ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຕົກລົງໃຫ້ທຶນຊ່ວຍເຫຼືອລ້າ 1.7 ລ້ານໂດລາ ສຳລັບ ການສຳຫຼວດຫາ UXO ໃນ 950 ບ້ານ


ພະນັກງານເກັບກູ້ລະເບີດ ກຳລັງສຳຫລວດ ຊອກຫາ UXO
ພະນັກງານເກັບກູ້ລະເບີດ ກຳລັງສຳຫລວດ ຊອກຫາ UXO

ທາງການສະຫະລັດອາເມຣິກາ ຕົກລົງໃຫ້ທຶນຊ່ວຍເຫຼືອລ້າ 1.7 ລ້ານໂດລາ ສຳລັບ
ໃຊ້ເຂົ້າໃນການສຳຫຼວດຫາ ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນພື້ນທີ່ 950
ບ້ານໃນເຂດພາກໃຕ້ຂອງລາວ ໃນປີ 2017 ນີ້.

ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ
ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນລາວ (ຄກລ) ຢືນຢັນວ່າ
ທາງການສະຫະລັດອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ
ໃນມູນຄ່າ 1.7 ລ້ານໂດລາ ສຳລັບ ນຳໃຊ້ໃນການສຳຫຼວດທີ່ບໍ່ແມ່ນວິຊາການຢູ່ໃນ
ພື້ນທີ່ 950 ບ້ານໃນເຂດພາກໃຕ້ຂອງລາວ ໃນປີ 2017 ນີ້ ຊຶ່ງຈະດຳເນີນ ການສຳ
ຫຼວດຮ່ວມກັນ ລະຫວ່າງໜ່ວຍງານຂອງທາງການລາວ ກັບອົງການທີ່ບໍ່ຂຶ້ນກັບ
ລັດຖະບານ (NGO) ໃນລາວ ເພື່ອເຮັດໃຫ້ການສຳຫຼວດມີປະສິດທິພາບສູງຂຶ້ນ
ກວ່າທີ່ຜ່ານມາ ດັ່ງທີ່ທ່ານພູຂຽວ ໄດ້ໃຫ້ການຢືນຢັນວ່າ:

“ໄດ້ມີການຕົກລົງຮັບຮອງກັນຢູ່ໃນກອງປະປະຊຸມກັບປະເທດຜູ້ໃຫ້ທຶນ
ແລ້ວເດ້ ແລະສາມາດທີ່ຈະເປັນໄປໄດ້ ຊັນເຈນທີ່ສຸດແມ່ນທຶນອາເມຣິກາ
ແຕ່ວ່າ ການສຳຫຼວດເຂົາມີຂໍ້ແມ້ວ່າ ຕ້ອງໃຫ້ ຄກລ ເຮັດກັບ NGO ເມື່ອ
ກ່ອນເພິ່ນເຮັດເອງ ຄຸນນະພາບມັນບໍ່ດີ ກະເລີຍສະເໜີວ່າ ຄັນຊັ້ນກະ
ໃຫ້ ຄກລ ເຮັດ ໃຫ້ ຄກລ ຄຸ້ມຄອງຊ່ວຍ ປີ 2017 ນີ້ ສິເຮັດແນວນັ້ນຫລະ
ແລ້ວບັດນີ້ຄວາມຕ້ອງການທຶນນິ ສຳຫຼວດບໍ່ແມ່ນວິຊາການນິ ປະມານ
1.7 ລ້ານໂດລາ ອັນນີ້ມີການຄຳນວນຄັກແນ່ ຢູ່ໃນ 900 ກວ່າບ້ານ.”

ທ່ານພູຂຽວ ຍັງໄດ້ສະແດງຄວາມເຊື່ອໝັ້ນດ້ວຍວ່າ ຈະສາມາດຈັດຕັ້ງປະຕິບັດ
ເພື່ອໃຫ້ ບັນລຸເປົ້າໝາຍດັ່ງກ່າວ ຢ່າງເປັນຮູບປະທຳ ກໍຄືການສຳຫຼວດທີ່ບໍ່ແມ່ນ
ວິຊາການ ໃຫ້ໄດ້ໃນພື້ນທີ່ 950 ບ້ານ ເພື່ອຊອກຫາຈຸດຫລັກຖານຂອງລະເບີດ
ບໍ່ທັນແຕກ (UXO) ທັງຈະສຳຫຼວດແບບວິຊາການໃຫ້ໄດ້ໃນເຂດ 338 ບ້ານ
ເພື່ອຊອກຫາ ແລະເກັບກູ້ UXO ໃຫ້ໝົດໄປຈາກເຂດທີ່ຢູ່ອາໄສ ແລະທີ່ທຳກິນ
ຂອງປະຊາຊົນລາວ.

