ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ພິພາກສາ ສຫລ ຍົກເລີກ ການຟ້ອງຮ້ອງ ຕໍ່ນັກການທູດ ອິນເດຍ (ວີດີໂອ)


ທ່ານນາງ Devyani Khobragade ທີ່ກຸງນິວເດລີ (11 ມັງກອນ 2014)
ທ່ານນາງ Devyani Khobragade ທີ່ກຸງນິວເດລີ (11 ມັງກອນ 2014)
ຜູ້ພິພາກສາທ່ານນຶ່ງຂອງລັດຖະບານກາງສະຫະລັດໄດ້ຍົກເລີກ
ການຟ້ອງຮ້ອງຕໍ່ນັກການທູດອິນເດຍທີ່ໄດ້ຖືກຈັບແລະກວດຄົ້ນ
ຕົນຕົວເມື່ອທ້າຍປີກາຍທີ່ນະຄອນນິວຢອກ ທີ່ພາໃຫ້ເກີດຄວາມ
ຕຶງຄຽດໃນຄວາມສຳພັນດ້ານການທູດລະຫວ່າງກຸງນິວເດລີແລະ
ວໍຊິງຕັນ.

ຜູ້ພິພາກສາທ່ານນີ້ ໄດ້ຕັດສິນ ໃນມື້ວັນພຸດວານນີ້ວ່າ ທ່ານນາງ
Devyani Khobragade ມີສິດພິເສດທາງດ້ານການທູດ ເວລາ
ທ່ານນາງຖືກຟ້ອງໃນເດືອນມັງກອນຜ່ານມາໃນຂໍ້ຫາຫຼອກລວງ ເພື່ອໃຫ້ໄດ້ຮັບວີຊ່າສຳລັບຄົນໃຊ້ໃນເຮືອນຂອງທ່ານນາງ ແລະ ຕົວະກ່ຽວເລື່ອງເງິນເດືອນຂອງຄົນໃຊ້ນັ້ນ.

ຄະນະໄອຍະການໄດ້ກ່າວຫານັກການທູດອິນເດຍຄົນນີ້ວ່າ ບັງຄັບໃຫ້ຄົນໃຊ້ຂອງທ່ານນາງ ເຮັດວຽກ ໂດຍໄດ້ຮັບເງິນເດືອນຕ່ຳກວ່າຄ່າຈ້າງ ຂັ້ນຕ່ຳສຸດຂອງສະຫະລັດຢ່າງຫລວງຫຼາຍ ແລະຕົວະກ່ຽວກັບເລື່ອງນີ້ ໃນເວລາຂໍວີຊ່າໃຫ້ແກ່ຄົນໃຊ້.

ອິນເດຍໄດ້ຕອບໂຕ້ ໂດຍຖອນສິດທິເສດທາງດ້ານການທູດຕໍ່ເຈົ້າໜ້າທີ່ສະຫະລັດຈຳນວນ
ນຶ່ງທີ່ກຸງນິວເດລີ ແລະສັ່ງໃຫ້ສະຖານທູດສະຫະລັດ ຈຳກັດການໃຫ້ບໍລິການ ຢູ່ສະໂມສອນ ພວກນັກການທູດ ທີ່ສະຖານທູດສະຫະລັດ.

US INDIA DIPLOMAT VO
please wait
Embed

No media source currently available

0:00 0:00:42 0:00
XS
SM
MD
LG