ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອະເມຣິກັນ ຫຼາຍພັນຄົນ ປະທ້ວງຂໍ້ສະເໜີ ໃຫ້ຈໍາກັດອາວຸດປືນ (ວີດິໂອກ່ຽວຂ້ອງ)


ກຸ່ມປະທ້ວງ ເພື່ອໃຫ້ມີສິດຖືປືນຈຸນຶ່ງ ທີ່ລັດ Texas
ກຸ່ມປະທ້ວງ ເພື່ອໃຫ້ມີສິດຖືປືນຈຸນຶ່ງ ທີ່ລັດ Texas
ວັນ​ເສົາ​ວານ​ນີ້ ບັນດາ​ນັກ​ເຄື່ອນ​ໄຫວ​ຊາວ​ອາເມ​ຣິກັນຫຼາຍພັນ​ຄົນ ບາງ​ຄົນ​ກໍ​ຖື​ປືນ​ຍາວ ​ແລະ​ປືນ​ສັ້ນ ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢ່າງ​ສັນຕິ​ ຢູ່​ທີ່​ເມືອງຫຼວງຂອງ​ລັດຕ່າງໆໃນ​ທົ່ວ​ປະ​ເທດ ​ເພື່ອ​ທໍ​າ​ການ​ໂຮມ​ຊຸມນຸມ ​ຊຸກຍູ້​ສົ່ງ​ເສີມ​ສິດທິ​ໃນ​ການຖື​ປືນ ​ໃນ​ຂະນະ​ທີ່ລັດຖະ
ບານ​ສະຫະລັດ​ກໍາລັງພິຈາລະນາ ​ວາງຂໍ້​ຈໍາກັດ​ຮັດ​ແຄບ​ໃໝ່ ກ່ຽວ​ກັບ​ອາວຸດ​ປືນ.

ການ​ໂຮມ​ຊຸມນຸມ​ກັນ ​ແມ່ນມີ​ຂຶ້ນ ຈາກ​ຕັ້ງ​ແຕ່​ລັດ​ນີວຢ໊ອກ ​ແລະ​ລັດ Connecticut ​ໄປ​ຈົນ​ເຖິງລັດ South Dakota, Texas, Alabama, Arizona ​ແລະ ລັດ Oregon ຊຶ່ງ​ຢູ່​ໃນ​ບາງ​ແຫ່ງ ກໍໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກຫຼາຍໆສິບ​ຄົນ ​ແລະແຫ່ງ​ອື່ນໆ​ໄດ້​ດຶງ​ດູດເອົາ​ພວກ​ປະ​ທ້ວງ ຫຼາຍພັນ​ຄົນ. ເຈົ້າໜ້າ​ທີ່​ເວົ້າ​ວ່າ ມີ​ຫ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ຢູ່​ທີ່​ງານ​ສະແດງ​ປືນໃນ​ສາມ​ລັດ ​ຍ້ອນເກີດປືນ​ລັ່ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ໄດ້​ອາໄສ​ສື່​ທາງ​ສັງຄົມ ​ເພື່ອ​ຊຸກຍູ້​ການ​ໂຮມ​ຊຸມນຸມ ທີ່ເອີ້ນ​ວ່າ "ປືນ​ທົ່ວ​ສະຫະລັດ" ອັນ​ເປັນ​ວິທີ​ຕອບ​ໂຕ້​ຕໍ່​ຂໍ້ສະ​ເໜີໃໝ່​ກ່ຽວ​ກັບການຄວບ​ຄຸມ​ອາວຸດ​ປືນ ທີ່​ປະທາ ນາທິບໍດີ​ໂອ​ບາ​ມາໄດ້ນໍາ​ອອກ​ເປີດ​ເຜີຍໃນອາທິດ​ຜ່ານ​ມາ​ນີ້.

ວີດິໂອກ່ຽວຂ້ອງ:

Obama Reviews Proposals to Curb Gun Violence
please wait

No media source currently available

0:00 0:01:57 0:00
ລິງໂດຍກົງ
XS
SM
MD
LG