ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຂໍ້ສະເໜີ ປະຕິຮູບ ຄົນເຂົ້າເມືອງ ທີ່ຮົ່ວໄຫຼ ເຮັດໃຫ້ ພັກຣີພັບບລີກັນ ບໍ່ພໍໃຈ (ວີດີໂອ)


ຂໍ້ສະເໜີຂອງທຳນຽບຂາວ ທີ່ມີການຮົ່ວໄຫຼນັ້ນ ເຮັດໃຫ້ການດຳເນີນ ຄວາມພະຍາຍາມ ເພື່ອປະຕິຮູບເລື່ອງຄົນເຂົ້າເມືອງ ຢູ່ໃນສະຫະລັດ ຍຸ່ງຍາກຕື່ມຂຶ້ນ.
ຂໍ້ສະເໜີຂອງທຳນຽບຂາວ ທີ່ມີການຮົ່ວໄຫຼນັ້ນ ເຮັດໃຫ້ການດຳເນີນ ຄວາມພະຍາຍາມ ເພື່ອປະຕິຮູບເລື່ອງຄົນເຂົ້າເມືອງ ຢູ່ໃນສະຫະລັດ ຍຸ່ງຍາກຕື່ມຂຶ້ນ.
ໄດ້ມີການໃຊ້ຄວາມເວົ້າ ຢ່າງຮຸນແຮງ ລະຫວ່າງສອງພັກການ
ເມືອງ ທີ່ກຸງວໍຊິງຕັນ ຊຶ່ງເຜີຍໃຫ້ເຫັນ ເຖິງບັນຫາທ້າທາຍທາງ
ດ້ານການເມືອງ ທີ່ຍຸ່ງຍາກ ເມື່ອເວົ້າເຖິງການປະຕິຮູບລະບົບ
ຄົນເຂົ້າເມືອງ ຂອງສະຫະລັດ. ຮ່າງດຳລັດສະບັບນຶ່ງກ່ຽວກັບ
ເລື້ອງນີ້ ຂອງລັດຖະບານທ່ານໂອບາມາທີ່ມີຂ່າວຮົ່ວໄຫຼອອກ
ມາ ໃນມື້ວັນຈັນນັ້ນ ອາດໄດ້ເຮັດໃຫ້ ການເຈລະຈາ ແບບປິດ
ລັບ ທີ່ລະອຽດອ່ອນ ຢຸດສະງັກລົງ ລະຫວ່າງສະມາຊິກລັດຖະ ສະພາຈາກພັກເດໂມແຄຣັທແລະພັກຣີພັບບລີກັນທີ່ພວມພະ ຍາຍາມຫາທາງຮ່າງກົດໝາຍແບບຄົບຖ້ວນຮອບດ້ານ ທີ່ທັງ
ສອງພັກ ເຫັນພ້ອມນໍາກັນນັ້ນ. Michael Bowman ມີລາຍ
ງານ ດັ່ງໄພສານ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພວກຄົນເຂົ້າເມືອງຜິດກົດໝາຍຢູ່ໃນສະຫະລັດຈຳນວນ 11 ລ້ານກວ່າຄົນຈະມີສະຖານະ ພາບແບບໃດ? ຂໍ້ສະເໜີຂອງລັດຖະບານທ່ານໂອບາມາ ທີ່ມີການຮົ່ວໄຫຼໃຫ້ ແກ່ໜັງສືພິມ ຂອງສະຫະລັດຊາບນັ້ນແມ່ນຈະສ້າງຕັ້ງເສັ້ນທາງໄປສູ່ການມີສິດຢູ່ໃນສະຫະລັດຢ່າງເປັນ ການຖາວອນໄດ້ ຊຶ່ງເປັນປະຕູໄປສູ່ການໄດ້ຮັບສັນຊາດອາເມຣິກັນໃນທີ່ສຸດ.

ແຕ່ບັນດາສະມາຊິກລັດຖະສະພາຈາກພັກຣີພັບບລີກັນ ແມ່ນມີຄວາມໂກດແຄ້ນ ກ່ຽວກັບ ການເຜີຍແຜ່ຂ່າວດັ່ງກ່າວ ໂດຍກ່າວຫາປະທານາທິບໍດີໂອບາມາວ່າ ທຳການເຄື່ອນໄຫວ ກ່ອນການດຳເນີນຄວາມພະຍາຍາມຂອງທັງສອງພັກການເມືອງ.

ສະມາຊິກສະພາຕໍ່າ Paul Ryan ກ່າວຕໍ່ລາຍການ This Week ຫຼືສັບປະນີ້ ຂອງໂທລະ ພາບ ABC ວ່າ “ໂດຍອຳນວຍໂອກາດ ໃຫ້ແກ່ພວກທີ່ລັດແຖວ ເຂົ້າໄປຢູ່ທາງໜ້າ ຂອງພວກຄົນເຂົ້າເມືອງທີ່ເຂົ້າມາໃນສະຫະລັດຢ່າງຖືກຕ້ອງຕາມກົດໝາຍ ໂດຍ ບໍ່ຈັດການກັບບັນຫາການຮັກສາຄວາມປອດໄພຊາຍແດນ ຢ່າງພຽງພໍນັ້ນ ແມ່ນ ບອກໃຫ້ຂ້າພະເຈົ້າຊາບວ່າ ທ່ານໂອບາມາ ພວມສວຍໂອກາດ ເພື່ອສ້າງຄວາມ ໄດ້ປຽບ ໃຫ້ແກ່ພັກຂອງທ່ານ.”

