ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ສຫລ ຢືນຢັນ ການເພີ່ມ ຂໍ້ຈຳກັດ ຕໍ່ຄອມພິວເຕີ ທີ່ນຳຂຶ້ນເຮືອບິນ

ປ້າຍ ລະບຸບັນຊີ ເຄື່ອງຂອງຫວງຫ້າມ ນຳເຂຶ້ນໄປໃນເຮືອບິນໂດຍສານ ຢູ່ດ້ານນອກ ບ່ອນແຈ້ງປີ້ເດີນທາງ ທີ່ສະໜາມບິນ ສາກົນ Casablanca Mohammed V, ໃນນະຄອນ Casablanca ຂອງ Morocco, ວັນທີ 29 ມີນາ 2017.
ປ້າຍ ລະບຸບັນຊີ ເຄື່ອງຂອງຫວງຫ້າມ ນຳເຂຶ້ນໄປໃນເຮືອບິນໂດຍສານ ຢູ່ດ້ານນອກ ບ່ອນແຈ້ງປີ້ເດີນທາງ ທີ່ສະໜາມບິນ ສາກົນ Casablanca Mohammed V, ໃນນະຄອນ Casablanca ຂອງ Morocco, ວັນທີ 29 ມີນາ 2017.

ສະຫະລັດ ຈະຂະຫຍາຍການຫ້າມ ເອົາຄອມພິວເຕີ ເຂົ້າໄປໃນເຮືອບິນໂດຍສານ
ອອກໄປຕື່ມ ໃນສະໜາມບິນແຫ່ງອື່ນໆ ສຳລັບ ຖ້ຽວບິນບາງສ່ວນ ທີ່ບິນມາຈາກ
ພາກຕາເວັນອອກກາງ ແລະ ອາຟຣິກາ ໃນໄວໆນີ້ ອີງຕາມການຢືນຢັນ ໃນວັນພຸດ
ວານນີ້ຂອງຫົວໜ້າກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ສະຫະ ລັດ ຫຼື DHS.

ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John Kelly ປາກົດໂຕຕໍ່ໜ້າ ຄະນະກຳມະການຮັກສາຄວາມປອດໄພພາຍໃນ ແລະຮັບຜິດຊອບດ້ານການປົກຄອງ ຂອງສະພາສູງ ເພື່ອຈະຮັບຜ່ານ ເລື່ອງການຮັກສາຄວາມປອດໄພຕາມຊາຍແດນ ຂອງປະທານາທິບໍດີ ທ່ານ ດໍໂນລ ທຣຳ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ເມສາ 2017.

ລັດຖະມົນຕີຂອງກະຊວງດັ່ງກ່າວ ທ່ານ John Kelly ໄດ້ບອກ ຄະນະກຳມະການ
ສະພາສູງ ວ່າ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍໃນ ອາດຈະ “ເອົາຫຼາຍ ມາດຕະ
ການ ໃນອະນາຄົດອັນໃກ້ໆນີ້ ເພື່ອເພີ່ມຈຳນວນ ສະໜາມບິນຕື່ມອີກ”
ທີ່ຈະໄດ້ຮັບ
ຜົນກະທົບ ຈາກ​ການຈຳກັດ ກ່ຽວກັບຄອມພິວເຕີ laptop ແລະ tablet ຍ້ອນຄວາມ
ເປັນຫ່ວງວ່າ ພວກກໍ່ການຮ້າຍ ອາດແນເປົ້າໝາຍໃສ່ ການບິນພານິດ ດ້ວຍການລັກ
ລອບເອົາວັດຖຸລະເບີດຊຸກເຊື່ອງ​ໄວ້ໃນ ພວກເຄື່ອງອີເລັກໂທຣນິກ ຂະໜາດໃຫຍ່.

ຄຳເຫັນຂອງທ່ານ Kelly ທີ່ກ່າວ ໃນລະຫວ່າງໃຫ້ການ ຢູ່ລັດຖະສະພາ ໃນວັນພຸດ
ວານນີ້ ໄດ້ມີຂຶ້ນຫຼັງຈາກທີ່ໄດ້ມີຄຳເຫັນທີ່ຄ້າຍຄືກັນນີ້ ໂດຍໂຄສົກ ຂອງກະຊວງ DHS
ທ່ານ David Lapan ຜູ້ທີ່ໄດ້ບອກໜັງສືພິມ USA Today ໃນມື້ກ່ອນນີ້ວ່າ “ຂ້າພະເຈົ້າ
ບໍ່ໄດ້ເວົ້າວ່າ ຈະມີສິ່ງໃດເກີດຂຶ້ນ ໃນໄວໆນີ້ ແຕ່ຂ້າພະເຈົ້າ ກໍບໍ່ໄດ້ພິຈາລະນາເອົາ
ຫຍັງອອກ.”

