ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ສະຫະລັດ ຈະຮັກສາຄຳໝັ້ນ ສັນຍາ ກ່ຽວກັບ ການໃຫ້ການຊ່ວຍເຫຼືອແກ່ ລາວ


ສະຫະລັດ ໃຫ້ການຊ່ວຍເຫຼືອອົງຄະທຽມ ລາວ.
ສະຫະລັດ ໃຫ້ການຊ່ວຍເຫຼືອອົງຄະທຽມ ລາວ.

ລັດຖະບານ ສະຫະລັດ ຈະຮັກສາຄຳໝັ້ນສັນຍາ ກ່ຽວກັບ ການໃຫ້ການຊ່ວຍເຫຼືອແກ່
ລາວ ເຂົ້າ ໃນການພັດທະນາດ້ານຕ່າງໆ ຊຶ່ງລວມເຖິງການຊ່ວຍເຫຼືອໃນດ້ານໂພຊະນາ
ການສຳລັບເດັກນ້ອຍ 170,000 ກວ່າຄົນດ້ວຍ.

ທ່ານນາງ ເຣນາ ບິດເທີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳນະຄອນ ຫຼວງວຽງຈັນ ຢືນຢັນວ່າ ລັດຖະບານ ສະຫະລັດ ຈະຮັກສາຄຳໝັ້ນສັນຍາ ກ່ຽວກັບ ການ ໃຫ້ການຊ່ວຍເຫຼືອແກ່ ລາວ ທີ່ໄດ້ຕົກລົງໃນໂອກາດທີ່ທ່ານ ບາຣັກ ໂອບາມາ ປະທານາ
ທິບໍດີຄົນກ່ອນໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ
ກອງປະຊຸມສຸດຍອດ ອາຊຽນ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-8 ກັນຍາ
2016 ຊຶ່ງທ່ານ ໂອບາມາ ໄດ້ປະາກາດເພີ່ມການຊ່ວຍເຫຼືອແກ່ ລາວ ຄິດເປັນມູນຄ່າ
ລວມເຖິງ 90 ລ້ານໂດລາ ເພື່ອສະແດງເຖິງສາຍພົວພັນມິດຕະພາບລະຫວ່າງ 2 ປະ ເທດທີ່ໄດ້ຮັບການພັດທະນາໃຫ້ດີຂຶ້ນນັບມື້ນັ້ນ.

ທັງນີ້ໂດຍອີງຕາມຜົນການປະຊຸມປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືລະຫວ່າງ
ສະຫະລັດ ກັບ ລາວ ຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ເມື່ອປີ 2016 ທາງການ ສະຫະລັດ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ ລາວ ເຂົ້າໃນການພັດທະນາຢ່າງຮອບດ້ານເຊັ່ນ ການ
ເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຍັງຕົກຄ້າງຢູ່ໃນ ລາວ ການພັດທະນາທີ່ ສະຫະລັດ ມີສ່ວນຮ່ວມກັບ ລາວ ແລະ ໃນປະຊາຄົມ ອາຊຽນ ເຊັ່ນ ການຄ້າ, ການລົງທຶນ ແລະ ການເພີ່ມມູນຄ່າສິນຄ້າທີ່ຜະລິດໃນ ລາວ ສ່ວນການພັດທະນາດ້ານການສຶກສາ ແລະ ຊັບພະຍາກອນມະນຸດນັ້ນກໍຍັງໄດ້ໃຫ້ບູລິມະສິດໃນການພັດທະນາດ້ານໂພຊະນາການ
ສຳລັບ ເດັກນັກຮຽນໃນເຂດຊົນນະບົດຂອງ ລາວ ດ້ວຍ.

ໂດຍຫຼ້າສຸດ ທາງການ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ລາວ ເຂົ້າໃນການປັບປຸງໂພ
ຊະນາການສຳລັບເດັກນ້ອຍອາຍຸຕ່ຳກວ່າ 5 ປີທີ່ຈະຈັດຕັ້ງປະຕິບັດໄປຈົນເຖິງປີ 2018 ດ້ວຍງົບປະມານ 27 ລ້ານໂດລາ ດ້ວຍເປົ້າໝາຍທີ່ຈະພັດທະນາຕອບສະໜອງດ້ານ
ໂພຊະນາການທີ່ດີ ສຳລັບການເຕີບໂຕຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີຈຳນວນຫຼາຍ
ກວ່າ 170,000 ຄົນໃນເຂດຊົນນະບົດຂອງ ລາວ.

