ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ແລະ ​ອິນ​ເດຍ ​ບັນລຸ ຂໍ້​ຕົກລົງ ໃນ​ການຈ່າຍເງິນ ສະໜັບສະໜຸນ ​ດ້ານ​ອາຫານ


ຊາວນາ Kashmiri ແຍກເມັດເຂົ້າໃນບ້ານ Boras ປະມານ 25 ກິໂລແມັດ ຫ່າງຈາກເມືອງ Srinagar.
ຊາວນາ Kashmiri ແຍກເມັດເຂົ້າໃນບ້ານ Boras ປະມານ 25 ກິໂລແມັດ ຫ່າງຈາກເມືອງ Srinagar.

ສະຫະລັດ​ແລະ​ອິນ​ເດຍໄດ້​ປະກາດ​ກ່ຽວກັບຂໍ້​ຕົກລົງ ​ເພື່ອ​ແກ້​ໄຂ
ບັນ​ຫາຂັດແຍ້ງ ໃນ​ການຈ່າຍເງິນສະໜັບສະໜຸນ ​ດ້ານ​ອາຫານ
ທີ່​ເຮັດໃຫ້ການໃຫ້ສັດຕະຍາບັນ ຕໍ່ຂໍ້ຕົກລົງການ​ຄ້າ​ໂລກ​ ມີການ
ຊັກຊ້ານັ້ນ.

ຄະນະຜູ້ຕາງໜ້າຂອງອົງການ​ການ​ຄ້າ​ໂລກ ຫລື WTO ​ໄດ້​ໃຫ້
ການອະນຸມັດຕໍ່ຂໍ້ຕົກລົງການ​ຄ້າດັ່ງກ່າວ ​ໃນ​ເດືອນ​ທັນວາ​ປີກາຍ
​ເພື່ອຊອກ​ຫາ​ຊ່ອງ​ທາງ ​ໃນການ​ຈັດ​ລະບຽບ​ການເກັບພາສີ​ ​ແລະ​
ຕັດຄ່າ​ສົ່ງສິນຄ້າຢູ່ໃນ​ທົ່ວ​ໂລກລົງ.

ຂໍ້​ຕົກລົງ​ທີ່​ວ່າ​ນີ້ ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ຮັບອະນຸມັດຈາກ​
ສະມາຊິກທັງໝົດ 159 ປະເທດ ຂອງອົງການ​ການ​ຄ້າ​ໂລກ, ​ແຕ່​ອິນ​ເດ​ຍ ໄດ້ປະຕິ​ເສດບໍ່
​ຍອມໃຫ້ສັດຕະຍາບັນ ​ເພາະວ່າ ຕົນ​ເປັນ​ຫ່ວງ​ໃນ​ກົດລະບຽບ​ທີ່​ຈຳກັດ​ຂະໜາດ​ຂອງການ
​ໃຫ້ເງິນສະໜັບສະໜຸນດ້ານ​ອາຫານ​ຂອງ​ລັດຖະບານນັ້ນ.

ທຳນຽບຂາວ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ກ່າວ​ວ່າ ສະຫະລັດ ​ແລະ​ອິນ​ເດຍ ​ໄດ້​ຕົກລົງກັນ ​ກ່ຽວກັບຂໍ້ກຳນົດ ທີ່​ຮຽກຮ້ອງ​ໃຫ້ສະມາຊິກ​ອົງການການຄ້າ
ໂລກ ບໍ່ໃຫ້​ທ້າ​ທາຍ​ຕໍ່ໂຄງການໃຫ້ເງິນສະໜັບສະໜຸນ ຈົນ​ກວ່າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຫັນ
ດີ​ຕົກລົງກ່ຽວ​ກັບ “ການແກ້ໄຂຢ່າງ​ຖາວອນ” ​ກ່ຽວກັບເລື່ອງນີ້.

ທຳນຽບຂາວກ່າວວ່າ ສະຫະລັດແລະອິນເດຍ ຈະນຳສະເໜີເລື່ອງນີ້ຕໍ່ອົງການການຄ້າໂລກ ໃນອະນາຄົດອັນໃກ້ໆນີ້.

ອິນເດຍໄດ້ຮັບຜ່ານກົດໝາຍສະບັບນຶ່ງໃນ​ປີ​ກາຍ​ນີ້ ຮຽກຮ້ອງ​ໃຫ້ລັດຖະບານໃຫ້​ສະໜອງ
ເຂົ້າເບລ່ ​ແລະ​ເຂົ້າ ​ໃນ​ລາຄາ​ຕ່ຳ ຕໍ່ປະຊາຊົນ 850 ລ້ານ​ຄົນ.

ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ ກ່າວ​ວ່າ ການ​ໃຫ້ເງິນສະໜັບສະໜຸນທີ່​ວ່າ​ນີ້ ​ແມ່ນ​ມີ​ຄວາມ​ຈຳ​ເປັນທີ່​ຈະ​ຄ້ຳປະກັນໃຫ້ມີ​ອາຫານ​ພຽງພໍ ​ສຳລັບປະຊາກອນ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ວ່າ
ອົງການ WTO ​ເປັນ​ຫວ່ງ ​ຢ້ານວ່າ​ໂຄງການນີ້​ ຈະບິດເບືອນເຮັດໃຫ້​ຕະຫຼາດ​ໂລກບໍ່ຖືກຕ້ອງ
ກັບສະພາບຕົວຈິງ.

XS
SM
MD
LG