ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານປະຈຳປີ ວ່າດ້ວຍການຄ້າມະນຸດ ຢູ່ລາວ, ຕອນທີ 1 (ເບິ່ງວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີນໍາສະເໜີລາຍງານກ່ຽວກັບ ການລັກລອບ ຄ້າມະນຸດປະຈໍາປີ ທີ່ກະຊວງການຕ່າງປະເທດ (27 ມີຖຸນາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີນໍາສະເໜີລາຍງານກ່ຽວກັບ ການລັກລອບ ຄ້າມະນຸດປະຈໍາປີ ທີ່ກະຊວງການຕ່າງປະເທດ (27 ມີຖຸນາ 2011)

ໃນ​ທ້າຍ​ເດືອນ​ແລ້ວນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານປະ​ຈໍາປີທີ 11 ຂອງ​ຕົນກ່ຽວ​ກັບ​ການ​ຄ້າ​ມະນຸດ​ຢູ່​ໃນ 184 ປະ​ເທດ​​ແລະ​ດິນ​ແດນ​ຕ່າງໆ​​ໃນ​ທົ່ວ​ໂລກ ​ໂຮມ​ທັງ ສປປ ລາວ ນໍາ ຊຶ່ງ​ປີ​ນີ້​ ກໍ​ຍັງ​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ​ທີ 2 ຢູ່ຄື​ເກົ່າ ​ແຕ່​ໄດ້​ຖືກ​ລືບ​ຊື່​ອອກ​ຈາກ​ບັນຊີ​ພວກ​ປະ​ເທດ​ທີ່​ຕ້ອງ​ຕິດຕາມ​ສີ້ງຊອມ​ເບິ່ງ ຊື່​ງ​ເປັນ​ການ​ສໍ່​ສະ​ແດງ​ວ່າລັດຖະບານ​ລາວ​ໄດ້​ທໍຄວາມ​ກ້າວໜ້າ​ແດ່​ເລັກ​ນ້ອຍໃນ​ການ​ປາບ​ປາມ​ການ​ລັກລອບ​ຄ້າ​ມະນຸດ​ນັ້ນ. ວີ​ໂອ​ເອມີ​ລາຍ​ງານຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ​​ໃນ​ສ່ວນ​ທີ່​ກ່ຽວ​ກັບ ສປປ ລາວ ມາ ສະ​ເໜີ​ທ່ານ​ຊຶ່ງໃນ​ຕອນ​ທີ​ນຶ່ງນີ້ແມ່ນຈະ​ເວົ້າ​ເຖິງ​ສະພາບ​ການ​ໂດຍ​ລວມ ​ກ່ຽວ​ກັບ​ການ​ຄ້າມະ ນຸດຢູ່ລາວແລະ​ການ​ດໍາ​ເນີນ​ຄະດີໃນ​ດ້ານ​ນີ້​.

ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າ ລາວ​ແມ່ນ​ເປັນ​ແຫຼ່ງທີ່​ມາ​ແລະກໍ­­​
ເປັນທັງ​ທາງ​ຜ່ານ ​ແລະ​ປາຍທາງ ໃນ​ຂອບ​ເຂດ​ທີ່​ຫຼຸດລົງ​ມາ ຂອງ​ພວກ​ແມ່ຍິງ​ແລະ​ຍິງ​ສາວ​
ທີ່​ຕົກ​ເປັນ​ເຫຍື່ອຂອງ​ການ​ຄ້າ​ປະ​ເວ​ນີ ​ຕະຫຼອດທັງ​ພວກ​ຜູ້ຊາຍ ​ແມ່ຍິງ ​ແລະ​ເດັກນ້ອຍທີ່​
ຕົກ​ຢູ່​ໃນ​ສະພາບ​ຖືກ​ບີບ​ບັງຄັບ​ໃຊ້​ແຮງງານຢູ່​ຕາມ​ໂຮງ​ຈັກ​ໂຮງງານ ​ເປັນແຮງ​ງານຮັບໃຊ້​