ສ່ວນສະມາຊິກສະພາສູງ Jonh McCain ກ່າວຕໍ່ລາຍການ Meet the Press ຂອງໂທ ລະພາບ NBC ວ່າ “ປະທານາທິບໍດີ ຕ້ອງການຢາກຈະໄດ້ຮັບຜົນບໍ? ຫຼືທ່ານຕ້ອງ ການອາວຸດອີກຊະນິດນຶ່ງ ເພື່ອເອົາຊະນະພັກຣີພັບບລີກັນ.”

ແຕ່ຄວາມຈິງແລ້ວ ປະທານາທິບໍດີໂອບາມາກໍໄດ້ເຕືອນລັດຖະສະພາລ່ວງໜ້າແລ້ວ ກ່ຽວ ກັບເລື່ອງນີ້.

ທ່ານໂອບາມາເວົ້າວ່າ “ຖ້າລັດຖະສະພາ ບໍ່ສາມາດຮ່າງແຜນການຂຶ້ນມາໄດ້ພາຍໃນ ເວລາອັນເໝາະສົມ ຂ້າພະເຈົ້າກໍຈະນຳສະເໜີແຜນການຂອງຂ້າພະເຈົ້າເອງ.”

ໃນຂະນະທີ່ຄວາມໂມໂຫ ຂອງບັນດາສະມາຊິກລັດຖະສະພາກຳລັງຮ້ອນແຮງຂຶ້ນຢູ່ນີ້ ເຈົ້າ
ໜ້າທີ່ຂອງທຳນຽບຂາວກໍຟ້າວຟັ່ງພາກັນອອກມາຖະແຫຼງຕອບ. ທ່ານ Denis McDonough ຫົວໜ້າຫ້ອງການທໍານຽບຂາວ ໄດ້ອອກມາກ່າວ ຢູ່ໃນລາຍການ Face the Nation ຂອງໂທລະພາບຊ່ອງ CBS.

ທ່ານ McDonough ເວົ້າວ່າ “ຂ້າພະເຈົ້າຫວັງວ່າ ສະມາຊິກພັກຣີພັບບລີກັນແລະພັກ ເດໂມແຄຣັທ ຢູ່ທີ່ສະພານັ້ນ ຈະບໍ່ໄປພົວພັນນໍາ ການຖຽງກັນໄປ ຖຽງກັນມາ ຕາມ ແບບສະບັບຂອງວໍຊິງຕັນ ແລະແທນທີ່ຈະເຮັດຈັ່ງຊັ້ນ ຂໍໃຫ້ຮໍາແຂນເສື້ອຂຶ້ນ ແລະ ເລີ້ມເຮັດວຽກເລີຍ."

ພວກສະໜັບສະໜຸນໃຫ້ມີການປະຕິຮູບກ່າວວ່າ ເວລານີ້ ອາເມຣິກາແມ່ນມີໂອກາດອັນຫາ ຍາກທີ່ສຸດ ທີ່ຈະໄດ້ດຳເນີນການກ່ຽວກັບເລື່ອງນີ້ ເຊັ່ນສະມາຊິກສະພາສູງ Charles Schumer ຈາກພັກເດໂມແຄຣັທ.

ທ່ານ Schumer ເວົ້າວ່າ “ນີ້ແມ່ນເປັນເທື່ອທຳອິດທີ່ມີຄວາມສ່ຽງທາງດ້ານການເມືອງ ໃນການຄັດຄ້ານ ຕໍ່ການປະຕິຮູບເລື່ອງຄົນເຂົ້າເມືອງນັ້ນ ຫລາຍກວ່າ ໃນການໃຫ້ ຄວາມສະໜັບສະໜຸນ.”

ແຕ່ພວກຄັດຄ້ານມີຄວາມຢ້ານກົວວ່າ ການດຳເນີນຄວາມພະຍາຍາມເພື່ອໃຫ້ມີການປະຕິ ຮູບກ່ຽວກັບເລື່ອງນີ້ ຈະຊຸກຍູ້ໃຫ້ມີພວກຄົນເຂົ້າເມືອງຜິດກົດໝາຍຫຼາຍຕື່ມຂຶ້ນ. ທ່ານ Jim Gilchrist ແມ່ນຜູ້ກໍ່ຕັ້ງກຸ່ມປະຊາຊົນ ທີ່ລາດຕະເວນຊາຍແດນຂອງສະຫະລັດ ຕິດກັບປະ ເທດເມັກຊິໂກ.

