ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເລີ້ມໃຫ້ການຊ່ວຍເຫລືອ ດ້ານສາທາລະນະສຸກ ແກ່ລາວເພີ້ມຂຶ້ນ


ພິທີເຊັນບັນທຶກຄວາມເຂົ້າໃຈ ລະຫວ່າງສູນຕ້ານເອດສ໌ ແລະພະຍາດຕິດຕໍ່ທາງເພດສໍາພັນ ແລະອົງການ
ສາກົນບໍລິການປະຊາຊົນ ຊຶ່ງເປັນອົງການອາເມຣິກັນ ທີ່ບໍ່ຫວັງຜົນກໍາໄລ ທີ່ໄດ້ຮັບທຶນຊ່ວຍເຫລືອ
ຈາກລັດຖະບານສະຫະລັດ ອົງການນຶ່ງ ເພື່ອໄປຊ່ວຍເຫລືອລາວ ໃນການຕ້ານ ໂຣກເອດສ໌
ພິທີເຊັນບັນທຶກຄວາມເຂົ້າໃຈ ລະຫວ່າງສູນຕ້ານເອດສ໌ ແລະພະຍາດຕິດຕໍ່ທາງເພດສໍາພັນ ແລະອົງການ ສາກົນບໍລິການປະຊາຊົນ ຊຶ່ງເປັນອົງການອາເມຣິກັນ ທີ່ບໍ່ຫວັງຜົນກໍາໄລ ທີ່ໄດ້ຮັບທຶນຊ່ວຍເຫລືອ ຈາກລັດຖະບານສະຫະລັດ ອົງການນຶ່ງ ເພື່ອໄປຊ່ວຍເຫລືອລາວ ໃນການຕ້ານ ໂຣກເອດສ໌

ສະຫະລັດ ​ເລີ້ມໃຫ້ການ​ຊ່ວຍ​ເຫລືອລາວ​ ໃນການ​ສະກັດ​ກັ້ນ ການແຜ່ລະບາດ ຂອງເຊື້ອໂຣກ HIV-​AIDs ພ້ອມກັນນັ້ນ ກໍຊ່ວຍເສີມສ້າງສຸຂະພາບອະນາໄມຂອງແມ່ ແລະເດັກໃນລາວ ໃຫ້ດີຂຶ້ນ.

ສະຖານທູດສະຫະລັດປະຈໍານະຄອນ​ວຽງຈັນ​ ພ້ອມ​ດ້ວຍ​ສູນ​ປະຕິບັດ​ຊ່ວຍ​ເຫລືອ
ໃນ​ດ້ານ​ມະນຸ​ດ ສະ​ທຳ ​ແລະ​ການຈັດການ​ທີ່​ດີ ​ໃນ​ເຫດໄພພິບັດ​ຂອງ​ກອງ​ບັນຊາ
ພາກພື້ນປາຊີ​ຟິກ ​ແຫ່ງກອງທັບ ສະຫະລັດ ໄດ້ເລີ້ມໃຫ້ການຊ່ວຍເຫລືອດ້ານສາ
ທາລະນະສຸກແກ່ລັດຖະບານລາວ ໃນ 2 ໂຄງການຢ່າງເປັນທາງການ ໃນທ້າຍ
ເດືອນທັນວານີ້.

ການ​ຊ່ວຍ​ເຫລືອທັງ 2 ໂຄງການດັ່ງກ່າວຈະໃຊ້ງົບປະມານສໍາລັບດໍານເນີນການ
ຄິດເປັນມູນຄ່າລວມກັນ ປະມານ 3 ລ້ານ 7 ແສນໂດລາ ໃນໄລຍະນັບຈາກປັດຈຸບັນ
ໄປຈົນເຖິງປີ 2013 ຊຶ່ງຖືເປັນການຊ່ວຍ ເຫລືອໃນລັກສະນະຂອງໂຄງການທີ່ມີການ
ຕໍ່ເນື່ອງກັນກັບ 2 ໂຄງການທີ່ໄດ້ມີການດໍາເນີນການປະຕິບັດຈັດຕັ້ງໃນໄລຍະ 3 ປີ
ທີ່ຜ່ານມານີ້ ກໍຄືໂຄງການ​ສະກັດ​ກັ້ນການແຜ່ລະບາດຂອງເຊື້ອໂຣກ HIV-AIDs
ແລະ ໂຄງການເສີມສ້າງສຸຂະພາບອະນາໄມຂອງແມ່ແລະເດັກໃນລາວນັ້ນເອງ.