ສາຍການບິນ Qatar Airways ສະເໜີແນະ ໃຫ້ບໍລິການຢືມ laptops ໄປໃຊ້ ຟຣີ ແກ່ຜູ້ໂດຍສານ ຊັ້ນທຸລະກິດຂອງຕົນ ໃນຂະນະເກີດການຫ້າມ ຂອງສະຫະລັດ ຕໍ່ເຄື່ອງໃຊ້ອີເລັກໂທຣນິກບາງຢ່າງ ຕ່າງໆນັ້ນ. (Qatar Airways)
ສາຍການບິນ Qatar Airways ສະເໜີແນະ ໃຫ້ບໍລິການຢືມ laptops ໄປໃຊ້ ຟຣີ ແກ່ຜູ້ໂດຍສານ ຊັ້ນທຸລະກິດຂອງຕົນ ໃນຂະນະເກີດການຫ້າມ ຂອງສະຫະລັດ ຕໍ່ເຄື່ອງໃຊ້ອີເລັກໂທຣນິກບາງຢ່າງ ຕ່າງໆນັ້ນ. (Qatar Airways)

ພວກທີ່ເດີນທາງໃນຖ້ຽວບິນເຂົ້າມາສະຫະລັດໂດຍກົງ ຈາກ 10 ສະໜາມບິນ ໃນ 8
ປະເທດ ຢູ່ພາກຕາເວັນອອກກາງ ແລະ ອາຟຣິກາເໜືອ ແມ່ນຈະຕ້ອງເອົາເຄື່ອງ
ອີເລັກໂທຣນິກ ຂະໜາດໃຫຍ່ກວ່າ ໂທລະສັບມືຖື ບັນຈຸໃສ່ຫີບເດີນທາງ ທີ່ຜ່ານ
ການກວດສອບ.

ສະຫະລັດ ໄດ້ປະກາດຫ້າມຢ່າງບໍ່ມີກຳນົດ ​ໃນການນຳເອົາເຄື່ອງອີເລັກໂທຣນິກ ເຂົ້າ
ໄປໃນເຮືອບິນໂດຍສານ ໃນວັນທີ 21 ເດືອນມີນາ ຜ່ານມານີ້ ຫຼັງຈາກ ມີດຳລັດຝ່າຍ
ບໍລິຫານ ທີ່ໄດ້ສົງຜົນກະທົບ ຕໍ່ພວກທີ່ເດີນທາງມາຈາກຂົງເຂດດຽວກັນນັ້ນ. ໂດຍການ
ເອົາສອງມາດຕະການນີ້ ໃນທັນທີທັນໃດ ກໍໄດ້ເກີດມີການຕຳນິວ່າ ລັດຖະບານ ທ່ານ
ທຣຳ ໄດ້ຈຳແນກຕໍ່ບັນດາປະເທດ ທີ່ມີຊາວມຸສລິມເປັນສ່ວນໃຫຍ່.

ທ່ານ Kelly ໄດ້ປະຕິເສດຕໍ່ຄຳຕຳນິນີ້ ​ເວລາ​ທ່ານ​ໃຫ້ການ​ຕໍ່​ສະພາ ໂດຍກ່າວວ່າ ທ່ານ
ບໍ່ໄດ້ເປັນຜູ້ອອກມາດຕະການໃໝ່ນີ້ “ຍ້ອນວ່າ ສາສະໜາຂອງຊາວ ມຸສລິມ ຫຼື ຜິວພັນ
ຂອງພວກເຂົາເຈົ້າ.”

ທ່ານ Kelly ກ່າວຕື່ມວ່າ ພວກເຮົາຮູ້ວ່າ ໃນມື້ໃດມື້ນຶ່ງ ມີກຸ່ມກໍ່ການຮ້າຍ ຫຼາຍສິບຄົນ
ທີ່ກຳລັງລົມກັນ ກ່ຽວກັບ ການໂຈມຕີຕໍ່ການບິນ ມັນມີການຂົ່ມຂູ່ອັນແທ້ຈິງ ໃນທຸກເມື່ອ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG