ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ໃຫ້ການ​ຊ່ວຍ​ເຫຼືອ ​ແກ່ໂຄງການພັດທະນາ​ລາວ ​ໃຫ້​ເປັນລັດ​ແຫ່ງ​ກົດໝາຍ ​ແລະ​ຄວາມ​ສະ​ເໝີ​ພາບ


ພິທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ ເພື່ອ​ສົ່ງ​ມອບ​ການ​ຊ່ວຍ​ເຫຼືອ ​ໃຫ້​ໂຄງການ​ຈັດຕັ້ງປະຕິບັດ​ແຜນ​ແມ່​ບົດ ​ວ່າດ້ວຍ​ການ​ພັດທະນາ​ລັດ​ແຫ່ງ​ກົດໝາຍ​ໃນ​ລາວ ​ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ທີ່​ ນະຄອນຫລວງ​ວຽງ​ຈັນ.
ພິທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ ເພື່ອ​ສົ່ງ​ມອບ​ການ​ຊ່ວຍ​ເຫຼືອ ​ໃຫ້​ໂຄງການ​ຈັດຕັ້ງປະຕິບັດ​ແຜນ​ແມ່​ບົດ ​ວ່າດ້ວຍ​ການ​ພັດທະນາ​ລັດ​ແຫ່ງ​ກົດໝາຍ​ໃນ​ລາວ ​ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ທີ່​ ນະຄອນຫລວງ​ວຽງ​ຈັນ.

ທາງ​ການ​ສະຫະລັດ ສົ່ງ​ມອບ​ຄວາມ​ຊ່ວຍ​ເຫຼືອ ​ໃຫ້​ແກ່​ໂຄງການ
​ພັດທະນາ​ລາວ ​ເປັນ​ລັດ​ແຫ່ງ​ກົດໝາຍ ​ແລະ​ຄວາມ​ສະ​ເໝີ​ພາບ
ຊຶ່ງ​ເປັນ​ໂຄງການ​ທີ່​ຮ່ວມ​ມື​ ກັບ​ສະຫະ​ປະຊາ​ຊາດ ​ແລະ
​ສະຫ​ະພາບ​ຢູ​ໂຣບ.

ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ ເພື່ອ​ສົ່ງ​ມອບ​ການ​ຊ່ວຍ​ເຫຼືອ ​ໃຫ້​ໂຄງການ​ຈັດຕັ້ງປະຕິບັດ​ແຜນ​
ແມ່​ບົດ ​ວ່າດ້ວຍ​ການ​ພັດທະນາ​ລັດ​ແຫ່ງ​ກົດໝາຍ​ໃນ​ລາວ ​ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ທີ່
​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ເປັນ​ການ​ລົງ​ນາມ​ຮ່ວມ​ກັນ ​ລະຫວ່າງ ທ່ານ Daniel Clune
​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ​ປະຈຳ​ລາວ ​ໃນ​ຖານະ​ຜູ້​ສົ່ງ​ມອບ​ການ
​ຊ່ວຍ​ເຫຼືອ ກັບ ທ່ານ​ນາງ Kaarina Immonen ຜູ້​ຕາງ​ໜ້າ​ອົງການສະຫະ​ປະຊາຊາດເພື່ອ​ ການ​ພັດທະນາ (UNDP) ປະຈຳ​ລາວ ​ໂດຍ​ມີ ທ່ານ​ຄຳ​ພັນ ສິດທິ​ດຳ​ພາ ປະທານສານ​ ປະຊາຊົນ​ສູງ​ສຸດ ​ແລະ ທ່ານ​ເກດ ກຽດຕິ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຍຸດຕິ​ທຳ ​
ໄດ້​ເຂົ້າຮ່ວມ​ໃນ​ພິທີ​ດ້ວຍ.