ຢູ່ຕາມ​ບ້ານ​ເຮືອນ ຢູ່ຕາມ​ພາກສ່ວນ​ກະສິກຳ​ແລະ​ອຸດສາຫະກຳ​ການ​ປະ​ມົງ. ພວກ​ຜູ້​ຊາຍ​
ແມ່ຍິງ​ແລະ​ເດັກນ້ອຍ​ລາວ​ໄດ້​ຖືກພົບ​ເຫັນຢູ່​ໃນ​ສະພາບ​ຖືກ​ບັງຄັບ​ໃຊ້​ແຮງ​ງານ​ຢູ່​ທີ່​ປະ​ເທດ
ໄທ ມາ​ເລ​ເຊຍ​ແລະ​ຈີນ. ມີ​ຄົນ​ລາວ​ຈຳນວນ​ຫຼວງຫຼາຍ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ພວກ​ແມ່ຍິງ​
ໄດ້ຈ່າຍ​ຄ່າ​ນາຍ​ໜ້າ ​ເພື່ອ​ໃຫ້​ໄດ້​ວຽກ​ການ​ເຮັດ​ທີ່​ປະ​ເທດ​ໄທ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ​ແມ່ນ​
ໄດ້​ຈ່າຍ​ເງິນ​ໃນ​ລະຫວ່າງ 70 ຫາ 150 ​ໂດ​ລາ ​ແຕ່ຕໍ່​ມາ​ພາຍຫຼັງ​ໄດ້​ຕົກ​ຢູ່​ໃນສະພາບ​ເປັນ​
ຂ້າ​ທາດ​ທາງ​ເພດ ​ແລະ​ຖືກ​ບັງຄັບໃຊ້​ແຮງ​ງານຢູ່​ໃນ​ອຸດສາ​ຫະກຳ​ຄ້າ​ປະ​ເວ​ນີຂອງ​ໄທ ຫຼືບໍ່​
ກໍ​ເປັນ​ຄົນ​ຮັບໃຊ້​ຢູ່​ຕາມ​ບ້ານ​ເຮືອນ ຕາມ​ໂຮງງານ​ຕັດຫຍິບ ຫຼືອຸດສາ​ຫະກຳການ​ກະ​ເສດ.
ພວກ​ຜູ້ຊາຍ​ລາວກໍ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຖືກ​ບີບ​ບັງຄັບ​ໃຊ້​ແຮງ​ງານ​ຢູ່​ໃນ​ອຸດສາຫະກຳການ​
ປະມົງ​ແລະ​ກໍ່ສ້າງ​ຂອງ​ໄທ. ມີ​ຊາວ​ລາວ​ຈຳນວນ​ນຶ່ງ​ທີ່​ຖືກ​ລະ​ບຸ​ຢ່າງ​ເປັນ​ທາງການ​ວ່າ​ໄດ້​ຕົກ
ເປັນ​ເຫຍື່ອ​ຂອງ​ການ​ຄ້າມະນຸດຢູ່​ໄທ​ແລ້ວນັ້ນ ໄດ້​ເລືອກ​ເອົາ​ ການ​ສ່ຽງໃນ​ການ​ເດີນທາງ​
ກັບ​ຄືນ​ໄປ​ໄທ​ເພື່ອຊອກວຽກ​ເຮັດ​ອີກ ​ຫຼັງຈາກ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ແລ້ວ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າມີລາຍ​ງານ​ວ່າ​ແມ່ຍິງ​ແລະ​ຍິງສາວລາວຈຸ​ນ້ອຍໆ
ຈຸນຶ່ງ​ໄດ້ຕົກ​ຢູ່​ໃນ​ສະພາບ​ຖືກ​ຄ້າ​ມະນຸດ​ຢູ່​ໃນ​ປະ​ເທດ​ຈີນ ຊຶ່ງ​ບາງ​ຄົນໃນ​ນັ້ນ​ ໄດ້​ຖືກ​ບັງຄັບ
ໃຫ້​ແຕ່ງງານກັບ​ຜູ້​ຊາຍ​ຊາວ​ຈີນ. ພວກ​ຊົນ​ຊາດ​ຊົນ​ເຜົ່າ​ແມ່ນ​ມີ​ຄວາມ​ຫຼໍ່​ແຫຼມ​ເປັນ​ພິ​ເສດ​ ຕໍ່
ການ​ຕົກ​ເປັນ​ເຫ​ຍື່ອຂອງ​ການ​ຄ້າ​ມະນຸດ​ຢູ່ໃນ​ໄທຍ້ອນ​ບໍ່ຮູ້ຈັກ​ພາສາ​ໄທແລະ​ການ​ບໍ່​ລຶ້ງ​ເຄີຍ​
ຫຼືຮອບ​ຮູ້ກ່ຽວກັບ​ສັງຄົມ​ໄທ.

