ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດຈະມອບ ອາວຸດທັນສະໄໝ ໃຫ້ອິສຣາແອລ ແລະພັນທະມິດອາຣັບ (ວີດິໂອລາວ/ອັງກິດ)


ເຮືອບິນໄອພົ່ນໃບພັດຄວາມໄວສູງ V-22 Osprey ທີ່ບິນ ຂຶ້ນ-ລົງໄດ້ ແບບ helicopter ຊຶ່ງເປັນອາວຸດທັນສະໄໝ ຢ່າງນຶ່ງ ທີ່ສະຫະລັດມອບໃຫ້ອີສຣາແອລ.
ເຮືອບິນໄອພົ່ນໃບພັດຄວາມໄວສູງ V-22 Osprey ທີ່ບິນ ຂຶ້ນ-ລົງໄດ້ ແບບ helicopter ຊຶ່ງເປັນອາວຸດທັນສະໄໝ ຢ່າງນຶ່ງ ທີ່ສະຫະລັດມອບໃຫ້ອີສຣາແອລ.
​ເມື່ອອາທິດຜ່ານມານີ້ ທ່ານ Chuck Hagel ລັດຖະມົນຕີປ້ອງ
ກັນປະເທດສະຫະລັດ ໄດ້ເດີນທາງໄປຢ້ຽມຢາມຂົງເຂດຕາເວັນ
ອອກກາງບ່ອນທີ່ທ່ານໄດ້ມອບການຊ່ວຍ​ເຫລືອ​ດ້ານອາວຸດຍຸດ
ໂທປະກອນຊຸດນຶ່ງ ໃນມູນຄ່າ 10 ພັນລ້ານໂດລ່າ ໃຫ້ອິສຣາ
ແອລ ແລະປະເທດພັນທະມິດອາຣັບຂອງສະຫະລັດຈໍາ​ນວນ​ນຶ່ງ ​ເພື່ອເປັນຮ່ອງຮອຍນຶ່ງຂອງການສະໜັບສະໜຸນຂອງສະຫະລັດ
ຕໍ່ໜ້າ​ໄພຂົ່ມຂູ່ຈາກອິຣ່ານນັ້ນ. ຜູ້ສື່ຂ່າວວີໂອເອປະຈໍາກະຊວງ
ປ້ອງກັນປະເທດສະຫະລັດ Luis Ramirez ມີລາຍງານກ່ຽວ
ກັບເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາສະເໜີ ທ່ານ.


ເບິ່ງວີດິໂອ ພາສາລາວ:


ການຢ້ຽມຢາມອິສຣາແອລຂອງທ່ານລັດຖະມົນຕີ Chuck Hagel ໃນຄັ້ງນີ້ອາດ​ໄດ້ເປັນ
ເລຶ່ອງທີ່ອຶດອັດໃຈພໍສົມຄວນ ຄືທ່ານ Hagel ​ໄດ້ຖືກກ່າວຫາວ່າ ເປັນຜູ້ຕໍ່ຕ້ານອີສຣາແອລ
ໃນລະຫວ່າງການຮັບຟັງຄໍາ​ໃຫ້ການຂອງ​ສະພາ​ສູງ​ສະຫະລັດ ເພື່ອພິຈາລະນາການແຕ່ງ
ຕັ້ງທ່ານ​ເປັນລັດຖະມົນຕີປ້ອງກັນປະເທດສະຫະລັດນັ້ນ ແຕ່ທ່ານກໍໄດ້ຖືກຕ້ອນຮັບຢ່າງ
​ອົບ​ອຸ່ນເປັນຢ່າງດີ ​ເຊ່ນ​ດຽວ​ກັບລາຍການຊ່ວຍ​ເຫລືອດ້ານອາວຸດຍຸດໂທປະກອນ ທີ່ທ່ານ
ນໍາ​ໄປສະ​ເໜີ​ມອບ​ໃຫ້. ທ່ານ Hagel ເວົ້າວ່າ:

