ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ມອບສຸກສາລາ ແລະໂຮງຮຽນ ໃຫ້ແກ່ ສປປ ລາວ


ຮອງ​ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານ Michael Kleine ໄດ້ມອບສຸກສາລາຫລັງໃໝ່ ຢ່າງເປັນ ທາງການ ໃຫ້ແກ່ທ່ານຮອງເຈົ້າແຂວງ ແຂວງຊຽງຂວາງ ທ່ານບົວສອນ ສີນວນທອງ.
ຮອງ​ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານ Michael Kleine ໄດ້ມອບສຸກສາລາຫລັງໃໝ່ ຢ່າງເປັນ ທາງການ ໃຫ້ແກ່ທ່ານຮອງເຈົ້າແຂວງ ແຂວງຊຽງຂວາງ ທ່ານບົວສອນ ສີນວນທອງ.

ຮອງ​ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ Michael Kleine ໄດ້ ມອບສຸກສາລາຫລັງໃໝ່ ຢ່າງເປັນທາງການ ໃຫ້ແກ່ທ່ານຮອງເຈົ້າແຂວງໆຊຽງຂວາງ ທ່ານບົວສອນ ສີນວນທອງ ໃນພິທີມອບຮັບທີ່ໄດ້ຈັດຂື້ນ ໃນວັນທີ 12 ພຶດສະພາຜ່ານ ​ມາທີ່ແຂວງຊຽງຂວາງ ອີງຕາມລາຍງານຂ່າວເຟສບຸກ ຂອງສະຖານທູດສະຫະລັດ.

ສຸກສາລາຫຼັງ​ນີ້ຕັ້ງຢູ່​ໃນເມືອງໜອງແຮດ. ໂຄງການຊ່ວຍເຫຼືອຂອງສະຫະລັດດັ່ງກ່າວ ມີມູນຄ່າ 589,473 ໂດ​ລາ ​ແລະສຸກສາລາໃໝ່ຫຼັງນີ້ ​ແມ່ນຕັ້ງຢູ່ ໃນບໍລິເວນສຸກສາລາ ເກົ່າທີ່ເຄີຍໃຫ້ການບໍລິການໃນໄລຍະຜ່ານມາ.

ສຸກສາລາໃໝ່ຫຼັງນີ້ ຈະຊ່ວຍປັບປຸງຄວາມສາມາດ ຂອງທັງຫ້ອງການສາທາລະນະສຸກ ເມືອງແລະແຂວງໃນການໃຫ້ບໍລິການປິ່ນປົວສຸຂະພາບປະຊາຊົນໃນເມືອງໜອງແຮດ ແຂວງຊຽງ​ຂວາງ.

ຢູ່ໃນບົດປາໄສຂອງທ່ານນັ້ນ, ທ່ານ Michael Kleine ກ່າວວ່າພວກເຮົາມີຄວາມພາກ ພູມໃຈ ທີ່ໄດ້ເຮັດວຽກ ໂດຍການຮ່ວມມື ກັບລັດຖະບານຂອງ ສປປ ລາວ ເພື່ອຈະຊ່ວຍ ປັບປຸງ ແລະສະໜອງສິ່ງອຳນວຍຄວາມສະດວກ ເຂົ້າໃນດ້ານສາທາລະນະສຸກທົ່ວປະ ເທດໃຫ້ດີຂື້ນ.

ກ່ອນ​ໜ້ານັ້ນ ຮອງ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ ສປປ ລາວ ກໍໄດ້ມອບອາ
ຄານໂຮງຮຽນມັດທະຍົມຕອນຕົ້ນຫລັງໃໝ່ ຢ່າງເປັນທາງການຢູ່ແຂວງຫົວພັນໃຫ້ແກ່ ທ່ານຮອງເຈົ້າແຂວງໆຫົວພັນ ທ່ານນາງ ແພງ ກັນຍາພິມ. ໂຄງການຊ່ວຍເຫລືອຂອງ
ສະຫະລັດດັ່ງກ່າວ ມີມູນຄ່າ 630,537 ໂດລາ ​ເຊິ່ງລວມມີ ອາຄານຮຽນຫລັງໃໝ່ ມີ 5 ຫ້ອງຮຽນ ຫ້ອງການຄູ 1 ຫ້ອງ ແລະ ຫໍພັກນັກຮຽນ ທີ່ໂຮງຮຽນມັດທະຍົມສຶກສາຕອນ ຕົ້ນເມືອງນາທີ່ເມືອງຊຳໃຕ້. ນອກຈາກນີ້ໂຄງການດັ່ງກ່າວລວມມີໂຕະຕັ່ງ ກະດານຄົບ ຊຸດ ຫ້ອງນ້ຳໃໝ່ ພ້ອມທັງ ຕິດຕັ້ງລະບົບໄຟຟ້າແລະນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງ ກ່າວເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂື້ນ.

XS
SM
MD
LG