ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວໍຊິງຕັນ ມີແຜນຈະສົ່ງ ເຮືອລົບປ້ອງກັນ ລູກສອນໄຟ ອີກ 2 ລຳ ໄປຍັງຍີ່ປຸ່ນ (ວີດີໂອ)


ທ່ານ Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ
ທ່ານ Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ
ຫົວໜ້າກະຊວງປ້ອງກັນປະເທດ ສຫລ ກ່າວວ່າ ວໍຊິງຕັນມີ
ແຜນການ ທີ່ຈະສົ່ງເຮືອລົບປ້ອງກັນລູກສອນໄຟ ອີກ 2 ລໍາ
ໄປຍີ່ປຸ່ນ ເພື່ອຕ້ານຢັນໄພຂົ່ມຂູ່ຈາກ​ພຶດຕິ​ກຳ​ຕ່າງໆ ຂອງ
ເກົາຫຼີເໜືອ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ​
ໄດ້ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນຫຼວງ ໂຕກຽວ​
ໃນວັນອາທິດ ມື້​ນີ້ ພາຍຫຼັງທີ່ໄດ້ປະຊຸມກັບລັດຖະມົນຕີປ້ອງ
ກັນປະເທດຍີ່ປຸ່ນ ທ່ານ Itsunori Onodera ວ່າ ເຮືອລົບປ້ອງ
ກັນລູກສອນໄຟ AEGIS 2 ລຳ ຈະຖືກສົ່ງໄປຍີ່ປຸ່ນ ພາຍໃນ
ປີ 2017 ຊຶ່ງຈະ​ເປັນ​ການ​ເສີມ​ສ້າງ​ກຳລັງປ້ອງກັນລູກສອນໄຟ
ຂອງ ສຫລ ຢູ່​ທີ່​ນັ້ນຂຶ້ນ​ເປັນທັງໝົດ 7 ລຳ.

ຄຳ​ປະກາດດັ່ງກ່າວ​ໄດ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່ເກົາຫຼີເໜືອໄດ້ທຳ​ການເຄື່ອນໄຫວອີກ​ຄັ້ງໃໝ່ ​
ທີ່​ເພີ້ມທະວີຄວາມກົດດັນ ກັບ​ບັນດາປະເທດເພື່ອນບ້ານ ດ້ວຍການສືບ​ຕໍ່ຂົ່ມຂູ່ວ່າ
ຈະທຳການທົດລອງລູກສອນໄຟ ແລະ​ລະເບີດ​ນິວ​ເຄລຍ​ຕື່ມ​ອີກ.

​ໃນມື້ກ່ອນ​ອອກເດີນທາງໄປປະ​ເທດຈີນ ຄື​ວັນ​ອາທິດ​ມື້​ນີ້ ທ່ານ Hagel ຍັງໄດ້ຮຽກ
ຮ້ອງ​ໃຫ້ປັກກິ່ງ ນຳໃຊ້ອຳນາດຂອງຕົນຢ່າງມີຄວາມຮັບຜິດ ຊອບ ​ໃນ​ດ້ານສາຍພົວ
ພັນໃນພາກພື້ນແລະການຂັດແຍ້ງກັນ​ເລື້ອງເຂດນ້ຳແດນດິນ​ນັ້ນ.

ຫົວໜ້າທຳນຽບຫ້າແຈ ກຳລັງ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມເຂດເອເຊຍ ປາຊີຟິກ
ເປັນ​ເວລາ 10 ວັນ ເພື່ອໃຫ້ຄວາມໝັ້ນໃຈຄືນ​ໃໝ່​ແກ່​ບັນດາພັນທະມິດວ່າ ສະຫະລັດ
ຍັງ​ມຸ້ງ​ໝັ້ນ​ຕໍ່​ການປະຕິບັດສດົນ​ທິສັນຍາ ດ້ານການປ້ອງກັນຮ່ວມ​ກັນ ຢູ່ໃນ​ຂົງ​ເຂດ​ນັ້ນ.

ໃນວັນເສົາວານ​ນີ້ ທ່ານ​ໄດ້ກ່າວວ່າ ການຍຶດ​ເອົາແຫຼມ Crimea ຂອງຣັດເຊຍ ແລະ
ການລະດົມ​ກຳລັງທະຫານຢູ່ຕາມເຂດຊາຍແດນຕິດ ກັບຢູເຄຣນນັ້ນ ໄດ້ສ້າງ​ຄວາມ​
ເປັນ​ຫ່ວງ ​ໃຫ້​ແກ່ບັນດາພັນທະມິດ ໃນພາກພື້ນປາຊີຟິກ ແລະ​ໃນແຫ່ງອື່ນໆ​ອີກ.
US Touts Asia Rebalance to ASEAN
please wait

No media source currently available

0:00 0:02:37 0:00
XS
SM
MD
LG