ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

Joey Chestnut ຄອງແຊ້ມ ​ກິນ Hot Dog ​ເປັນ​ປີ​ທີ 8 (ວີດີໂອ)


ແຊ້ມກິນ hot dog ຝ່າຍຊາຍ ທ້າວ Joey Chestnut ສາຍາ “Jaws ຫຼື ປາກ​ສະຫຼາມ” ແລະ ຝ່າຍຍິງ ນາງ Sonya Thomas ສາຍາ “​the black widow ຫຼື ​ແມ່​ໝ້າຍ​ດຳ”.
ແຊ້ມກິນ hot dog ຝ່າຍຊາຍ ທ້າວ Joey Chestnut ສາຍາ “Jaws ຫຼື ປາກ​ສະຫຼາມ” ແລະ ຝ່າຍຍິງ ນາງ Sonya Thomas ສາຍາ “​the black widow ຫຼື ​ແມ່​ໝ້າຍ​ດຳ”.

ການ​ແຂ່ງຂັນ​ກິນ Hot Dog ຫຼື ໄສ້​ກອກອາ​ເມຣິກັນ ປະຈຳ​ປີ
ເນື່ອງ​ໃນ​ວັນ​ສະຫລອງ​ເອກະລາດ ​ວັນທີ 4 ກໍລະ​ກົດ ຂອງ
ສະຫະລັດ ທີ່ລັດ New York ​ໃນ​ວັນ​ສຸກ​ຜ່ານ​ມານີ້ ຜູ້​ເຂົ້າ​
ແຂ່ງຂັນ​ຈາກ​ສະຫະລັດ ທ້າວ Joey Chestnut ສາຍາ
“Jaws ຫຼື ປາກ​ສະຫຼາມ” ​ໄດ້ຮັບ​ໄຊຊະນະ ​ເປັນ​ປີ​ທີ 8
ລຽນຕິດ​ອີກ.

ທ້າວ Chestnut ​ໄວ 30 ປີ ​ກິນ hot dogs ພ້ອມ​ກັບ​ເຂົ້າ​ຈີ່​ໄດ້
​ທັງ​ໝົດ 61 ອັນ​ໃນ​ເວລາພຽງ 10 ນາທີ ​ໂດຍ​ໄດ້​ຮັກສາສາຍ​ແອວ​
ເຫຼືອ​ງ​ຂອງ​ແຊ້ມຊະນະ​ເລີດ​ ຂອງ​ລາວ​ໄວ້​ໄດ້ ຢູ່​ທີ່​ການ​ແຂ່ງຂັນ ​
ໃນ​ເມືອງ Coney Island.

​ໄຊຊະນະ​ໃນການ​ແຂ່ງຂັນ Nathan’s Famous hot dog contest ​ທີ່​ມີ​ຊື່​ສຽງ​ ບໍ່​ແມ່ນ​ໄຊຊະນະ​ອັນ​ດຽວທີ່​ ທ້າວ Chestnut ​ໄດ້​ຮັບ​ ໃນ​ວັນ​ສຸກນັ້ນ. ລາວ​ຍັງ​ໄດ້​ຂໍ​ແຟນຂອງ​ລາວ ທີ່ເປັນ​ຜູ້​ເຂົ້າ​ແຂ່ງຂັນ​ຮ່ວມນຳ​ນັ້ນ ແຕ່ງ​ງານຢູ່​ເທິງ​ເວທີ​ກ່ອນ​ຈະ​ເປີດ​ການ​ແຂ່ງຂັນ
ຊຶ່ງ​ແຟນສາວ​ຂອງ​ລາວ ​ໄດ້​ຕອບ​ຮັບ​ຢ່າງ​ດີ​ອົກ​ດີ​ໃຈ.

​ໃນ​ຂະນະ​ດຽວ​ກັນ ​ໃນ​ການ​ແຂ່ງຂັນຝ່າຍຍິງ ນາງ Sonya Thomas ສາຍາ “​the black
widow ຫຼື ​ແມ່​ໝ້າຍ​ດຳ”
​ໄວ 46 ປີ ​ແຊ້ມປີ​ກາຍ​ນີ້ ​ໄດ້​ເສຍ​ຕຳ​ແໜງ​ຂອງ​ນາງ ໃຫ້​ແກ່
ນາງ Miki Sudo ​ໄວ 28 ປີ ທີ່ໄດ້​ກິນ hot dogs ພ້ອມ​ດ້ວຍ​ເຂົ້າ​ຈີ່ ​ໝົດ​ໄປ 34 ​ອັນ ໃນ​ເວລາ 10 ນາທີ.

US HOT DOG CONTEST VO
please wait
Embed

No media source currently available

0:00 0:00:40 0:00

U.S. competitive eater Joey "Jaws" Chestnut scored his eighth victory in a row Friday in New York's annual Fourth of July hot dog eating contest.

The 30-year-old Chestnut downed 61 hot dogs and buns in 10 minutes to hold onto his mustard yellow winner's belt in the Coney Island competition.

And the Nathan's Famous hot dog contest victory wasn't Chestnut's only win Friday. He proposed to his girlfriend and fellow competitive eater on stage before the contest, and she said yes.

Meanwhile, in the women's division, 46-year-old defending champion Sonya "The Black Widow" Thomas lost her title to 28-year-old Miki Sudo, who devoured 34 franks and buns in 10 minutes.

XS
SM
MD
LG