ລາຍ​ງານ​ເວົ້າວ່າ ລາວ​ໄດ້​ກາຍ​ເປັນ​ທາງ​ຜ່ານ​ຫຼາຍຂຶ້ນນັບ​ມື້ ສຳລັບ​ພວກແມ່ຍິງ​ຫວຽດນາມ
ຈີນ ​ແລະ​ມຽນມາ ທີ່​ຖືກ​ບັງຄັບ​ໃຫ້​ຄ້າ​ປະ​ເວ​ນີ​ແລະ​ຖືກ​ບັງຄັບ​ໃຊ້​ແຮງງານ​ຢູ່​ປະ​ເທດ​ໄທ. ມີ​
ແມ່ຍິງ​ຫວຽດນາມ​ຈຳນວນ​ນຶ່ງ​ໄດ້​ຖືກ​ບັງຄັບ​ໃຫ້​ເປັນ​ໂສ​ເພນີຢູ່​ລາວ. ​ເຖິງ​ແມ່ນ​ໄດ້​ມີ​ລາຍ​ງານ
ໃນ​ຈຳ​ນວນທີ່​ຫຼຸດລົງ​ກໍ​ຕາມ ​ແຕ່​ການ​ຄ້າ​ມະນຸດ​ ຢູ່ພາຍ​ໃນ​ລາວ​ເອງ​ ກໍ​ຍັງ​ສື​ບຕໍ່​ເປັນ​ບັນຫາ
ຊຶ່ງ​ໄດ້ຍັງ​ຜົນ​ໃຫ້​ພວກ​ຍິງ​ສາວ​ແລະ​ເດັກນ້ອຍ​ແມ່ຍິງ​ຖືກ​ບັງຄັບ​ໃຫ້​ເປັນ​ໂສ​ເພນີ. ຜູ້ຊາຍແລະ
ເດັກໜຸ່ມລາວຈໍານວນນຶ່ງກໍຖືກຂູດຮີດແຮງງານຢູ່ໃນສວນກະເສດ ເຊ່ນສວນຢາງພາລາເປັນ
ຕົ້ນ. ລາຍງານເວົ້າອີກວ່າ ລາວ​ອາດ​ກາຍ​ເປັນ​ຈຸດໝາຍປາຍທາງສຳລັບ​ພວກ​ນັກ​ທ່ອງ​ທ່ຽວ
ທີ່​ຊອກສະ​ແຫວ​ງຫາ​ຄວາມ​ສຳລານ​ທາງ​ເພດນັ້ນຫຼາຍຂຶ້ນນັບມື້.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ລັດຖະບານ​ລາວ​ບໍ່​ໄດ້ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ ຕາມ​
ມາດຕະຖານ​ທີ່​ຕໍ່າ​ສຸດ​ໃນການ​ລຶບລ້າງ​ການ​ຄ້າ​ມະນຸດ ​ແຕ່​ແນວ​ໃດ​ກໍ​ຕາມລາວ​ກໍໄດ້​ດຳ​ເນີນ
ຄວາມ​ພະຍາຍາມ​ທີ່​ສຳຄັນ​ເພື່ອ​ໃຫ້​ບັນລຸ​ມາດຕະຖານ​ດັ່ງກ່າວ. ​ໃນ​ໄລຍະ​ຂອງລາຍ​ງານ​ນີ້
ລັດຖະບານ​ລາວລາຍ​ງານ​ວ່າ ໄດ້​ສືບສວນຄະດີການ​ຄ້າ​ມະນຸດ 20 ກໍລະນີແລະໄດ້​ຕັດສິນ​
ລົງ​ໂທດ​ພວກ​ມີ​ຄວາມ​ຜິດ​ ໃນການ​ຄ້າ​ມະນຸດ 33 ຄົນ ຊຶ່ງ​ເປັນ​ການ​ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍ
ຈາກ​ການ​ບໍ່​ໄດ້​ມີ​ການຕັດສິນ​ລົງ​ໂທດ ແມ່ນ​ແຕ່​ພຽງ​ຄົນ​ດຽວ​ໃນ​ໄລຍະ​ຂອງ​ການ​ລາຍ​ງານ
ເທື່ອ​ກ່ອນ. ​ແຕ່ແນວ​ໃດ​ກໍ​ຕາມລັດຖະບານ​ລາວ​ບໍ່​ເຄີຍ​ລົງ​ໂທດ​ທາງ​ດ້ານ​ວິ​ໄນ​ຫຼືດ້ານ​ອາຍາ​
ຕໍ່​ເຈົ້າໜ້າ​ທີ່​ທາງ​ການ​ຄົນ​ໃດ ທີ່ສົມຮູ້​ຮ່ວມຄິດ ກ່ຽວ​ກັບ​ການ​ຄ້າ​ມະນຸດ. ນອກ​ນັ້ນ ລັດຖະ
ບານລາວຍັງ​ໄດ້​ເລີ່​ມການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ລະບຸ​ໂຕ ແລະ​ໃຫ້​ຄວາມຊ່ອຍ​ເຫຼືອ
ແກ່​ພວກ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດທີ່​ຖືກເນລະ​ເທດ​ຫຼືຜັກ​ດັນໂດຍເຈົ້າໜ້າ​ທີ່​ໄທ
ຍ້ອນ​ຄວາມ​ຜິດ​ດ້ານ​ເຂົ້າ​ເມື​ອງ. ລັດຖະບານ​ລາວ​ຍັງ​ສື​ບຕໍ່ກາງ​ຕໍ່​ນຳ ບັນດາ​ອົງການ​ຈັດຕັ້ງ
ທີ່​ບໍ່​ຂຶ້ນກັບ​ລັດຖະບານແລະ​ອົງການ​ຈັດຕັ້ງຂອງນາໆຊາດເກືອບ​ທັງ​ໝົດໃນ​ການ​ໃຫ້​ຄວາມ
ຊ່ອຍ​ເຫຼືອ​ແກ່​ພວກ​ເຄາະ​ຮ້າຍນັ້ນ.

