ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຊ່ວຍເຫຼືອລາວ 1.7 ລ້ານໂດລ່າ ເພື່ອເກັບກູ້ ລະເບີດບໍ່ທັນແຕກ ຫຼື UXO


ພິທີ​ລົງ​ນາມ​ໃນ ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ (MOU) ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍເຫຼືອ​ດ້ານ​ງົບປະມານ ລະຫວ່າງທາງການລາວ ແລະສະຫະລັດ.
ພິທີ​ລົງ​ນາມ​ໃນ ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ (MOU) ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍເຫຼືອ​ດ້ານ​ງົບປະມານ ລະຫວ່າງທາງການລາວ ແລະສະຫະລັດ.
ທາງ​ການ​ສະຫະລັດໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ຫຼາຍ​
ກວ່າ 1.7 ລ້ານ​ໂດ​ລ່າ ​ເພື່ອ​ນໍາ​ໃຊ້​ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​
ແຕກ ຫຼື UXO ​ໃນ​ແຂ​ວງສະ​ຫວັນນະ​ເຂດ ​ໂດຍຈະ​ດໍາ​ເນີນ​ການ​
ເປັນ​ເວລາ 13 ​ເດືອນ.


ພິທີ​ການລົງ​ນາມ​ ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ (MOU) ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍເຫຼືອ​ດ້ານ​ງົບປະມານ ​ໃນ​ມູນ​ຄ່າ 1.73 ລ້ານ​ໂດ​ລ່າ ລະຫວ່າງ​ຄະນະ​ກໍາມະການ​ຄຸ້ມ​ຄອງ​ແຫ່ງຊາດ​ ເພື່ອແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ໃ​ນລາວ ກັບ​ອົງ ການ HALO TRUST ພາຍ​ໃຕ້ການ​ສະໜັບສະໜຸນ​ຂອງ​ລັດຖະບານ​ສະຫະລັດອາ​ເມ ຣິກາ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ນະຄອນ​ວຽງ​ຈັນ.

​ໂດຍ​ການ​ຊ່ວຍ​ເຫຼືອ​ດັງ​ກ່າວ​ນີ້ ຈະ​ນໍາ​ໃຊ້​ເພື່ອ​ການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ທີ່​
ຕົກຄ້າງ​ຢູ່​ໃນເຂດ​ເມືອງ​ເຊ​ໂປ​ນ ​ແລະ​ເມືອງ​ວີລະ​ບຸລີ ​ແຂວງ​ສະຫວັນ​ນະ​ເຂດ ​ເປັນເວລາ
13 ​ເດືອນ ຊຶ່ງ​ອົງການ HALO TRUST ​ໄດ້​ເລີ່​ມລົງມື​ດໍາ​ເນີນ​ການ​ ນັບ​ແຕ່​ເດືອນສິງຫາ
2013 ​ເປັນ​ຕົ້ນ​ມາ​ແລ້ວ ​ແລະ​ກໍ​ຍັງ​ຈະ​ດໍາ​ເນີນ​ງານ​ຕໍ່​ໄປ​ຈົນ​ເຖິງ​ທ້າຍ​ເດືອນ​ສິງ ຫາ​ປີ 2014
​ເພື່​ອ​ເປັນການ​ຕອບ​ສະໜອງ​ຕໍ່​ເປົ້າໝາຍ​ສະຫັດ​ສະ​ວັດການ​ພັດທະນາ​ ທີ່​ລັດຖະບານ​ລາວ​
ໄດ້​ວາງ​ແຜນການ​ເອົາ​ໄວ້ ວ່າຈະ​ເກັບ​ກູ້​ລະ​ເບີດ UXO ອອກ​ຈາກ​ເຂດ​ທີ່ຢູ່​ອາ​ໄສແລະ​ທີ່​ດິນ​
ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້​ເຖິງ 2 ​ແສນ​ເຮັກ​ຕ້າ​ ພາຍໃນ​ປີ 2020.

