ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາຕໍ່າ ສຫລ ລົງຄະແນນສຽງ ຍົກເລີກກົດໝາຍ ປະກັນໄພ ສຸຂະພາບ


1 World Trade Center in New York is the tallest building in the United States, measuring 541.3 meters tall.
1 World Trade Center in New York is the tallest building in the United States, measuring 541.3 meters tall.

ສະພາ​ຕໍ່າສະຫະລັດ​ທີ່​ຄວບ​ຄຸມ​ໂດຍ​ພັກຣີພັບ​ບລີ​ກັນ ຈະ​ພາກັນ​ລົງຄະແນນ​ສຽງ ​ໃນ​ວັນ​ພຸດມື້ນີ້ ທີ່​ຈະຍົກ​ເລີກ​ກົດໝາຍ​ການ​ຊື້ປະກັນ​ໄພ​ສຸຂະພາບ ​ໃນ​ລາຄາ​ຖືກ ຊຶ່ງ​ເປັນ​ກົດໝາຍການ​ປະຕິ​ຮູບປະກັນ​ໄພ​ສຸຂະ​ພາບ​ແຫ່ງ​ຊາດ​ໃໝ່ນັ້ນ.

ການ​ລົງ​ຄະ​ແນ​ນສຽງ ​ໄດ້​ມີ​ຂື້ນ​ຫລັງ​ຈາກສານ​ສູງ​ສຸດຂອງສະຫະ​ລັດ​ໄດ້​ຕັດສິນ ເຫັນ​ພ້ອມ​
ນຳກົດ​ໝາຍດັ່ງກ່າວ ຊຶ່ງ​ເປັນການບັນລຸວຽກງານ​ພາຍ​ໃນ​ປະ​ເທດ​ທີ່​ໂດດ​ເດັ່ນໃນ​ລະຫວ່າງ​
ການ​ດຳລົງ​ຕຳ​ແໜ່​ງຂອງປະທານາທິບໍດີ​ໂອ​ບາ​ມາ. ສານ ຕັດສິນ​ວ່າ ພາກສ່ວນ​ສຳຄັນ​ຂອງ​
ກົດໝາຍ​ສະບັບ​ນີ້ ຊຶ່ງ​ບັງຄັບ​ໃຫ້ຊາວ​ອາ​ເມຣິ ກັນ​ທັງ​ໝົດ ຕ້ອງມີ​ປະກັນ​ໄພ​ສຸຂະພາບ ຫລື​
ບໍ່​ດັ່ງ​ນັ້ນ​ຈະ​ປະ​ເຊີນ​ໜ້າກັບ​ການ​ຖືກ​ປັບໃໝ​ນັ້ນ ​ແມ່ນ​ຖືກຕ້ອງ​ຕາມກົດໝາຍ ພາຍ​ໃຕ້​ອໍາ
ນາດ​ການ​ເກັບ​ພາສີ​ຂອງ​ສະພາ.

ພັກ​ຣີ​ພັບບ​ລິກັນກ່າວ​ວ່າ ການ​ປັບ​ໃໝ ທີ່​ຮູ້​ກັນ​ໃນ​ນາມ​ການບັງຄັບ​ຕໍ່​ສ່ວນ​ບຸກຄົນແມ່ນ​ທໍ່​
ກັນ​ກັບ​ເປັນ​ການ​ຂື້ນ​ພາສີ ​ແລະປະທານ​ສະພາ​ຕໍ່າສະຫະລັດ ທ່ານ John Boehner ກ່າວ
​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານວ່າ ກົດໝາຍ​ດັ່ງ ກ່າວ ໄດ້ມອບ​ໝາຍ​ພາລະ​ຮັບຜິດ
ຊອບ​ທີ່​ບໍ່​ເໝາະ​ສົມ ຕໍ່ທຸລະກິດຂະໜາດ​ນ້ອຍ​ເຊັ່ນດຽວ​ກັນ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພຸດມື້ນີ້ ຈະ​ເປັນ​ຄັ້ງ​ທີ່ 31 ຂອງ​ການ​ລົງ​ຄະ​ແນນ​ເພື່ອທຳລາຍ
ກົດ​ໝາຍ​ປະກັນ​ໄພສຸຂະ​ພາບລາຄາ​ຖືກ ​ໂດ​ຍຜ່ານການ​ຍົກ​ເລີກຫລື​ກີດ​ກັ້ນບໍ່​ໃຫ້​ເງິນ​ສະໜັບ
ສະໜຸນ​ຕໍ່​ຂໍ້​ກຳນົດ​ຕ່າງໆ ນັບ​ຕັ້ງ​ແຕ່ພັກ​ຣີພັບ​ບລີກັນ ​ໄດ້ເຂົ້າຄວບ​ຄຸມສະພາ​ຕໍ່າ​ສະ​ຫະລດ
ໃນ​ປີ 2010​. ​ແນ່​ນອນການ​ພະຍາຍາມ ຍົກ​ເລີກກົດໝາຍ​ສະບັບ​ນີ້ ຈະໄດ້​ຮັບ​ການ​ປາ​ໄຊຢູ່​
ໃນສະພາ​ສູງສະຫະລັດ ຊຶ່ງ​ຄວບ​ຄຸມໂດຍ​ພັກ​ເດ​ໂມ​ແຄຣັທ. ​ແລ​ະທ່ານ ​ໂອ​ບາ​ມາ ​ໄດ້​ປະກາດ​
ວ່າຈະໃຊ້ສິດ​ຍັບ​ຢັ້ງ ​ເວລາ​ໃດ​ກົດໝາຍ​ດັ່ງກ່າວມາ​ເຖິງໂຕະ​ຂອງ​ທ່ານ.

ທໍານຽບຂາວ​ ໄດ້ອອກ​ຖະ​ແຫລ​ງ​ການສະບັບ​ນຶ່ງໃນ​ອາທິດ​ນີ້​ ກ່າວວ່າ ການ​ຍົກ​ເລີກ​ກົດ
ໝາຍ​ສະບັບ​ນີ້ ກໍ​ເທົ່າ​ກັບ​ເປັນ​ການ​ເອົາ​ບາດກ້າວ​ຖອຍຫຼັງຄັ້ງ​ໃຫຍ່​ແລະ​ຮຽກຮ້ອງ​ໃຫ້​ສະມາ
ຊິກ​ສະພາ ເພັ່ງ​ເລັງ​ໃສ່ການດຳ​ເນີນ​ຄວາມ​ພະຍາຍາມເພື່ອ ຟື້ນຟູເສດຖະກິດຂອງ​ປະ​ເທດ.

XS
SM
MD
LG