ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຄົ້ນຄວ້າຂອງສະຫະລັດ ທີ່ກົວເຕມາລາ


ປະທານາທິບໍດີກົວເຕມາລາ ທ່ານ Álvaro Colom
ປະທານາທິບໍດີກົວເຕມາລາ ທ່ານ Álvaro Colom

ປະທານາທິບໍດີກົວເຕມາລາ ທ່ານ Alvaro Colom ເອີ້ນການສຶກສາ ທີ່ໄດ້ຮັບເງິນສະໜັບສະໜຸນ ຈາກສະ ຫະລັດ ໃນຊຸມປີ 1940 ທີ່ເຮັດໃຫ້ຊາວກົວເຕມາລາ ຈຳນວນຫຼາຍໆຮ້ອຍຄົນ ຕິດແປດກັບພະຍາດ ທີ່ຕິດຕໍ່ ທາງເພດສຳພັນນັ້ນວ່າ ເປັນອາດຊະຍາກຳຕ້ານມະນຸດ ຊາດ.

ທ່ານໃຫ້ທັດສະນະດັ່ງກ່າວ ໃນມື້ວັນສຸກວານນີ້ ນຶ່ງມື້ຫຼັງ ຈາກລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ໄດ້ຂໍຂະມາໂທດຕໍ່ທ່ານ ໃນອັນທີ່ທ່ານ ນາງເອີ້ນວ່າ ການຄົ້ນຄວ້າທີ່ໜ້າປະນາມ ແລະໄຮ້ສິນທຳ.

ນອກນັ້ນປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກໍໄດ້ໂທລະສັບໄປຫາຜູ້ນຳຂອງກົວເຕມາລາ ໃນມື້ວານ ນີ້ ເພື່ອຂໍຂະມາໂທດກ່ຽວກັບການສຶກສາຄົ້ນຄວ້າລະຫວ່າງ ປີ 1946 ຫາ 1948 ທີ່ຫາກໍມີການເປີດເຜີຍ ເມື່ອໄວໆ ມານີ້ ທີ່ໄດ້ມີການທົດລອງກັບພວກ ນັກໂທດໃນຄຸກແລະ ສະຖາບັນໂຣກຈິດຂອງກົວເຕມາລາ ກັບໂຣກໜອງໃນ Gonorrhea, Syphilis ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ ໂດຍທີ່ພວກເຂົາເຈົ້າບໍ່ຮູ້ຈັກແລະບໍ່ໄດ້ໃຫ້ອະນຸຍາດ.

ຜູ້ອຳນວຍການສະຖາບັນສະທາລະນະສຸກແຫ່ງຊາດ ຂອງສະຫະລັດ ທ່ານ Francis Collins ກ່າວວ່າ ການສຶກສາທີ່ວ່ານີ້ ແມ່ນເພື່ອກວດສອບເບິ່ງ ປະສິດທິພາບຂອງຢາ ເພນີຊີລິນ ຊຶ່ງໃນເວລານັ້ນ ຍັງເປັນການປິ່ນປົວທີ່ຂ້ອນຂ້າງໃໝ່ ສຳລັບພະຍາດທີ່ຕິດຕໍ່ ທາງເພດສຳພັນ.

XS
SM
MD
LG