“ສະຫະລັດແມ່ນຕຽມພ້ອມທີ່ຈະມອບ ອາວຸດທາງທະຫານທີ່ມີສະມັດຖະພາບສູງ
ແລະທັນສະໄໝຈໍານວນນຶ່ງ
ໃຫ້ແກ່ອສຣາແອລ ທີ່ໂຮມທັງລູກສອນໄຟຕໍ່ຕ້ານກໍາ
ມັນຕະພາບລັງສີ ແລະອຸບປະກອນເຣດ້າທີ່ທັນສະໄໝ
ສໍາລັບກອງບິນລົບໄອພົ່ນ
ຂອງ
ອິສຣາ​ແອ​ລ ເຮືອບິນເຕີມນໍ້າມັນກາງອາກາດ KC-135 ແລະອຸບປະກອນທີ່ ສໍາຄັນທີ່ສຸດ ນັ້ນກໍຄືເຮືອບິນໃບພັດຄວາມໄວສູງ V-22 Osprey ທີ່ສາມາດບິນ
ຂຶ້ນລົງໄດ້
ແບບ helicopterຊຶ່ງເປັນເຮືອບິນທີ່ສະຫະລັດບໍ່ເຄີຍໄດ້ມອບໃຫ້ປະ
ເທດ
ອຶ່ນໃດມາກ່ອນ.”

ການສະ​ເໜີມອບອາວຸດດັ່ງກ່າວນີ້​ໃຫ້ ​ແມ່ນເປັນການສົ່ງສັນຍານອັນແຈ້ງຂາວຕໍ່ອິຣ່ານ
ທີ່ວາງຕົວເປັນໄພຂົ່ມຂູ່ ຕໍ່ອິສຣາແອລແລະຄ່ານິຍົມທີ່ອິສຣາແອລມີຮ່ວມກັບສະຫະລັດ
ດັ່ງ​ທີ່ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ​ໄດ້​ກ່າວ​ເຕືອນວ່າ:

“ບໍ່ມີບ່ອນໃດ ທີ່ຄ່ານິຍົມແລະຜົນປະໂຫຍດເຫຼົ່ານີ້ ຈະຖືກທ້າທາຍຫຼາຍ​ໄປກວ່າ
ການປະກອບອາວຸດໃຫ້ແກ່ກຸ່ມກໍ່ການຮ້າຍໂດຍອິຣ່ານ ດ້ວຍອາວຸດທີ່ທັນສະໄໝ
ແລະ
ຫຼາຍ​ໄປ​ກ່ວາຄວາມພະຍາຍາມຂອງອິ ຣ່ານ ເພື່ອປະກອບອາວຸດຕົນເອງ
ດ້ວຍອາວຸດນີວເຄຼຍນັ້ນ.”

Tim Brown ນັກວິເຄາະດ້ານປ້ອງກັນເວົ້າວ່າ ສິ່ງທ້າທາຍ​ໃຫຍ່ຢ່າງນຶ່ງສໍາລັບອິສຣາ
ແອລ ກໍຄືໄລຍະທາງທີ່ເຮືອບິນໄອພົ່ນລົບຂອງອິສຣາແອລ ຈະຕ້ອງໄດ້ບິນໄກພໍສົມ
ຄວນເພື່ອໄປຖະຫຼົ່ມເປົ້າໝາຍນີວເຄຼຍຂອງອິຣ່ານ ຖ້າຫາກອີສຣາແອລເລືອກທີ່ຈະເຮັດ
ເຊ່ນນັ້ນ ຊຶ່ງເຮືອບິນເຕີມນໍ້າມັນກາງອາກາດ ທີ່ສະຫະລັດ​ຈະ​ມອບ​ໃຫ້​ນັ້ນ ແມ່ນຈະຊ່ວຍ
ແກ້ໄຂບັນຫານີ້. ທ່ານ ບຣາວ ເວົ້າວ່າ:

“ເຮືອບິນເຕີມນໍ້າມັນດັ່ງກ່າວຈະເສີມສະມັດຖະອັນໃຫຍ່ຫຼວງໃຫ້ແກ່ອີສຣາແອລ
ເພື່ອໂຈມຕີເປົ້າໝາຍໄດ້
ບໍ່ວ່າຈະດ້ວຍເຮືອບິນຊະນິດທີ່ບິນໄດ້ໃກ້ໄກ ສໍ່າໃດກໍ
ຕາມ.”