ທ່ານ James McAden ທູດດ້ານທະຫານປະຈໍາສປປ ລາວ ມອບ ການຊ່ວຍເຫລືອດ້ານການສະກັດກັ້ນ ການແຜ່ລະບາດຂອງໂຣກ ເອດສ໌ ໃຫ້ແກ່ກອງທັບປະຊາຊົນລາວ
ທ່ານ James McAden ທູດດ້ານທະຫານປະຈໍາສປປ ລາວ ມອບ ການຊ່ວຍເຫລືອດ້ານການສະກັດກັ້ນ ການແຜ່ລະບາດຂອງໂຣກ ເອດສ໌ ໃຫ້ແກ່ກອງທັບປະຊາຊົນລາວ

ສໍາລັບໂຄງການ​ສະກັດ
ກັ້ນການແຜ່ລະບາດຂອງ
ເຊື້ອໂຣກ HIV-AIDs ນັ້ນ
ຈະເນັ້ນໜັກໃນການໂຄສະ
ນາປະຊາສໍາພັນທີ່ເຮັດໃຫ້
ປະຊາຊົນລາວປ່ຽນແປງ
ພຶດຕິກໍາ ເພື່ອຕ້ານໂຣກ
HIV-AIDs ດ້ວຍການມີ
ເພດສໍາພັນທີ່ປອດໄພ.
ສ່ວນການເສີມສ້າງສຸຂະ
ພາບອະນາໄມຂອງແມ່ແລະ
ເດັກນ້ອຍນັ້ນ ກໍຈະເນັ້ນ
ໜັກ ຕັ້ງແຕ່ການວາງແຜນ
ຄອບຄົວ ໂດຍມີເປົ້າໝາຍ
ເຮັດໃຫ້ອັດຕາການເສຍຊີວິດຂອງແມ່ ແລະເດັກນ້ອຍ ຫລຸດລົງຢ່າງເປັນຮູບປະທໍາ.

ນອກຈາກນີ້ ເພື່ອເປັນການຮັບປະກັນວ່າການປະຕິລັດຈັດຕັ້ງທັງ 2 ໂຄງການດັ່ງກ່າວ
ຈະມີປະສິດທິພາບຕາມແຜນການເປົ້າໝາຍທີ່ວາງເອົາໄວ້ນັ້ນ ທາງການສະຫະລັດ ກໍ
ຍັງໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວ ດ້ວຍການຈັດໃຫ້ມີການຝຶກອົບຮົມລະດັບ
ປະຕິບັດ​ການ ໃຫ້​ແກ່​ບັນດາ​ເຈົ້າໜ້າທີ່​ລະດັບ​ວາງ​ແຜນການຮັບ​ມື​ກັບພະຍາດຕິດຕໍ່
ຕ່າງໆ ​ໃນທົ່ວປະເທດ ເມື່ອບໍ່ນານມານີ້ ອີກດ້ວຍ.

ການຈັດການ​ຝຶກ​ອົບຮົມ​ລະດັບ​ປະຕິບັດ​ການຄັ້ງນີ້ຖື​ເປັນ​ສ່ວນ​ນຶ່ງ​ໃນ​ໂຄງການ​ຕ້ານ
ພະຍາດ​ຕິດຕໍ່ທີ່​ທາງ​ການ​ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລາວ ນັບ​ຕັ້ງ​ແຕ່​ປີ
2008 ​ເປັນຕົ້ນມາ ຊຶ່ງໄດ້​ເນັ້ນໜັກ​ເປັນ​ພິ​ເສດ​ໃນ​ການ​ເສີມ​ສ້າງ​ຄວາມ​ອາດ​ສາມາດ
ແລະ​ແນ​ໃສ່​ການ​ຍົກ​ລະ​ດັບປະສິດທິພາບຂອງ​ເຈົ້າໜ້າທີ່​ລາວ ທີ່ຮັບຜິດຊອບໃນ​ການ
ວາງ​ແຜນ ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຕິດ​ຕໍ່ຕ່າງໆ ​ໃນ​ທົ່ວປະເທດ.

