ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ສະໜັບສະໜູນ ກົດໝາຍຄວບຄຸມປືນ ທີ່ເຂັ້ມງວດກວ່າເກົ່າ


ປືນຍາວ 3 ລຸ້ນ ຂອງ AR-15 ແມ່ນວາງສະແດງຢູ່ ໃນເມືອງ Sacramento ລັດ California. ໃນຂະນະທີ່ ປືນຕ່າງໆ ເບິ່ງຄ້າຍຄືືກັນ ລຸ້ນທີ່ຢູ່ລຸ່ມສຸດ ແມ່ນຜິດກົດໝາຍຢູ່ໃນລັດ California ຍ້ອນຄວາມໄວຂອງການໃສ່ລູກປືນຂອງມັນ.
ປືນຍາວ 3 ລຸ້ນ ຂອງ AR-15 ແມ່ນວາງສະແດງຢູ່ ໃນເມືອງ Sacramento ລັດ California. ໃນຂະນະທີ່ ປືນຕ່າງໆ ເບິ່ງຄ້າຍຄືືກັນ ລຸ້ນທີ່ຢູ່ລຸ່ມສຸດ ແມ່ນຜິດກົດໝາຍຢູ່ໃນລັດ California ຍ້ອນຄວາມໄວຂອງການໃສ່ລູກປືນຂອງມັນ.

ປະຊາຊົນ ອາເມຣິກັນຫຼາຍຂຶ້ນ ພາກັນສະໜັບສະໜູນ ກ່ຽວກັບ ການມີກົດໝາຍຄວບ ຄຸມປືນເຂັ້ມງວດກວ່າເກົ່າ, ແຕ່ໄດ້ເບິ່ງໂລກ ໃນແງ່ຮ້າຍວ່າບັນດາສະມາຊິກສະພາ ຈະ ເຮັດທຸກໆຢ່າງໃນໄວໆນີ້ ເພື່ອນຳໄປສູ່ການປ່ຽນແປງຕ່າງໆ, ອີງຕາມການຢັ່ງຫາງສຽງ ກຸ່ມ Gfk ຂອງອົງການຂ່າວ AP.

ຜູ້ຕອບຄຳຖາມຈຳນວນເກືອບ 2 ສ່ວນ 3 ໄດ້ໃຫ້ການສະໜັບສະໜູນ ຕໍ່ກົດໝາຍ ທີ່ມີ ຄວາມເຄັ່ງຄັດກວ່າ, ໃນຂະນະທີ່ຄົນສ່ວນໃຫຍ່ ສະໜັບສະໜູນ ໃຫ້ມີການຫ້າມຂາຍ ອາວຸດເຄິ່ງອັດຕະໂນມັດ ໃນທົ່ວປະເທດ, ເຊັ່ນປືນ AR-15 ແລະ ການຂາຍປືນກົນ ທີ່ມີຄວາມສາມາດສູງເຊິ່ງສາມາດບັນຈຸລູກປືນໄດ້ 10 ລູກ ຫຼື ຫຼາຍກວ່ານັ້ນ.

ນອກນັ້ນຜົນຄະແນນສຽງຕ່າງໆ ຍັງໄດ້ແຍກອອກໄປຕາມເສັ້ນສາຍ ຂອງສອງພັກ ການເມືອງ ທັງສອງ. ການຢັ່ງຫາງສຽງ 87 ເປີເຊັນຂອງພັກເດໂມແຄຣັດ ໄດ້ກ່າວວ່າ ພວກເຂົາເຈົ້າສະໜັບສະໜູນກົດໝາຍທີ່ມີຄວາມເຂັ້ມງວດກວ່າ ທຽບໃສ່ 41 ເປີເຊັນ ຂອງພັກຣີພັບບລີກັນ.

ອັດຕາສ່ວນຂອງຄົນ ອາເມຣິກັນ ຜູ້ທີ່ຢາກມີກົດໝາຍທີ່ເຂັ້ມງວດ ຂຶ້ນຕື່ມ ແມ່ນສູງທີ່ສຸດ ນັບຕັ້ງແຕ່ນັກສຳຫຼວດຄວາມຄິດ ເຫັນໄດ້ເລີ່ມທຳການສຳຫຼວດໃນປີ 2013 ເປັນຕົ້ນມາ, ປະມານ 10 ເດືອນຫຼັງຈາກການຍິງກັນທີ່ໂຮງຮຽນປະຖົມ Sandy Hook ໃນເມືອງ Newton ລັດ Connecticut ທີ່ໄດ້ເຮັດໃຫ້ເດັກນ້ອຍ 20 ຄົນ ແລະ ຄູສອນ 6 ຄົນ ເສຍຊີວິດ.

ຜູ້ຕອບຄຳຖາມສ່ວນໃຫຍ່ກ່າວວ່າ ພວກເຂົາເຈົ້າສະໜັບສະໜູນ ວິທີການແຫ່ງຊາດ ຕໍ່ກົດໝາຍການຄວບຄຸມປືນ ຫຼາຍກວ່າວິທີທາງທີ່ສັບສົນຂອງລັດ ແລະ ກົດລະບຽບ ໃນທ້ອງຖິ່ນ. ແນວໃດກໍຕາມ, ຈຳນວນໜ້ອຍກວ່າເຄິ່ງໜຶ່ງຂອງຜູ້ທີ່ໄດ້ໃຫ້ຄຳເຫັນ, ໄດ້ກ່າວວ່າພວກເຂົາເຈົ້າບໍ່ຄິດວ່າ ບັນດາສະມາຊິກສະພາ ຈະບໍ່ເອົາບົດບາດໃດໆ ກ່ຽວກັບກົດໝາຍ ການຄວບຄຸມປືນທີ່ເຂັ້ມງວດຂຶ້ນກວ່າເກົ່າໃນປີທີ່ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG