ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາຕ່ຳ ກົດດັນ ທ່ານໂອບາມາ ຄືນ ດ້ວຍການຜ່ານຮ່າງ ກົດໝາຍ ສະກັດ​ກັ້ນ ປະທານາທິບໍດີ


ສະມາຊິກສະພາສະຫະລັດ ທ່ານ Mike Rogers ສັງກັດພັກຣີພັບບລີກັນ ລັດ Michigan (ຊ້າຍ) ແລະ ທ່ານ Billy Long ສັງກັດພັກດຽວກັນ ລັດ Missouri (ກາງ) ມາເຖິງ ລັດຖະສະພາ ເພື່ອຈະລົງຄະແນນສຽງ ກ່ຽວກັບ ການ​ນຳ​ໃຊ້​ສິດບໍລິຫານ ຂອງ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ເລື້ອງຄົນເຂົ້າເມືອງ ວັນທີ 4 ທັນວາ 2014.
ສະມາຊິກສະພາສະຫະລັດ ທ່ານ Mike Rogers ສັງກັດພັກຣີພັບບລີກັນ ລັດ Michigan (ຊ້າຍ) ແລະ ທ່ານ Billy Long ສັງກັດພັກດຽວກັນ ລັດ Missouri (ກາງ) ມາເຖິງ ລັດຖະສະພາ ເພື່ອຈະລົງຄະແນນສຽງ ກ່ຽວກັບ ການ​ນຳ​ໃຊ້​ສິດບໍລິຫານ ຂອງ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ເລື້ອງຄົນເຂົ້າເມືອງ ວັນທີ 4 ທັນວາ 2014.

ສະພາ​ຕ່ຳ​ສະຫະລັດ ​ໄດ້​ຮັບຜ່ານ​ຮ່າງກົດໝາຍ​ເພື່ອ​ຈະ​ສະກັດ​ກັ້ນ
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈາກການ​ນຳ​ໃຊ້​ສິດບໍລິຫານ​ ​
ທີ່​ຈະ​ເຮັດ​ໃຫ້ ຄົນ​ເຂົ້າ​ເມືອງ ທີ່​ບໍ່​ມີ​ເອກ​ກະສາ​ນຖືກຕ້ອງ​ຕາມ​
ກົດໝາຍ ຫຼາຍກວ່າ 4 ລ້ານ​ຄົນ ລີກ​ເວັ້ນຈາກ​ການ​ຖືກ​ເນ​ລະ​ເທດ.

ຮ່າງ​ກົດໝາຍ​ຂອງ​ສະພາ​ຕ່ຳນັ້ນ ປະ​ກາດແຈ້ງ​ຄວາມວ່າ ການ​
ກະທຳ​ຂອງ​ປະທານາທິບໍດີ ​ແມ່ນ ບໍ່​ເປັນ​ຜົນ ​ແລະ ​ເປັນ​ໂມ​ຄະ.

ບັນດາຜູ້ໜຸນຫຼັງ ມາດຕາ​ການ​ ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ​ແມ່ນ​ໄດ້
​ກ້າວ​ກາຍ ອຳນາດທີ່​ລັດຖະທຳມະນູນ​ໄດ້​ກຳນົດ ​ໃນ​ການ​ເຄື່ອນ​
ໄຫວ​ໂດຍ​ບໍ່​ມີ​ການ​ຮັບຮອງ​ຈາກ​ລັດຖະສະພາ. ພວກ​ເຂົາ​ເຈົ້າກ່າວ​ອີກວ່າ ອັນ​ນີ້ ​ເຮັດ​ໃຫ້ ການ​ແບ່ງ​ແຍກ​ຂອງອຳນາດນັ້ນ ບໍ່​ມີ​ຄວາມ​ໝາຍ​ເລີຍ.

ທຳນຽບຂາວ ​ໄດ້​ກ່າວ​ຢ້ຳສະ​ເໝີ ວ່າ ການ​ເຄື່ອນ​ໄຫວ​ຂອງປະທານາທິບໍດີ ​ແມ່ນ​ຖືກຕ້ອງ​
ຕາມ​ກົດໝາຍ ​ແລະວ່າ ທ່ານ​ຈະ​ໃຊ້​ສິ​ດຍັບຍັ້ງຮ່າງ​ກົດໝາຍ ​ຂອງ​ສະພາ​ຕ່ຳ ຖ້າ​ມັນ​ມາເຖິງ
​ໂຕະ​ທ່ານ.

ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ​ໃຫ້​ຂໍ້​ສັງ​ເກດ ວ່າ ປະທານາທິບໍດີ​ສັງກັດ​ພັກຣີພັບ​ບລີ​ກັນ ທ່ານ Ronald Reagan ​ແລະ ທ່ານ George H.W. Bush ຍັງ​ໄດ້​ໃຊ້​ສິດ​ບໍລິຫານ
ຕໍ່​ກົດໝາຍຄົນ​ເຂົ້າ​ເມືອງ ​ໂດຍ​ບໍ່​ມີ​ການ ທຳລາຍ​ລັດຖະມະນູນ​ມາ​ແລ້ວ.

ຜູ້ນຳສຽງ​ສ່ວນຫຼາຍຂອງ​ສະພາ​ສູງ​ ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ​ທ່ານ Harry Reid ກ່າວ​ວ່າ ທ່ານ ຈະ​ບໍ່ນຳ​ເອົາ​ຮ່າງ​ກົດໝາຍສະພາ​ຕ່ຳ​ນັ້ນ ຂຶ້ນມາຜ່ານ​ການ​ອອກ​ຄະ​ແນນ​ສຽງ.

​ແຕ່​ພັກພັກຣີພັບ​ບລີ​ກັນ ​ຈະ​ຄວບ​ຄຸມ​ທັງ​ສະພາ​ສູງ ​ແລະ​ ສະພາ​ຕ່ຳ ​ໃນເດືອນມັງກອນນີ້ ​ເບິ່ງ​ຄື​ວ່າຈະ​ເຮັດ​ໃຫ້ ການດຳ​ເນີນ​ແຜນ ​ຕໍ່ສູ້ເພື່ອປະຕິ​ຮູບ​ກົດໝາຍ​ຄົນ​ເຂົ້າ​ເມືອງຂອງທ່ານ ​ໂອບາ​ມາ ​ນັ້ນຍາກ​ຫຼາຍຂຶ້ນ.

US IMMIGRATION SOTVO
please wait
Embed

No media source currently available

0:00 0:00:46 0:00

The U.S. House of Representatives has passed a bill to stop President Barack Obama from taking executive action to keep more than 4 million undocumented immigrants from deportation.

The House bill declares the president's action null and void.

Backers of the measure say Mr. Obama is overstepping his constitutional authority by moving without congressional approval. They say this leaves the separation of powers meaningless.

The White House has always said the president's move is legal, and that he will veto the House bill if it reaches his desk.

Democrats note that Republican presidents Ronald Reagan and George H.W. Bush also took executive action on immigration without destroying the Constitution.

Democratic Senate Majority Leader Harry Reid says he will not bring up the House bill for a vote.

But Republicans take control of the Senate and House in January, likely giving Mr. Obama a tougher fight to carry out his immigration reform plans.

XS
SM
MD
LG