ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດ ອິນເດຍ ເດີນທາງ ອອກຈາກ ສຫລ ທ່າມກາງ ບັນຫາຂັດແຍ້ງ


ທ່ານ Devyani Khobragade ຮອງກົງສຸນໃຫຍ່ອິນເດຍ ປະຈຳນຳຄອນນິວຢອກ.
ທ່ານ Devyani Khobragade ຮອງກົງສຸນໃຫຍ່ອິນເດຍ ປະຈຳນຳຄອນນິວຢອກ.
ນັກການທູດອິນເດຍຄົນນຶ່ງ ທີ່ຖືກຈັບແລະກວດຄົ້ນໂຕຢູ່ນະຄອນ
ນິວຢອກ ຊຶ່ງໄດ້ກໍ່ໃຫ້ເກີດບັນຫາຂັດແຍ້ງ ທາງດ້ານການທູດລະ
ຫວ່າງອິນເດຍ ກັບສະຫະລັດນັ້ນ ອອກເດີນທາງກັບຄືນປະເທດ
ໃນວັນສຸກມື້ນີ້ ຫລັງຈາກໄດ້ຖືກຟ້ອງໃນຂໍ້ຫາຂີ້ຕົວະຫລອກລວງ
ກ່ຽວກັບເລື່ອງວີຊ່າ.

ທ່ານນາງ Devyani Khobragade ໄດ້ອອກເດີນທາງໂດຍທາງ
ເຮືອບິນຈາກສະຫະລັດໃນຄໍ່າຄືນຂອງວັນພະຫັດວານນີ້ຫຼັງຈາກ
ອິນເດຍ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງສະຫະລັດ ທີ່ຢາກໃຫ້
ຖອນສິດພິເສດທາງດ້ານການທູດ ຂອງທ່ານນາງ.

Indian Diplomat Returns Home Amid US Dispute
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ


ທ່ານນາງ Khobragade ແມ່ນຮັບໜ້າທີ່ເປັນຮອງກົງສຸນໃຫຍ່ຂອງອິນເດຍທີ່ນະຄອນນິວ
ຢອກ. ແຕ່ແນວໃດກໍຕາມ ໃນວັນພະຫັດວານນີ້ ລຸນຫຼັງທີ່ໄດ້ປະຕິບັດຕາມຂັ້ນຕອນ ທີ່ເປັນ ມາດຕະຖານແລ້ວ ເຈົ້າໜ້າທີ່ສະຫະລັດ ກໍໄດ້ຮັບເອົາ ການຮ້ອງຂໍ ຂອງອິນເດຍ ເພື່ອປ່ຽນ ການແຕ່ງຕັ້ງທ່ານນາງໃຫ້ເປັນນັກການທູດປະຈຳອົງການສະຫະປະຊາຊາດໂດຍໃຫ້ສິດພິ ເສດທາງດ້ານການທູດຢ່າງເຕັມອັດຕາແກ່ທ່ານນາງນັ້ນ.

ໃນເມື່ອທ່ານນາງມີສິດພິເສດທາງການທູດເຕັມອັດຕາແລ້ວ ກະຊວງການຕ່າງປະເທດສະ
ຫະລັດກໍໄດ້ຮ້ອງຂໍໃຫ້ອິນເດຍຖອນສິດດັ່ງກ່າວ ເພື່ອວ່າທ່ານນາງ Khobragade ຈະໄດ້ ປະເຊີນກັບການດຳເນີນຄະດີ ແຕ່ອິນເດຍໄດ້ປະຕິເສດ ຕໍ່ການຮ້ອງຂໍທີ່ວ່ານີ້.

ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຂໍ້ຫາຕໍ່ທ່ານນາງຈະບໍ່ຖືກຍົກເລີກເຖິງ ແມ່ນທ່ານນາງໄດ້ເດີນທາງອອກຈາກປະເທດແລ້ວແລະທ່ານນາງຈະປະເຊີນກັບຂໍ້ຫາເຫຼົ່າ ນີ້ອີກ ເວລາໃດທ່ານນາງກັບຄືນມາຍັງສະຫະລັດ.

ເຈົ້າໜ້າທີ່ສະຫະລັດ ໄດ້ຈັບທ່ານນາງ Khobragade ໃນເດືອນແລ້ວນີ້ ໃນຂໍ້ຫາຈ່າຍເງິນ ເດືອນໃຫ້ຄົນໃຊ້ທຳຄວາມສະອາດບ້ານເຮືອນຕໍ່າກວ່າເງິນເດືອນຂັ້ນຕໍ່າສຸດແລະຕົວະລ່າຍ ກ່ຽວກັບຄຳຮ້ອງຂໍວີຊ່າ ໃຫ້ແກ່ຄົນໃຊ້ຂອງທ່ານນາງ.

India Diplomat
please wait
Embed

No media source currently available

0:00 0:01:26 0:00
XS
SM
MD
LG