ຊຶ່ງ​ຕໍ່​ກໍລະນີດັ່ງກ່າວ​ນີ້ ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ກໍ​ໄດ້​ຖະ​ແຫຼ​ງຍອມ
ຮັບ​ວ່າ ບັນຫາ​ນຶ່ງ​ທີ່​ເປັນ​ອຸບປະສັກ ຕໍ່​ການ​ພັດທະນາ​ເພື່ອ​ລົບ​ລ້າງ​ບັນຫາ​ຄວາມຍາກຈົນ
​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະການນໍາພາ​ປະ​ເທດ​ລາວ ​ໃຫ້​ຫຼຸດ​ພົ້ນ​ຈາກ​ສະພາບ​
ດ້ອຍ​ພັດທະນາ​ໃຫ້​ໄດ້ ​ພາຍ​ໃນ​ປີ 2020 ນັ້ນ ກໍ​ຄືການ​ທີ່ດິນ​ລາວ​ຍັງ​ມີ​ລະ​ເບີດ UXO ຕົກ​
ຄ້າງຢູ່​ຢ່າງ​ຫຼວງ​ຫຼາຍ.

ລະເບີດ ບໍ່ທັນແຕກ ຫຼື UXO ທີ່ຄົ້ນພົບໄດ້
ລະເບີດ ບໍ່ທັນແຕກ ຫຼື UXO ທີ່ຄົ້ນພົບໄດ້

ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາກ​ພິ​ຈາລະ​ນາ​ ຈາກ​ລະດັບ​ຄວາມ​ອາດ​
ສາມາດ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ທີ່​ເປັນ​ຈິງ​ໃນ​ລາວ ຊຶ່ງ​ກໍ​
ເປັນ​ຜົນ​ທີ່​ຕໍ່​ເນື່ອງ​ຈາກ​ການ​ທີ່​ລັດຖະບານລາວ​ຍັງ​ໄດ້​ຮັບ​ການ​
ຊ່ວຍ​ເຫຼືອ​ດ້ານ​ງົບປະມານ​ຈາກ​ຕ່າງປ​ະ​ເທດ​ຢ່າງ​ຈໍາ​ກັດ ​ແລະ​ບໍ່​
ພຽງ​ພໍ​ກັບຄວາມ​ຕ້ອງການ​ທີ່​ເປັນ​ຈິງນັ້ນ ຈຶ່ງ​ເຮັດ​ໃຫ້​ສາມາດ​ຈະ​
ຄາດໝາຍ​ໄດ້​ວ່າການ​ເກັບ​ກູ້​ລະ​ເບີດ UXO ​ໃຫ້​ໝົດ​ໄປຈາກ​ດິນ​
ລາວ​ໄດ້​ນັ້ນ ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານກວ່າ​ຮ້ອຍ​ປີຢ່າງ​ແນ່
ນອນ ດັ່ງ​ທີ່​ທ່ານ ທອງ​ສິງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ການ​ຫຼຸດ​ຜ່ອນ​ຜົນ​ກະທົບ​ ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ຖ້າວ່າ​ເຮົາ​ມາ​ໄລ່​ໃສ່​
ສະ​ພາບ​ປັດຈຸບັນ​ນີ້ ​ໃນ​ເນື້ອ​ທີ່​ຂອງ​ປະ​ເທດ​ລາວນີ້ ທີ່​ຖືກ​ລະ​ເບີດ ​ແລະ​ລະ​
ເບີດ​ກໍຍັງ​ຝັງ​ດິນ​ຢູ່​ໃນ​ເນື້ອ​ທີ່​ ດຽວ​ນີ້​ຍັງ​ຫຼາຍ ຄັນ​ແຕ່​ວ່າ​ແກ້​ໃນ​ຈັງຫວະ​ຄື​ສູ່​
ມື້​ນີ້ ​ເປັນ​ຮ້ອຍ​ປີ​ ຮ້ອຍ​ຫ້າສິບ​ປີ​ ກໍ​ຍັງ​ບໍ່​ທັນ​ແລ້ວ ​ເວັ້ນ​ແຕ່​ວ່າ​ຕ່າງປະ​ເທດ​
ສຸມ​ໃສ່​ຊ່ວຍ​ເຫຼືອ ພວກ​ເຮົາ​ໃຫ້​ມີ​ທຶນຮອນ​ຢ່າງພຽງພໍ.”