ການສຳຫຼວດຫາ ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວ ແລະ ການໂຄສະນາເຜີຍແຜ່ເຖິງຜົນຮ້າຍຂອງ UXO
ການສຳຫຼວດຫາ ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວ ແລະ ການໂຄສະນາເຜີຍແຜ່ເຖິງຜົນຮ້າຍຂອງ UXO

ທາງດ້ານ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ໃຫ້ການຢືນຢັນວ່າ ໃນການຈັດຕັ້ງປະຕິບັດແຜນການເກັບ
ກູ້ ແລະຫລຸດຜ່ອນຜົນກະທົບຈາກ UXO ໃນປັດຈຸບັນ ໄປເຖິງປີ 2020 ລັດຖະ
ບານລາວ ໄດ້ກຳນົດໜ້າວຽກໄວ້ໃນ 5 ດ້ານດ້ວຍກັນ ໂດຍນອກຈາກຈະແນໃສ່
ການສຳຫຼວດ ແລະເກັບກູ້ UXO ໃນພື້ນທີ່ເປົ້າໝາຍໃຫ້ໄດ້ຕາມແຜນການທີ່ວາງ
ໄວ້ແລ້ວ ກໍຍັງແນໃສ່ການຫລຸດຜ່ອນຜົນກະທົບຕໍ່ປະຊາຊົນລາວດ້ວຍ.

ທ່ານນາງ Rena Bitter ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ນະຄອນວຽງຈັນ ໄດ້ຢືນຢັນວ່າ ລັດຖະບານສະຫະລັດ ຈະຮັກສາຄຳໝັ້ນສັນຍາ ກ່ຽວກັບການໃຫ້ ການຊ່ວຍເຫຼືອແກ່ລາວ.
ທ່ານນາງ Rena Bitter ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ນະຄອນວຽງຈັນ ໄດ້ຢືນຢັນວ່າ ລັດຖະບານສະຫະລັດ ຈະຮັກສາຄຳໝັ້ນສັນຍາ ກ່ຽວກັບການໃຫ້ ການຊ່ວຍເຫຼືອແກ່ລາວ.

ສຳລັບໃນປີ 2017 ນີ້ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ
ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນລາວ ກໍໄດ້ວາງເປົ້າໝາຍການເກັບກູ້ UXO
ໃຫ້ໄດ້ໃນພື້ນທີ່ 4,500 ເຮັກຕາ ແລະສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
ຈາກ UXO ໃນດ້ານການປິ່ນປົວ ການຟື້ນຟູສຸຂະພາບບ ແລະປະກອບອາຊີບ
ໃຫ້ເຂົາເຈົ້າ ພ້ອທທັງໂຄສະນາເຜີຍແຜ່ເຖິງຜົນຮ້າຍຂອງ UXO ແນໃສ່ຫລຸດ
ຈຳນວນຜູ້ບາດເຈັບ ຫຼື ເສຍຊີວິດໃຫ້ຕ່ຳກວ່າ 50 ຄົນ.

ທາງການລາວໄດ້ສຳຫຼວດ ແລະເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ
ໂດຍມາຮອດປັດຈຸບັນນີ້ ກໍປາກົດວ່າ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ລວມ
29,701 ເຮັກຕາ ໂດຍໃນນີ້ແບ່ງເປັນດິນກະສິກຳ 18,541 ເຮັກຕາ ດິນພັດທະນາ
11,160 ເຮັກຕາ ແລະທຳລາຍ UXO ໄດ້ 552,968 ໜ່ວຍ ໃນນີ້ກລວມເຖິງ
ລະເບີດລູກວ່ານ 259,421 ໜ່ວຍ ລະເບີດຂະໜາດໃຫຍ່ 1,489 ໜ່ວຍ ແລະ
ລະເບີດຊະນິດຕ່າງໆດ້ວຍ.

ທາງດ້ານ Ms. Rena Bitter ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ
ນະຄອນວຽງຈັນ ໄດ້ຢືນຢັນວ່າ ລັດຖະບານສະຫະລັດ ຈະຮັກສາຄຳໝັ້ນສັນຍາ
ກ່ຽວກັບການໃຫ້ການຊ່ວຍເຫຼືອແກ່ລາວ ທີ່ໄດ້ຕົກລົງໃນໂອການທີ່ທ່ານ Barack
Obama ປະທານາທິບໍດີ ສະຫະລັດ ຄົນກ່ອນ ໄດ້ເດີນທາງມາຢ້ຽມຢາມ ສປປ
ລາວ ຢ່າງເປັນທາງການ ແລະເຂົ້າຮ່ວມ ກອງປະຊຸມສຸດຍອດອາຊ່ຽນ ທີ່ນະຄອນ
ວຽງຈັນ ໃນເດືອນກັນຍາ 2016 ຊຶ່ງ ທ່ານ ໂອບາມາ ໄດ້ປະກາດໃຫ້ການຊ່ວຍເຫຼືອ
ແກ່ລັດຖະບານລາວ ໃນມູນຄ່າລວມ 90 ລ້ານໂດລາ ເພື່ອການພັດທະນາຢ່າງ
ຮອບດ້ານ ຊຶ່ງລວມເຖິງການເກັບກູ້ UXO ແລະການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
ຈາກ UXO ດ້ວຍ.

XS
SM
MD
LG