ການ​ສົ່ງ​ມອບ​ຄວາມ​ຊ່ວຍ​ເຫຼືອ ​ໃນ​ຄັ້ງນີ້​ມີ​ມູນ​ຄ່າ 250,000 ຈາກ 600,000 ດອນ​ລາ ທີ່​
ທາງ​ການ​ສະຫະລັດ ​ໄດ້​ປະກອບ​ສ່ວນ​ເຂົ້າໃນ ​ໂຄງການ​ທີ່​ເປັນ​ການ​ຮ່ວມ​ມື UNDP ​ແລະ
ສະຫະພາບ​ຢູ​ໂຣບ ທີ່​ມີ​ມູນ​ຄ່າ​ລວມ​ເຖິງ 3 ລ້ານ 9 ​ແສນ​ດອນ​ລາ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ
​ພັດທະນາ​ສະ​ຖາ​ບັນ​ທາງ​ກົດໝາຍ ​ແລະ​ລະບົບ​ຍຸດຕິ​ທຳ ຂອງ​ປະຊາຊົນ​ໃນ​ລາວ​ໃຫ້​ດີຂຶ້ນ
ລວມ​ເຖິງ​ການ​ສົ່ງ​ເສີມ​ໃຫ້​ມີ​ການ​ສ້າງ​ກົດໝາຍ ​ແລະ​ລະບຽບ​ການຕ່າງໆ ​ໃຫ້​ມີ​ຄວາມ​
ຊັດ​ເຈນສອດ​ຄ້ອງ ​ແລະຕອບ​ສະໜອງ​ ຄວາມ​ຮຽກຮ້ອງ​ຕ້ອງການຂອງປະຊາຊົນ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ລາວ​ດັ່ງກ່າວ​ນີ້ ຍັງ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​
ພິ​ເສດ​ກັບ​ການ​ພັດທະນາ ​ເພື່ອ​ຄວາມ​ສະ​ເໝີ​ພາບ ລະຫວ່າງ​ຍິງ-ຊາຍ ​ໄດ້​ກໍ່​ໃຫ້​ເກີດບັນຫາ ​ຂັດ​ແຍ້​ງ​ໃນ​ຄອບຄົວ ຂອງ​ຄົນ​ລາວຫຼາຍຂຶ້ນນັບ​ມື້ ​ໂດ​ບຂະ​ເຫັຍ​ໄດ້​ຈາກ​ລາຍ​ງານ​ຫຼ້າສຸດ
ຂອງ​ກະຊວງ​ຍຸດຕິ​ທຳ​ໃນ​ລາວ ທີ່​ລະ​ບຸ​ວ່າ ​ໃນ​ລະຍະ​ນັບ​ແຕ່​ເດືອນຕຸລາ 2012 ​ເຖິງ​ທ້າຍ​ເດືອນ ​ມັງກອນ 2014 ສານ​ປະຊາ​ຊົນ​ລາວ ​ໄດ້​ຮັບ​ການ​ຟ້ອງ​ຮ້ອງ​ລະຫວ່າງ​ເອກະ​ຊົນ
ຫຼາຍກວ່າ 16,000 ກໍລະນີ ​ໂດຍ​ໃນ​ນີ້​ກໍ​ປາກົດ​ວ່າ ມີ​ຈຳນວນຫຼາຍກວ່າ 13,000 ກໍລະນີ
ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ຄອບຄົວ.

ທ່ານ Daniel Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ​ປະຈຳ​ລາວ ພົບປະກັບ ທ່ານ​ຄຳ​ພັນ ສິດທິ​ດຳ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດຂອງລາວ.
ທ່ານ Daniel Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ​ປະຈຳ​ລາວ ພົບປະກັບ ທ່ານ​ຄຳ​ພັນ ສິດທິ​ດຳ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດຂອງລາວ.

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ການ​ຂັດ​ແຍ້​ງ ລະຫວ່າງ​ສາມີ-ພັນ​ລະ​ຍາ
ທີ່​ຟ້ອງ​ຮ້ອງ​ກັນ​ ໃນ​ຄະດີ​ການ​ຢ່າ​ຮ້າງ ​ແລະ​ການ​ຍາດ​ແຍ່ງ​ເອົາ​
ຊັບ​ສິນ ລວມ​ເຖິງ​ການ​ຂັດ​ແຍ້​ງກັນ​ກ່ຽວກັບ​ສິດ​ໃນ​ການ​ລ້ຽງ​ດູລູກ
​ແລະ​ການ​ຮຽກຮ້ອງ​ເອົາ​ຄ່າລ້ຽງດູ​ລູກ ​ແຕ່​ທີ່​ຖື​ວ່າ​ເປັນ​ສິ່ງ​ທີ່​ສະທ້ອນ
​ເຖິງ​ຄວາມ​ເສື່ອ​ມທາງ​ສິນ​ທຳ ​ໃນລາວຫຼາຍຂຶ້ນນັບ​ມື້ ກໍ​ຄື​ຄະດີ​ກ່ຽວ
​ກັບ​ການລະ​ເມີດ​ທາງ​ເພດ ຫຼືການ​ຂົ່ມຂືນ ທີ່​ຜູ້​ເປັນ​ພໍ່​ກະທຳ​ຕໍ່​ລູກ
​ຂອງ​ຕົນ.