ແຕ່ວໍຊິງຕັນຍັງສືບຕໍ່ຄັດຄ້ານຕໍ່ການ​ທີ່ອິສຣາແອລຈະທໍາການໂຈມຕີແຕ່ຝ່າຍດຽວນັ້ນຢູ່.

ອາວຸດຊະນິດນຶ່ງທີ່ບໍ່ໄດ້ລວມຢູ່ໃນລາຍການ​ຊ່ວຍ​ເຫລືອ​ດ້ານອາວຸດດັ່ງກ່າວນີ້ ກໍຄືລູກ
ລະເບີດເຈາະດິນເລິກ ທີ່ອິສຣາແອລສາມາດນໍາໃຊ້ໂຈມຕີສະຖານທີ່ນີວເຄຼຍໃຕ້ດິນ
ຂອງອິຣ່ານໄດ້. ນັກວິເຄາະ Anthony Cordesman ເວົ້າວ່າ ອິສຣາແອລຍັງບໍ່ມີເຮືອ
ບິນຂະໜາດໃຫຍ່ ທີ່ຈະບັນທຸກລູກລະເບີດດັ່ງກ່າວນີ້​ໄດ້ ເທື່ອ.

ທ່ານ Cordesman ເວົ້າວ່າ: “ຂ້າພະເຈົ້າບໍ່ຄິດວ່າ ຜູ້ໃດກໍ​ຕາມ ເວລາເຂົາເຈົ້າ
ຢຸດຄິດ
​ແລ້ວ ຈະເວົ້າວ່າ ສະຫະລັດຄວນຈະມອບເຮືອບິນຖິ້ມລະເບີດ Stealth
ທີ່
ຫຼົບເຣດາໄດ້ນັ້ນ ໃຫ້ຜູ້ໃດ ແມ່ນແຕ່ບັນດາປະເທດພັນທະມິດທີ່ໃກ້ຊິດທີ່ສຸດ
ຂອງສະຫະລັດກໍຕາມ ໂດຍສະເພາະໃນເມື່ອເຮືອ
ບິນຖິ້ມລະເບີດຊະນິດດັ່ງ
ກ່າວນີ້
ມີລາຄາຕົກເປັນນຶ່ງພັນກວ່າລ້ານໂດລ່າ ຕໍ່ລໍາ.”

ການຢ້ຽມຢາມຂົງເຂດຕາ​ເວັນ​ອອກ​ກາງຂອງທ່ານ Hagel ຄັ້ງນີ້ ​ແມ່ນ​ໂຮມ​ທັງ​ການ​ຢຸດ
ແວ່ ແລະພ້ອມກັບການສະເໜີມອບອາວຸດຍຸດໂທປະກອນ ໃຫ້ແກ່ Saudi Arabia
ແລະສະຫະລັດອາຣັບ Emirates ອັນເປັນຮ່ອງຮອຍນຶ່ງທີ່ສະ​ແດງໃຫ້​ເຫັນ​ວ່າ ນອກ​ນີ້​
ແລ້ວ ສະຫະລັດກໍຍັງຕ້ອງການ ທີ່​ຈະຊ່ວຍເຫຼືອບັນດາພາຄີປະເທດອາຣັບຂອງຕົນ
ຕ້ານ​ຢັນໄພຂົ່ມຂູ່ໃດໆໃນອະນາຄົດ ຈາກອິຣ່ານນັ້ນນໍາ.

ວີດິໂອ ພາສາອັງກິດ:

US Offers $10 Billion Weapons Package to Counter Iran Threats
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ
XS
SM
MD
LG