ທ່ານ Gilchrist ເວົ້າວ່າ “ຖ້າພວກເຮົາຈະໃຫ້ອະໄພຍະໂທດແກ່ຄົນ 15 ຫາ 30 ລ້ານ ຄົນທີ່ເຂົ້າມາຢູ່ໃນປະເທດນີ້ໂດຍຜິດກົດໝາຍໃນເວລານີ້ແມ່ນໝາຍຄວາມວ່າພວກ ເຮົາຈະໃຫ້ອະໄພຍະໂທດແກ່ 300 ລ້ານຄົນ ທີ່ຈະຕິດຕາມພວກເຂົາເຈົ້າມາໃນໄລ ຍະຫຼາຍໆທົດສະວັດຂ້າງໜ້າ.”

ແຕ່ແນວໃດກໍຕາມ ພວກນັກວິເຄາະມອງເຫັນວ່າ ຄວາມເຫັນພ້ອງຕ້ອງກັນພວມໂຜ່ໂຕຂຶ້ນ ມາທີ່ກຸງວໍຊິງຕັນ ກ່ຽວກັບການປະຕິຮູບເລື່ອງຄົນເຂົ້າເມືອງ.

ນາງ Michelle Mittelstadt ຈາກສະຖາບັນນະໂຍບາຍຕັ້ງຖິ່ນຖານໃໝ່ ກ່າວວ່າ “ມີການ ເຫັນພ້ອມນຳກັນ ເຖິງຄວາມຈຳເປັນ ທີ່ຈະຕ້ອງໄດ້ດຳເນີນການ ເພີ້ມຕື່ມ ກ່ຽວກັບ ເລື່ອງຄວາມໝັ້ນຄົງຊາຍແດນ. ມີການເຫັນພ້ອມນຳກັນເຖິງຄວາມຈຳເປັນໃນການ ກວດສອບແບບບັງຄັບກ່ຽວກັບເລື້ອງວຽກງານ. ມີການເຫັນພ້ອມນຳກັນທີ່ຈະຕ້ອງ ໄດ້ດຳເນີນການ ແນວໃດແນວນຶ່ງ ກ່ຽວກັບພວກຄົນເຂົ້າເມືອງ ແບບຜິດກົດໝາຍ ແລະອະນຸຍາດໃຫ້ພວກເຂົາເຈົ້າມີຖານະທາງດ້ານກົດໝາຍໃນລະດັບໃດລະດັບນຶ່ງ.”

ແຕ່ວ່າ ການຂັດແຍ້ງກັນກ່ຽວກັບດຳລັດຂອງທຳນຽບຂາວສະແດງໃຫ້ເຫັນວ່າ ການປ່ຽນ ແປງດັ່ງກ່າວນີ້ ແມ່ນຍັງບໍ່ແນ່ນອນເທື່ອ.

ນາງ Mittelstadt ເວົ້າວ່າ “ຂໍ້ລິເລີ້ມດັ່ງກ່າວນີ້ສາມາດແຕກຫັກລົງໄດ້ທຸກເວລາ ຂ້າ ພະເຈົ້າຄິດວ່າ ການຖົກຖຽງກັນ ກ່ຽວກັບຂໍ້ສະເໜີຂອງທຳນຽບຂາວ ທີ່ມີການຮົ່ວ ໄຫຼອອກມາ ແລະປະຕິກິລິຍາຕອບຢ່າງແຮງຂອງພັກຣີພັບບລີກັນ ແມ່ນເປັນພຽງ ຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ເລື່ອງນີ້ມີຄວາມສຳຄັນຂະໜາດໃດແລະສະແດງ ວ່າ ເລື່ອງນີ້ຍັງຈະສືບຕໍ່ເປັນຂັ້ນຕອນທີ່ມີຄວາມສະລັບຊັບຊ້ອນແລະຍັງຈະມີການ ຖົກຖຽງກັນຢູ່ຕໍ່ໄປ.”

ທ່ານໂອບາມາໄດ້ສະໜັບສະໜຸນໃຫ້ມີການປະຕິຮູບເລື່ອງຄົນເຂົ້າເມືອງນັບຕັ້ງແຕ່ທ່ານໄດ້ ເຂົ້າກຳຕຳແໜ່ງປະທານາທິບໍດີ. ແລະບັນດາຜູ້ແທນ ພັກຣີພັບບລີກັນ ກໍເລີ້ມມີຈິດໃຈເອນ ອ່ຽງ ມາເຫັນພ້ອມນໍາການລິເລີ້ມດັ່ງກ່າວ ນັບແຕ່ການ ເລືອກຕັ້ງປະທານາທິບໍດີໃນປີແລ້ວ ທີ່ທ່ານໂອບາມາໄດ້ຮັບໄຊຊະນະໂດຍໄດ້ຮັບການສະໜັບສະໜຸນຢ່າງແຂງຂັນຈາກບັນດາ ຜູ້ມີສິດປ່ອນບັດຊາວອາເມຣິກັນເຊື້ອສາຍຮິສປານິກ ແລະເຊື້ອສາຍເອເຊຍ.

XS
SM
MD
LG