ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແນະນໍາໃຫ້ ຜູ້ໃຫຍ່ ທຸກຄົນ ໄປກວດຫາ ເຊື້ອ HIV


ການກວດເບິ່ງ ການຕິດເຊື້ອ HIV
ການກວດເບິ່ງ ການຕິດເຊື້ອ HIV
ຄະນະປະຕິບັດງານຂອງສະຫະລັດ ແນະນໍາໃຫ້ຜູ້ໃຫຍ່ຊາວ ອາເມຣິກັນທຸກໆຄົນໄປກວດເບິ່ງວ່າເຂົາເຈົ້າຕິດເຊື້ອ HIV ບໍ? ໂດຍບໍ່ຕ້ອງຄຳນຶງເຖິງວ່າເຂົາເຈົ້າມີຄວາມສ່ຽງຕໍ່ການຕິດເຊື້ອ
ດັ່ງກ່າວນີ້ຫລືບໍ່.

ຄະນະທ່ານໝໍ ແລະນັກວິທະຍາສາດ ທີ່ໄດ້ຮັບການສະໜັບ ສະໜຸນໂດຍລັດຖະບານໄດ້ເຜີຍ ແຜ່ຄໍາແນະນໍາດັ່ງກ່າວໃນ
ວັນຈັນວານນີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການກວດເບິ່ງເຊື້ອໄວຣັສ
HIV ໃຫ້ແກ່ທຸກຄົນ ທີ່ມີອາຍຸແຕ່ 15 ຫາ 65 ປີ ຢ່າງເປັນປະ
ຈໍາ. ຄໍາແນະນໍາໃໝ່ ຈາກຄະນະປະຕິບັດງານບໍລິການປ້ອງ
ກັນພະຍາດຂອງສະຫະລັດໃໝ່ດັ່ງກ່າວ ຊຶ່ງບັດນີ້ ແມ່ນສອດ ຄ່ອງກັບຄໍາແນະນໍາຈາກສູນກາງຄວບຄຸມ ແລະປ້ອງກັນພະຍາດສະຫະລັດ.

ເມື່ອກ່ອນນັ້ນ ຄະນະປະຕິບັດງານດັ່ງກ່າວໄດ້ແນະນໍາໃຫ້ແຕ່ຜູ້ທີ່ມີຄວາມສ່ຽງສູງຕໍ່ການ
ຕິດເຊື້ອນີ້ເທົ່ານັ້ນ ໄປກວດເບິ່ງເຊື້ອ HIV ຊຶ່ງເປັນເຊື້ອໄວຣັສທີ່ພາໃຫ້ເປັນໂຣກເອດສ໌.

ຄະນະກໍາມະການດັ່ງກ່າວເວົ້າວ່າ 50 ພັນຄົນໃນສະຫະລັດ ໄດ້ຕິດໄວຣັສ HIVໃນແຕ່ລະ
ປີ ແລະເວົ້າອີກວ່າ ເກືອບຮອດ 1 ສ່ວນ 4 ຂອງພວກທີ່ຕິດເຊື້ອດັ່ງກ່າວ ບໍ່ຮູ້ຈັກວ່າຕົນເອງ
ຕິດເຊື້ອໄວຣັສນີ້.
XS
SM
MD
LG