ກ່ຽວ​ກັບ​ການ​ລົງ​ໂທດ​ພວກ​ຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະ
ລັດກ່າວວ່າ ລັດ​ຖະບານ​ລາວ​ໄດ້​ທໍາ​ຄວາມ​ກ້າວໜ້າໃນ​ປີ​ກາຍ​ນີ້ໃນການດຳ ເນີນຄວາມພະ
ຍາຍາມທາງດ້ານປະຕິບັດກົດໝາຍ ເພື່ອປາບປາມ​ການ​ຄ້າ​ມະນຸດນັ້ນ. ລາວ​ໄດ້​ຫ້າມ​ທຸກ​
ຮູບ​ແບບ​ຂອງ​ການ​ຄ້າ​ມະນຸດ ຜ່ານການດັດ​ແປງ​ແກ້​ໄຂມາດຕາ 134 ຂອງ​ກົດໝາຍ​ອາຍາ
ໃນ​ປີ 2006 ຊຶ່ງ​ໄດ້​ລະບຸ​ໂທດ​ຈຳ​ຄຸກຕັ້ງແຕ່ 5 ປີ​ເຖິງ​ຕະຫຼອດຊີວິດທີ່​ຖືວ່າໜັກພໍແລະທຽບ
ເທົ່າ​ກັນ​ກັບ​ໂທດ ​ສຳລັບ​ຄວາມຜິດ​ທາ​ງອາຍາ​ອື່ນໆ​ເຊັ່ນ​ການ​ຂົ່ມຂືນ​ສຳ​ເລົາ​ເປັນຕົ້ນ ພວກ
ເຈົ້າໜ້າ​ທີ່ລາວ​ລາຍ​ງານວ່າ ​ໄດ້​ທຳ​ການ​ສືບສວນ 20 ຄະດີ​ກ່ຽວ​ກັບ​ການ​ຄ້າ​ມະນຸດ ທີ່​ພົວ
ພັນກັບ​ພວກ​ຖືກ​ກ່າວ ຫາ​ວ່າກະທຳ​ຜິດ 47 ຄົນ ແລະ​ໄດ້​ຕັດສິນ​ລົງ​ໂທດ ​ພວກ​ຄ້າ​ມະນຸດ
33 ຄົນ​ໃນ​ປີ 2010 ສົມ​ທຽບກັບໃນ​ປີ​ກ່ອນ ​ທີ່ບໍ່​ໄດ້ມີ​ການ​ຕັດສິນ​ລົງ​ໂທດ ຜູ້​ໃດ​ເລີຍ​ນັ້ນ.