ກ່ອນໜ້ານີ້ ອົງການເພື່ອການ​ພັດທະນາ​ຂອງ​ສະຫະລັດຫລື USAID ກໍ​ໄດ້​ຕົກລົງ
ໃຫ້ການຊ່ວຍ​ເຫລືອ​ ໃນ​ການ​ປ້ອງກັນ​ເຊື້ອ​ໂຣກຕິດຕໍ່ໃນ​ຄົນ ແລະສັດແກ່​ລັດຖະບານ
ລາວເປັນ​ເວລາ 2 ປີ ກໍ​ຄື​ນັບ​ຈາກ​ເດືອນ​ມີນາປີນີ້ ໄປ​ຈົນ​ເຖິງ​ເດືອນມີນາ ປີ 2013
ໂດຍ​ຄິດເປັນມູນ​ຄ່າ​ການຊ່ວຍເຫລືອ​ຫລາຍ​ກວ່າ 5​ ແສນ 40 ພັນ​ໂດລາ. ໂດຍຫວັງວ່າ
ການຊ່ວຍເຫຼືອດັ່ງກ່າວ ຈະຊ່ວຍປ້ອງກັນບໍ່ໃຫ້ເຊື້ອໂຣກຕິດຕໍ່ ທີ່ເຄີຍ​ແຜ່ລະບາດ ຢູ່
ໃນລາວນັ້ນ ບໍ່ກັບຄືນມາ​ແຜ່ລະບາດອີກເທື່ອໃໝ່ເຊັ່ນ ເຊື້ອໂຣກໄຂ້ຫວັດສັດປີກ, ໄຂ້
ຫວັດໃຫຍ່ສາຍພັນໃໝ່, ໄຂ້ມາເລເຣຍ, ໄຂ້ເລືອດອອກແລະ ເຊື້ອໂຣກອື່ນໆ ທີ່ແຜ່ລະ
ບາດໃນສັດລ້ຽງ.

ການຊ່ວຍເຫລືອດ້ານການແພດຂອງສະຫະລັດ ໃນການເສີມສ້າງ ສຸຂະພາບອະນາໄມຂອງແມ່ແລະເດັກໃນລາວ
ການຊ່ວຍເຫລືອດ້ານການແພດຂອງສະຫະລັດ ໃນການເສີມສ້າງ ສຸຂະພາບອະນາໄມຂອງແມ່ແລະເດັກໃນລາວ

ດັ່ງທີ່ທ່ານ ບຸນຫຼາຍ ພົມມະສັກ
ຫົວໜ້າຫ້ອງ ການປະສານງານ
ຕ້ານ ແລະຄວບຄຸມພະຍາດຕິດ
ຕໍ່ແຫ່ງຊາດລາວ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:
“ຈຸດປະສົງແລ້ວກໍແມ່ນເພື່ອ
ປະຕິບັດໂຄງການໃຫ້ຄວາມ
ຮູ້ຂ່າວສານໃຫ້ແກ່ຊຸມຊົນ
ໃນການຕ້ານຕໍ່ພະຍາດຕິດ
ຕໍ່ຕ່າງໆ ຊຶ່ງ​ກິດຈະກໍາຫຼັກ
ກໍ່ແມ່ນ
ໃຫ້ການອົບຮົມແກ່
ຊຸມຊົນ
, ອໍານາດການປົກ
ຄອງບ້ານ
ໃຫ້ມີສ່ວນຮ່ວມ
ໃນການຕ້ານ
ພະຍາດຕ່າງໆ ໃຫ້ການອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນ
ຜູ້ສື່ຂ່າວວິທະຍຸ ແລະໂທລະພາບເພື່ອວ່າ
ເກີດແລ້ວ ບໍ່ໃຫ້ມັນເກີດຂຶ້ນອີກ

ຍິ່ງໄປກວ່ານັ້ນ ທາງການສະຫະລັດຍັງໄດ້ໃຫ້ການຊ່ວຍເຫລືອດ້ານອາຫານສໍາລັບ
ເດັກນອ້ຍນັກຮຽນ ຊັ້ນປະຖົມສຶກສາ ແລະກໍ່ສ້າງອາຄານຮຽນຫລັງໃໝ່ ໃນເຂດຊົນ
ນະບົດຂອງຫລາຍແຂວງ ໃນທົ່ວປະເທດລາວ ຊຶ່ງຄິດເປັນມູນຄ່າການຊ່ວຍເຫລືອ
ຫລາຍກວ່າ 3 ລ້ານໂດລາ ໃນຊ່ວງປີ 2011-2012 ອີກດ້ວຍ.

XS
SM
MD
LG