ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເປີດເຜີຍ ລາຍງານປະຈຳປີ ວ່າດ້ວຍ ການເຄົາລົບ ສິດທິມະນຸດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຖະແຫຼງ ທີ່ກະຊວງຕ່າງປະເທດ ກ່ຽວກັບ ການນຳລາຍງານ ປະຈຳປີ ອອກເຜີຍແຜ່ (25 ມິຖຸນາ 2015)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຖະແຫຼງ ທີ່ກະຊວງຕ່າງປະເທດ ກ່ຽວກັບ ການນຳລາຍງານ ປະຈຳປີ ອອກເຜີຍແຜ່ (25 ມິຖຸນາ 2015)

ປີກາຍນີ້ແມ່ນຖືກລະບຸວ່າ ເປັນປີແຫ່ງຄວາມທຸກທໍລະມານແລະ
ການລ່ວງລະເມີດຕໍ່ຫຼາຍໆຄົນ ອີງຕາມລາຍງານປະຈຳປີ 2014 ຂອງກະຊວງການຕ່າງປະເທດສະຫະລັດ ວ່າດ້ວຍ ການເຄົາລົບ
ນັບຖືສິດທິມະນຸດ.

ໃນລາຍງານທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ ລັດຖະມົນ
ຕີການຕ່າງປະເທດທ່ານ John Kerry ກ່າວວ່າ ພວກກໍ່ການຮ້າຍ
ໄດ້ສວຍໃຊ້ຄຳເວົ້າທາງສາສະໜາແລະການແບ່ງແຍກ ເພື່ອສ້າງ
ຄວາມກ້າວໜ້າ ໃຫ້ແກ່ແນວຄິດແບບຜະເດັດການຂອງພວກເຂົາ
ຫລືລັດຖະບານ ຂອງປະເທດຕ່າງໆ ເຊັ່ນຊີເຣຍ ບາງເທື່ອ ໄດ້ດຳ ເນີນການໃນນາມການປາບປາມພວກກໍ່ການຮ້າຍນັ້ນແມ່ນຮັບຜິດ
ຊອບຕໍ່ຄວາມ ທຸກທໍລະມານແລະການລ່ວງລະເມີດສິດທິມະນຸດ.

Human Rights Report
please wait
Embed

No media source currently available

0:00 0:00:33 0:00

ທ່າມກາງສິ່ງທັງໝົດເຫລົ່ານີ້ ຄວາມໄຝ່ຝັນຂອງມະນຸດໃນການຢາກມີສິດເສລີພາບທາງ ການເມືອງ ແລະການປົກຄອງ ທີ່ຊື່ສັດ ແລະບໍ່ລ່ວງລະເມີດ ແມ່ນຍັງສືບຕໍ່ ມີຄວາມເຂັ້ມ ແຂງ. ທ່ານ Kerry ກ່າວວ່າ ຢູ່ໃນທົ່ວໂລກມີປະຊາຊົນຫຼາຍຂຶ້ນ ໄດ້ເລືອກເອົາຜູ້ນຳຂອງ
ຕົນ ໃນການເລືອກຕັ້ງແບບມີການແຂ່ງຂັນກັນ ຫລາຍກວ່າແຕ່ກ່ອນເມືອຫລັງ.