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງ ລາວ ກໍໄດ້ສະເໜີລາຍງານວ່າ ບັນ
ຫາການຂາດສານອາຫານຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີໄດ້ເປັນສາເຫດທີ່ເຮັດໃຫ້
ການຫຼຸດຈຳນວນເດັກນ້ອຍທີ່ຕົວເຕ້ຍສາມາດດຳເນີນການໄດ້ຢ່າງຊັກຊ້າ ຄືສາມາດຫຼຸດ
ໄດ້ຈາກອັດຕາສະເລ່ຍ 40 ເປີເຊັນໃນປີ 2006 ລົງມາເປັນ 38 ເປີເຊັນໃນປະຈຸບັນນີ້ ໝາຍຄວາມວ່າ ຫຼຸດລົງໄດ້ພຽງ 2 ເປີເຊັນເທົ່ານັ້ນໃນໄລຍະກວ່າ 8 ປີທີ່ຜ່ານມາ ສ່ວນ
ເດັກນ້ອຍອາຍຸຕ່ຳກວ່າ 5 ປີທີ່ມີນໍ້າໜັກຕໍ່າກວ່າເກນກໍຍັງສູງເຖິງ 32 ເປີເຊັນ ໃນຂະນະ
ທີ່ເປົ້າໝາຍສະຫັດສະວັດ ໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນຂອງຈຳ
ນວນເດັກນ້ອຍອາຍຸຕໍ່າກວ່າ 5 ປີໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ເດັກນ້ອຍ ລາວ ທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍນໍ້ານົມແມ່ນັບຕັ້ງແຕ່
ມື້ເກີດຈົນຮອດອາຍຸ 6 ເດືອນຍັງຄິດເປັນອັດຕາສະເລ່ຍພຽງ 40 ເປີເຊັນເທົ່ານັ້ນ ຊຶ່ງກໍ
ເຮັດໃຫ້ມີຄວາມສ່ຽງສູງຕໍ່ການເສຍຊີວິດຍ້ອນໂຣກໄພຕ່າງໆຂອງເດັກນ້ອຍ ລາວ ໃນຂະ
ນະທີ່ການໃຫ້ການບໍລິການດ້ານສາທາລະນະສຸກຂອງລັດຖະບານ ລາວ ຍັງໄປບໍ່ທົ່ວເຖິງ
ແລະ ຄຸນນະພາບການໃຫ້ບໍລິການແກ່ປະຊາຊົນກໍຍັງຕໍ່າອີກດ້ວຍ ດັ່ງທີ່ທ່ານ ຝຸ່ນຄຳ ລັດ
ຕະນະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກໄດ້ໃຫ້
ການຢືນຢັນວ່າ.

"ສຳຄັນແມ່ນການຈັດຕັ້ງປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່ານີ້ ຕົວຢ່າງວ່າ ເກີດລູກ ແລະ ປິ່ນປົວເດັກກຸ່ມ 5 ປີບໍ່ເສຍຄ່ານີ້ໃຫ້ເປັນລະບົບທົ່ວປະເທດ, ປະຈຸບັນນີ້ພວກເຮົາກວມ
ໄດ້ຢູ່ 100 ກວ່າເມືອງແຕ່ວ່າຄຸນນະພາບຍັງບໍ່ທັນຮັບປະກັນ ສະນັ້ນການເກີດລູກມີ
ແພດຊ່ວຍນີ້ກໍຍັງບໍ່ທັນໄດ້ຮອດ 60 ເປີເຊັນ ສະນັ້ນຂ້າພະເຈົ້າຈຶ່ງຄິດວ່າ ອັນນີ້ເປັນວິ
ທີການ ແລະ ເປັນມາດຕະການທີ່ເປັນບູລິມະສິດ ສຸມໃສ່ຍົກລະດັບສະຖານທີ່ບໍລິການ
ທີ່ວ່າ ເຮົາມີຕາໜ່າງທົ່ວເຖິງ ແຕ່ວ່າຄຸນນະພາບຍັງບໍ່ທັນໄດ້ ປັບປຸງດ້ານພະນັກງານ, ດ້ານຄຸນນະພາບການຮຽນ, ການສອນ, ການຄົ້ນຄວ້າ ແລະ ບໍລິການນີ້ຕ້ອງຕິດພັນ
ກັນ."

ນອກຈາກການຊ່ວຍເຫຼືອດັ່ງກ່າວ ທາງການ ສະຫະລັດ ຍັງໄດ້ເພີ່ມການຊ່ວຍເຫຼືອສຳລັບ
ການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນ ລາວ ເປັນ 13 ລ້ານໂດລາຕໍ່ປີນັບ
ຈາກປີ 2015 ເປັນຕົ້ນມາ ຊຶ່ງລວມເຖິງການສົມທົບທຶນໃນມູນຄ່າ 2 ລ້ານໂດລາ ສຳລັບ
ໃຫ້ກຸ່ມທີ່ປຶກສາ MAG ເພື່ອນຳໃຊ້ໃນການເກັບກູ້ລະເບີດ UXO ຢູ່ແຂວງຊຽງຂວາງ ອັນ
ຖືເປັນພາກສ່ວນໜຶ່ງໃນໂຄງການທີ່ທາງການ ສະຫະລັດ ໄດ້ລິເລີ່ມຂຶ້ນໃໝ່ເພື່ອໃຫ້ການ
ຊ່ວຍເຫຼືອປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກລະເບີດ UXO ອີກດ້ວຍ.

ພ້ອມກັນນັ້ນ ລັດຖະບານ ສະຫະລັດ ກໍໄດ້ອະນຸມັດງົບປະມານມູນຄ່າ 6.5 ລ້ານໂດລາ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ພິການຈາກລະເບີດ UXO ໃນ ລາວ 70,000 ກວ່າຄົນ
ແລະ ການຜະລິດອົງຄະທຽມ ຫຼື ເຄື່ອງຄໍ້າຊູສຳລັບຄົນພິການເປັນເວລາ 3 ປີອີກດ້ວຍ.

XS
SM
MD
LG