ຍິ່ງ​ໄປ​ກວ່າ​ນັ້ນ ສະພາບ​ຂອງ​ການ​ເຊື່​ອຖື ​ແລະ​ງົມງວາຍ ຂອງ​
ບັນດາ​ຊົນ​ເຜົ່າ​ຕ່າງໆ ທີ່ຢູ່​ໃນ​ເຂດ​ຊົນນະບົດ ​ແລະ​ມີ​ບັນຫາ​
ຍາກຈົນຢ່າງ​ຍິ່ງ​ນັ້ນ ກໍ​ຍັງ​ເປັນສາ​ເຫດ ທີ່​ເຮັດ​ໃຫ້​ບັນຫາ​ ດັ່ງ
ກ່າວ​ນີ້ ມີ​ທ່າ​ອຽງ​ເພີ້​ມຫຼາຍຂຶ້ນນັບ​ມື້​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ຍຸດຕິ​ທຳ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ປະ​ຕິ​ບັດ​ສິດສ​ະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ຍັງ​ບໍ່​ທັນ​ໄດ້​ດີ ​ໂດຍ​ສະ​ເພາະ​
ແມ່ນ​ຢູ່​ເຂດ​ຊົນນະບົດ​ຍັງ​ໜັກ​ໄປ​ທາງ​ປະຕິບັດ​ຕາມ​ຮີດຄອງ​ປະ​ເພນີ ຂອງ​ບາງ​
ເຜົ່າ ​ແລະ​ມີ​ການ​ເຊື່ອ​ຖື​ງົມງວາຍ ຍັງ​ມີ​ປາກົດການ​ລະ​ເມີດ​ສິດ​ຂອງ​ແມ່ຍິງເປັນຕົ້ນ
ມີ​ການ​ຂົ່ມຂືນ​ກະທຳ​ຊຳ​ເ​ລົາ ການ​ຄ້າ​ໂສ​ເພນີ ການ​ຄ້າ​ມະນຸດ ​ໃນ​ຮູບ​ແບບ​ຕ່າງໆ
ມີ​ການ​ໃຊ້​ແຮງ​ງານ​ທີ່ໜັກ​ໜ່ວງ​ເກີດ​ໄປ​ໃນ​ຄອບ​ຄົວ.”

ນອກຈາກ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ກໍ​ຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍ​ວ່າ ການ​ພິຈາລະນາ ​ເພື່ອ​ຕັດສິນ​ຄະດີ ​ຂອງ​ສານ​ປະຊາຊົນ​ລາວ ​ໄດ້​ດຳ​ເນີ​ນ​ໄປ​ຢ່າງ​ຊັກ​ຊ້າຫຼາຍ ​ເນື່ອງ​ຈາກ​ວ່າ ສານ​ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ ມີ​ຈຳນວນ​ຜູ້​ພິພາກສາ ​ພຽງ​ແຕ່ 384 ຄົນ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້ການ​ແກ້​ໄຂ​ບັນດາ​ຄະດີ​ຄວາ​ມຕ່າງໆ ບໍ່​ເທົ່າ​ທັນ​ກັບ​ສະພາບ​ບັນຫາ ທີ່​ເພີ້​ມຂຶ້ນຢ່າງ​ໄວວາ​ນັ້ນ​ເອງ.

​ເພາະສະນັ້ນ ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ UNDP ກັບສະຫະພາບ​ຢູ​ໂຣບ ​ແລະ​ສະຫະລັດ ​
ໃນ​ໂຄງການ​ດັ່ງ​ກ່າວ​ນີ້ ກໍ​ເຮັດ​ໃຫ້​ຄູ່​ຮ່ວມ​ພັດທະນາ​ຈາກ​ທັງ 3 ພາກ​ສ່ວນດັ່ງກ່າວ​ມີ​ຄວາມ​ເຊື່ອ​ໝັ້ນວ່າ ລະບົບ​ກົດໝາຍ ​ແລະ​ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ລາວ ຈະ​ມີ​ຄວາມ​ຍຸດຕິທຳ ​ແ​ລະ​ປະສິດ​ທິພາ​ບສູງ​ຂຶ້ນຢ່າງ​ຕັ້ງໜ້າ ​ເນື່ອງ​ຈາກ​ຈະ​ມີ​ການ​ເຝິກອົບຮົມ ​ເພື່ອເສີມ​ສ້າງ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ກັບ​ທັງ​ຜູ້​ພິພາກສາ ​ໄອ​ຍະ​ການ ທະນາຍຄວາມ ​ແລະ​ເຈົ້າໜ້າ​ທີ່​ຕຳຫລວດ​ ເປັນ​ກໍລະນີ​ພິ​ເສດ​ອີກດ້ວຍ.

XS
SM
MD
LG