ທາງ​ດ້ານ​ ທ່ານ​ບຸນ​ເຮືອງ ດວງ​ພະຈັນ ປະທານ​ຄະນະ​ກໍາມະການ​ຄຸ້ມ​ຄອງ​ແຫ່ງ​ຊາດເພື່ອ
​ການ​ແກ້​ໄຂ​ບັນຫາ​ ລະ​ເບີດ​ບໍ່​ທັນແຕກ ທີ່​ຕົກ​ຄ້າງ​ໃນ​ລາວ ກໍ​ຖະ​ແຫຼ​ງຍອມຮັບ​ວ່າ ການເກັບ
​ກູ້​ລະ​ເບີດ UXO ​ໃນ​ຊ່ວງ​ທີ່​ຜ່ານມາ​ຂອງ​ແຜນການ​ປະຕິບັດ​ງານໃນ​ຊ່ວງ​ປີ 2011-2015
ຍັງ​ສາມາດ​ປະຕິບັດ​ໄດ້​ຕໍ່າ​ກວ່າ​ເປົ້າໝາຍ​ທີ່​ວາງ​ເອົາໄວ້​ເຖິງ 70% ຂອງ​
ແຜນການ​ທັງ​ໝົດ.

ກໍ​ຄື ​ໃນ​ຂະນະ​ທີ່​ແຜນການ 5 ປີ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ເກັບ​ກູ້​ລະ​ເບີດ UXO ​ໃຫ້​ໄດ້​ໃນ​ພື້ນ​ທີ່​ລວມບໍ່​ໜ້ອຍກວ່າ 1 ​ແສນ​ເຮັກ​ຕ້າ ຫາກ​ແຕ່​ການ​ປະຕິ​ບັດ​ຕົວ​ຈິງໃນ​ລະຍະ​ທີ່​ຜ່ານ​ມາ​ຈົນ​ເຖິງ​ປັດຈຸບັນ​ ກັບ​ສາມາດ​ເກັບ​ກູ້ໄດ້​ ໃນ​ພື້ນ​ທີ່​ລວມພຽງ​ແຕ່ 30,000 ​ເຮັກ​ຕ້າ ຫຼື​ຄິດ​ເປັນ 30% ຂອງ​ແຜນການ​ທີ່​ວາງ​ໄວ້​ເທົ່າ​ນັ້ນ ດ້ວຍ​ເຫດ​ນີ້ຈຶ່ງ​ເຮັດ​ໃຫ້​ເປັນ​ການ​ຍາກ​ທີ່​ຈະ​ສາມາດ​ບັນລຸ ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ເມື່ອ​ເຖິງ​ປີ 2015 ດັ່ງກ່າວ.

​ໂດຍ​ທາງ​ການ​ລາ​ວໄດ້​ໃຫ້ການ​ອະທິບາຍວ່າ ​ສາ​ເຫດ​ທີ່​ສໍາຄັນ​ທີ​ເຮັດ​ໃຫ້ການ​ເກັບ​ກູ້​ລະ​ເບີດ UXO ບໍ່​ສາມາດ​ ທີ່​ຈະ​ບັນລຸ​ເປົ້າໝາຍ​ທີ່​ວາງໄວ້​ດັ່ງກ່າວ ກໍ​ຄື​ຂໍ້​ຈໍາກັດ​ ທາງ​ດ້ານ​ງົບປະມານ
ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ​ທາງ​ການ​ລາວ​ຈະ​ໄດ້​ຮັບການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ ​ເຖິງ 30 ລ້ານ​ໂດ​ລ່າ ​ໃນ​ປີ 2012 ທີ່​ຜ່ານ​ມາກໍ​ຕາມ ຫາກ​ແຕ່ວ່າ 40% ຂອງ​ເງິນຊ່ວຍ​ເຫຼືອ​ດັ່ງກ່າວ ກໍຕ້ອງ​ໃຊ້​ຈ່າຍ​ເປັນ​ເງິນ​ເດືອນຂອງ​ພະນັກງານ ​ແລະ​ການ​ບໍລິ ຫານ ຈຶ່ງມີ​ເງິນ​ເຫຼືອ​ພຽງ 60% ​ເທົ່າ​ນນັ້ນ ທີ່​ນໍາ​ໃຊ້​ໃນ​ການ​ເກັບ​ກູ້​ລະ​ເບີດ​ໂດຍ​ກົງ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ
​ເທດ ​ໃນ​ມູນ​ຄ່າ​ສະ​ເລ່ຍບໍ່​ໜ້ອຍ​ກວ່າ 50 ລ້ານ​ໂດ​ລ່າ​ໃນ​ແຕ່ລະ​ປີ ​ໂດຍ​ໃນ​ລະຍະ 10 ປີ
​ມາ​ນີ້ ກໍປາກົດ​ວ່າ​ທາງ​ການ​ສະຫະລັດ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ​
ໃນ​ລາວ​ໄປແລ້ວ ​ຫຼາຍ​ກວ່າ 30 ລ້ານ​ໂດ​ລ່າ.
XS
SM
MD
LG