ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຂໍໃຫ້ ປາກີສຖານ ເຄື່ອນໄຫວຕໍ່ຕ້ານ ພວກກໍ່ການຮ້າຍ ຫຼາຍຂຶ້ນ(ວີດີໂອ)


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ
ແລະທ່ານ S.M. Krishna ລັດຖະມົນຕີການ ຕ່າງປະເທດອິນເດຍ.
ວັນທີ 8 ພຶດສະພາ 2012.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ແລະທ່ານ S.M. Krishna ລັດຖະມົນຕີການ ຕ່າງປະເທດອິນເດຍ. ວັນທີ 8 ພຶດສະພາ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິ​ນຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ປາ​ກິ​ສຖານ​ຄວນ​ຈະ​ດໍາ​ເນີນ​ການ​ຫຼາຍ​ຂຶ້ນ ເພື່ອ​ຕໍ່ສູ້​ປາບປາມ ກັບ​ການກໍ່​ການ​ຮ້າຍ​ແລະ​ວ່າ ສະຫະລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະຕິດຕາມ ລ່າ​ກຸ່ມ​ກໍ່​ການ​ຮ້າຍ ​ທີ່​ມີ​ຖານ​ປະຕິບັດ​ງານ​ຢູ່​ໃນ​ປາ​ກິ​ສຖານ ທີ່​ໄດ້ຂົ່ມຂູ່​ສະຫະລັດ ອັຟກາ​ນິສຖານ ​ແລະ​ພັນທະ​ມິດ​ອື່ນໆ​ນັ້ນ.

ຫຼັງ​ຈາກ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ໃນ​ວັນ​ອັງຄານ​ມື້​ນີ້​ທີ່ກຸງ​ນີວເ​ເດນ​ລີກັບ​ຄູ່​ຕໍາ​ແໜ່​ງທ່ານ S.M. Krishna ຂອງ​ອິນ​ເດຍ​ແລ້ວ ທ່ານ​ນາງ ຄລິນ​ຕັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ສະຫະລັດ​ ແລະ​ອິນເດຍ ຮູ້ດີ​ກ່ຽວ ໂສກ​ນາຕະ​ກໍາ​ຕ່າງໆຈາກການ​ກໍ່​ການ​ຮ້າຍ​ຢູ່​ໃນ​ປະ​ເທດຂອງ​ຕົນ. ນອກ​ ນັ້ນ​ທ່ານ​ນາງ ​ຍັງ​ກ່າວ​ເຊ່ນ​ກັນ​ວ່າ ພວກ​ກໍ່​ການ​ຮ້າຍໃນ​ປາ​ກິ​ສຖານ​ ໄດ້ ສັງຫານ​ປະຊາຊົນ​ປາ​ກິ​ສຖານ​ໄປ​ແລ້ວ 30 ພັນ​ຄົນ ຊຶ່ງ​ທ່ານ​ນາງຄລິນ​ຕັນ​ກ່າວ​ຕື່ມວ່າ:

“ພວກ​ເຮົາ​ຢາກ​ເຫັນ​ລັດຖະບານ​ປາ​ກິ​ສຖານ ​ດໍາ​ເນີນ​ການ​ຫຼາຍ​ຂຶ້ນຕື່ມ. ປາ​ກິ​ສຖານຈຳ​ເປັນຈະ​ຕ້ອງ​ໃຫ້​ໝັ້ນ​ໃຈ​ວ່າ ດິນ​ແດນ​ຂອງ​ຕົນ​ບໍ່​ໄດ້​ຖືກ​ໃຊ້​ເປັນຖານ​ສໍາລັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ແຫ່ງ​ຕ່າງໆ ຮວມທັງ​ໃນ​ປາ​ກິ​ສຖານ​ເອງ.”

ເບິ່ງວີດີໂອ ຕົວປະກັນສະຫະລັດ ຖືກຈັບຢູ່ປາກິສຖານ

ໃນ​ຖ້ອຍ​ຖະ​ແຫຼ​ງທີ່​ກ່າວ​ໄປ​ໃນ​ເມືອງ Kolkata ​ໃນ​ມື້ວານ​ນີ້ ທ່ານ​ນາງຄລິນຕັນເວົ້າ​ວ່າ ປາ​ກິ​ສຖານ​ບໍ່​ໄດ້​ທໍາ​ການ​ເຄື່ອນ​ໄຫວ​ ຕາມຄໍາ​ຮຽກຮ້ອງຂອງ​ສະຫະລັດ​ແລະ​ອິນ​ເດຍ ​ເພື່ອ​ຈັບ​ກຸມຫຼືດໍາ​ເນີນ​ຄະດີຜູ້​ກໍ່​ການຮ້າຍ​ປາ​ກິ​ສຖານ ນາຍ Hafiz Mohammad Saeed ທີ່​ຖືກ​ກ່າວຫາ​ວ່າ ມີບົດບາດ​ອັນ​ສໍາຄັນ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ໃນ​ປີ 2008 ​ທີ່​ນະຄອນມູມໄບ ຂອງ​ອິນ​ເດຍ ທີ່​ໄດ້​ສັງຫານ​ຜູ້​ຄົນໄປ 166 ຄົນ​ນັ້ນ.

​ໃນ​ວັນ​ອັງຄານ​ມື້​ນີ້ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ສະຫະລັດ​ແລະ​ອິນເດຍ ຕ້ອງ​ການ​ຄວາມ
​ຮ່ວມ​ໄມ້​ຮ່ວມມື​ກັນ​ໃນ​ດ້ານ​ຄວາມ​ປອດ​ໄພ​ໃຫ້​ເລິກລົງ​ໄປ​ອີກ ​ແລະ​ວ່າ​ທັງ​ສອງ​ປະ​ເທດ​ມີ​
ເປົ້າ​ໝາຍ​ຮ່ວມ​ກັນ​ໃນ​ການ​ປົກ​ປ້ອງ​ບໍ່​ໃຫ້​ອີຣ່ານມີ​ອາວຸດ​ນີວ​ເຄລຍ. ທ່ານ​ນາງຄລິນ​ຕັນ​ໄດ້
​ສະ​ແດງ​ຄວາມ​ຍ້ອງຍໍ​ອິນ​ເດຍໃນ​ການ​ເອົາ​ບາດກ້າວ​ຕ່າງໆ​ໃນ​ໂຮງ​ກັ່ນ​ນໍ້າມັນ​ຂອງ​ຕົນ​ໃນ
​ການ​ລົດ​ຜ່ອນ ​ການ​ນໍາ​ເຂົ້າ​ນໍ້າມັນຈາກ​ອີຣ່ານ ໃນ​ຖານະ​ເປັນພາກ ສ່ວນ​ນຶ່ງ​ຂອງ​ການສື​ບ
ຕໍ່​ປຸກລະດົມເພື່ອ​ກົດ​ດັນກຸງ​ເຕຫະຣ່ານກ່ຽວ​ກັບ​ໂຄງການ​ນີວ​ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​
ກັນນັ້ນ.

XS
SM
MD
LG