໍ່ໄດ້ໄປເກັບເກນເອົານັກສືບ. ສິ່ງທີ່ຂ້າ ພະເຈົ້າເຮັດ
ກໍຄື ສ້າງລະບົບການເຮັດວຽກໃຫ້ແກ່ສະຫະລັດ. ແລະ ຂ້າພະເຈົ້າ ໄດ້ເຮັດຢູ່ທຸກລະ
ດັບຈາກລະດັບຕ່ຳສຸດຂື້ນໄປຫາສູງສຸດ. ປັດຈຸບັນນີ້ລັດຖະບານ ອາດຈະປະຕິເສດສິ່ງ
ເຫລົ່ານີ້ ເຂົາເຈົ້າອາດຈະເວົ້າໄປໃນທາງທີ່ວ່າ “ໂອ ດີລະ ເຈົ້າຮູ້ບໍ່ວ່າລາວ ລາວເປັນ
ນັກວິໄຈລະດັບຕໍ່າ. ແຕ່ວ່າ ສິ່ງທີ່ເຂົາເຈົ້າພະຍາຍາມຈະເຮັດນັ້ນ ກໍຄືພະຍາຍາມໃຊ້ໜ້າ
ທີ່ການ ທີ່ຂ້າພະເຈົ້າ ໄດ້ເຮັດເປັນອາຊີບ ຢູ່ບ່ອນນີ້ ບ່ອນນັ້ນ ເພື່ອຫລີກລ່ຽງໃນການ
ກ່າວເຖິງ ປະສົບການຂອງຂ້າພະເຈົ້າທັງໝົດ ອັນເປັນສິ່ງທີ່ຂ້າພະເຈົ້າໄດ້ເຮັດວຽກໃຫ້
ແກ່ອົງການສືບລັບຊີໄອເອໂດຍ ການເປັນນັກສືບໃນຕ່າງປະເທດ, ຂ້າພະເຈົ້າ ໄດ້ເຮັດ
ວຽກໃຫ້ແກ່ອົງການຄວາມໝັ້ນຄົງແຫ່ງຊາດຫຼື NSA ໂດຍເປັນນັກສືບຢູ່ໃນຕ່າງ ປະ
ເທດແລະໄດ້ເຮັດວຽກ ໃຫ້ແກ່ອົງການສືບລັບຂອງກະຊວງປ້ອງກັນປະເທດ ໃນນາມຜູ້
ປະຖະກະຖາ ຢູ່ທີ່ສະຖາບັນອົບຮົມຮ່ວມເພື່ອຕໍ່ຕ້ານການສືບລັບ ທີ່ຂ້າພະເຈົ້າໄດ້ພັດ
ທະນາແຫຼ່ງ ຕ່າງໆ ແລະວິທີການເກັບຮັກສາຂໍ້ມູນ ແລະຜູ້ຄົນຂອງພວກເຮົາ ໃຫ້ປອດ
ໄພຢູ່ ພາຍໃຕ້ບັນຍາກາດທີ່ບໍ່ເປັນມິດແລະເປັນອັນຕະລາຍຢູ່ໃນທົ່ວໂລກ. ເພາະສະ
ນັ້ນ ເວລາເຂົາເຈົ້າກ່າວວ່າ ຂ້າພະເຈົ້າເປັນເຈົ້າໜ້າທີ່ລະດັບຕຳ່ ທີ່ຂ້າພະເຈົ້າ ບໍ່ຮູ້ວ່າ
ຂ້າພະເຈົ້າເວົ້າຫຍັງນັ້ນ ຂ້າພະເຈົ້າຢາກກ່າວວ່າ ເປັນເລື້ອງທີ່ບໍ່ຖືກຕ້ອງ” ທ້າວ
Snowdenໄດ້ເຮັດວຽກ ໃນນາມພະນັກງານສັນຍາຈ້າງ ຂອງອົງການຄວາມໝັ້ນຄົງ
ແຫ່ງຊາດ ເວລາລາວໄດ້ຫລົບໜີໄປຮົງກົງ ໃນປີກາຍນີ້ພ້ອມກັບ ເອກກະສານບັນທຶກ
ຢູ່ໃນຄອມພິວເຕີ ທີ່ບອກລາຍລະອຽດກ່ຽວກັບ ການເກັບກຳການສົນທະນາທາງໂທ
ລະສັບຂອງຊາວອາເມຣິກັນ ຂະໜາດໃຫຍ່ໂດຍທາງອີີ ເລັກໂທຣນິກນັ້ນ.