ແຕ່​ແນ​ວກໍ​ຕາມ ການ​ດຳ​ເນີນ​ຄະດີ​ຂອງ​ສານ​ແມ່ນ​ຂາດ​ກະບວນ​ການ​ຍຸຕິ​ທຳ​ແລະ​ຄວາມ​ໂປ່​ງ​
ໃສຂະ​ແໜງ​ການ​ຍຸຕິ​ທຳ​ຂອງ​ລາວ​ຍັງບໍ່​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ບໍ່ມີປະສິດທິພາບ​ພຽງພໍແລະ
ສະພາບ​ຄຸກ​ຂອງ​ລາວກໍ​ພາ​ໃຫ້​ມີຄວາມ​ວິຕົກ​ກັງວົນ​ຢ່າງ​ໃຫຍ່​ໃນ​ດ້ານ​ສິດທິ​ມະນຸດ. ຄວາມ​
ລັງ​ເລ​ໃຈໂດຍ​ທົ່ວ​ໄປຂອງ​ປະຊາຊົນ​ທີ່​ຈະ​ຊົມໃຊ້ລະບົບສານ​ ໄດ້​ເປັນ​ອຸບປະສັກ​ຂັດຂວາງ​ຕໍ່​
ຄວາມ​ສາມາດ​ຂອງ​ລັດຖະບານ​ ໃນ​ການ​ທີ່​ຈະຕິດຕາມ​ຄະດີ​ການ​ຄ້າ​ມະນຸດ ​ຢ່າງ​ມີ​ປະ​ສິດທິ​
ພາບ. ຊາວ​ລາວ​ສ່ວນ​ໃຫຍ່​ ມັກ​ຈະ​ກາງຕໍ່ພວກຜູ້ສູງອາຍຸໃນໝູ່​ບ້ານ​ໃຫ້ເປັນ​ຜູ້​ໄກ່​ເກ່ຍບັນ
ຫາ​ຂັດ​ແຍ້​ງຕ່າງໆ. ຢ່າງ​ນ້ອຍ 7 ຄົນ​ໃນຈໍານວນພວກ​ທີ່​ຖືກ​ລົງ​ໂທດ​ທັງ​ໝົດ 33 ຄົນແມ່ນ​
ໄດ້​ຖືກ​ໂທດຈຳ​ຄຸກ ​ໃນ​ລະຫວ່າງ 6 ຫາ 16 ປີ. ບັນດາ​ອົງການ​ຈັດຕັ້ງນາໆ​ຊາດ​ ແລະ​ອົງ
ການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ ບໍ່​ສາມາດ​ກວດພິສູດ​ເບິ່ງ​ຂໍ້​ມູນທີ່ລັດຖະບານ​ມອບ​ໃຫ້.
ແລະລັດຖະບານ​ລາວ​ກໍບໍ່​ໄດ້​ລາຍ​ງານ​ໃຫ້​ຊາບ ກ່ຽວກັບການ​ດຳ​ເນີນ​ຄະດີ​ການ​ຄ້າມະນຸດ
ຢູ່ພາຍ​ໃນ​ປະ​ເທດ. ການ​ບໍ່ລົງ​ໂທດ​ພວກ​ເຈົ້າໜ້າ​ທີ່ໆ​ສໍ້​ລາດ​ບັງ​ຫຼວງຍັງ​ສືບ​ຕໍ່ເປັນ​ບັນຫາ​ໃນ​
ທົ່ວ​ລະບົບ​ຕຸລາການ​ຂອງ​ລາວ. ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນພະຍາດ​ຊໍ້າ​ເຮື້ອຢູ່​ລາວແລະ​ພວກ
ນັກ​ສັງ​ເກດ​ການ​ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຢູ່​ລາວ​ເຊື່ອ​ວ່າ​ມີພວກ​ເຈົ້າໜ້າ​ທີ່​ລັດຖະບານ​ບາງ​ຄົນ​
ໂດຍ​ສະ​ເພາະ​ແລ້ວ ​ແມ່ນ​ໃນລະດັບທ້ອງ​ຖິ່ນ ທີ່ໄດ້ມີ​ການພົວພັນ​ໃນ​ການ​ອຳນວຍ​ຄວາມ​ສະ
ດວກໃຫ້ແກ່​ການ​ຄ້າ​ມະນຸດຊຶ່ງໃນ​ບາ​ງຄັ້ງນັ້ນແມ່ນໄດ້ມີ​ການ​ຮ່ວມ​ມື​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ໄທ.
ແຕ່​ແນວ​ໃດ​ກໍ​ຕາມ​ ລັດຖະບານ​ລາວ​ບໍ່​ເຄີຍ​ລາຍ​ງານວ່າ ໄດ້ມີການ​ສືບສວນ​ດຳ​ເນີນ​ຄະດີ ຫຼື
ລົງ​ໂທດ​ເຈົ້າໜ້າ​ທີ່​ຄົນ​ໃດໃນ​ຂໍ້ຫາພົວພັນ​ກັບ​ການ​ຄ້າ​ມະນຸດ. ລັດຖະບາ​ນລາວ​ຍັງ​ສືບ​ຕໍ່ຮ່ວມ
ງານແລະເປັນ​ພາຄີ​ກັບ​ບັນດາ​ອົງການ​ຈັດຕັ້ງນາໆ​ຊາດ ແລະ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດ
ຖະບານໃນການ​ເສີມ​ສ້າງ​ສະ​ມັດ​ຖະພາບ ​ທາງດ້ານ​ການປະຕິບັດກົດໝາຍ ເພື່ອປາບປາມ
ການຄ້າມະນຸດນັ້ນ.

XS
SM
MD
LG