ທ່ານ Kerry ກ່າວວ່າ “ພວກເຮົາດຳລົງຊີວິດ ຢູ່ໃນຍຸກສະໄໝ ຂອງການເຂົ້າເຖິງຄວາມຮູ້ ແລະການເປີດກວ້າງເພື່ອໃຫ້ມີການປ່ຽນແປງ ແມ່ນແນ່ນອນມີຄວາມຈຳເປັນ ບໍ່ມີປະເທດ ໃດສາມາດເຮັດຫລ້ອນຄວາມບົ່ມຊ້ອນຂອງຕົນໄດ້ ຖ້າປະຊາຊົນຫາກຖືກກີດກັນ ຫຼືຫຼາຍ ໄປກວ່ານັ້ນຖ້າພວກເຂົາເຈົ້າຫາກຖືກກົດຂີ່ ຄວາມອຶດອັດບໍ່ສະບາຍທີ່ລາຍງານເຫຼົ່ານີ້ໃນ ບາງຄັ້ງເຮັດໃຫ້ເປັນການເນັ້ນຢ້ຳຫຼາຍຂຶ້ນວ່າ ການບ່ອນທຳລາຍຕໍ່ຄຸນຄ່າແລະຄວາມໜ້າ ເຊື່ອຖືຂອງລາຍງານເຫຼົ່ານີ້. ຄວາມຈິງບໍ່ສາມາດຖືກຢຽບຢ່ຳ ຫຼືໄດ້ຮັບຄວາມເຊື່ອມເສຍຫຼື ໄດ້ຮັບຄວາມພ່າຍແພ້ໃນ ຊົ່ວເວລາໄດ້. ມັນສາມາດປ່ຽນແປງ. ຄວາມຈິງເປັນຜູ້ຊະນະ.”

ທ່ານ Kerry ກ່າວວ່າ ຢູ່ໃນບາງເຂດຂອງພາກຕາເວັນອອກກາງແລະອາຟຣິກາພວກຫົວ ຮຸນແຮງຈັດ ບໍ່ໄດ້ໃຫ້ການເຄົາລົບໃດໆເລີຍ ຕໍ່ເລື້ອງສິດທິມະນຸດ ແລະ ຊີວິດຂອງມະນຸດ ໂດຍເວົ້າວ່າ “ກຸ່ມຕ່າງໆເຊັ່ນລັດອິສລາມຫລື ISIL ໄດ້ຈູດເຜົາມະນຸດທັງເປັນ ຕັດຄໍພວກ ນັກໂທດ ແບບໂຫດຮ້າຍປ່າເຖື່ອນ ຂາຍເດັກນ້ອຍແມ່ຍິງ ເປັນຂ້າທາດ ສັງຫານຜູ້ທີ່ບໍ່ມີ ຄວາມຜິດໃນຂອບເຂດທີ່ກວ້າງຂວາງ ແລະບໍ່ເລືອກໜ້າ.

Last year, was defined by suffering and abuse for far too many people, according to the United States Department of State 2014 Country Reports on Human Rights Practices.

In the report released Thursday, Secretary of State John Kerry says terrorist groups, exploiting religious discourse and divisions to advance their totalitarian ideology, or governments such as Syria, sometimes acting in the name of combating terrorism were responsible human suffering and abuse.

In the face of all this, the human aspiration for political liberty and honest, non-abusive governance remained strong.Around the world, more people chose their leaders in competitive elections than ever before, Kerry said.

"We live in a time when access to knowledge and openness to change are absolutely essential.... No country can fulfill its potential if its people are held back, or more so, if they are bitten down by repression …The discomfort that these reports sometimes cause does more to reinforce that to undermine the value and the credibility of these reports. Truth cannot successfully be invaded, or dented, or defeated not over time.It can be changed.The truth wins out."

In some regions of the Middle East and Africa, violent extremists have shown zero regard for human rights and human life, Kerry said."Groups like ISIL burn human beings alive, barbarically behead prisoners, sell girls into slavery, and execute innocents widely and indiscriminately."

The world has "witnessed the brutality and nihilism of the horrific attacks by Pakistani Taliban and Boko Haram on schoolchildren, the assassinations of Charlie Hebdo journalists, and numerous outrages and killings carried out by ISIL," Kerry said.

Governments in China, Egypt, Eritrea, Ethiopia, Iran, Russia, and Saudi Arabia, among others, continued to stifle free and open media and the development of civil society through the imprisonment of journalists, bloggers, and non-violent critics, Secretary Kerry said.

In Thailand, the military overthrew a democratically-elected government, repealed the constitution, and severely limited civil liberties, he added.

But on every continent, celebrations marked the 25th anniversary of the fall of the Berlin Wall, while the same demands for human rights and accountable governance that gave rise to that historic day continue to spread Kerry said.

VOA interviews Asst. Secretary of State Tom Malinowski
please wait

No media source currently available

0:00 0:01:37 0:00

Some material for this report came from Reuters, AP and AFP.

XS
SM
MD
LG