ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ກໍາລັງ ພິຈາລະນາ ໃຫ້ການ ຊ່ວຍເຫລືອ ເພີ່ມຕື່ມ ແກ່ຜູ້ເຄາະຮ້າຍ ຈາກພາຍຸ (ວີດີໂອ)


ປະທານາທິບໍດີ ໂອບາມາ ໄປປະຊຸມກັບ ເຈົ້າໜ້າທີ່ຫ້ອງການ ຄຸ້ມຄອງຜູ້ປະສົບໄພສຸກເສີນຂອງ ລັດຖະບານກາງ ສະຫະລັດ ກໍາລັງຕີລາຄາ ຄວາມຮຽກຮ້ອງຕ້ອງການຂອງ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກພາຍຸ ແຊນດີ, ເມື່ອວັນທີ 3 ພະຈິກ 2012.
ປະທານາທິບໍດີ ໂອບາມາ ໄປປະຊຸມກັບ ເຈົ້າໜ້າທີ່ຫ້ອງການ ຄຸ້ມຄອງຜູ້ປະສົບໄພສຸກເສີນຂອງ ລັດຖະບານກາງ ສະຫະລັດ ກໍາລັງຕີລາຄາ ຄວາມຮຽກຮ້ອງຕ້ອງການຂອງ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກພາຍຸ ແຊນດີ, ເມື່ອວັນທີ 3 ພະຈິກ 2012.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍ​ໃນປະເທດ
ຂອງ​ສະຫະລັດ ທ່ານນາງ Janet Napolitano ກ່າວວ່າ
ລັດຖະບານກາງ ກໍາລັງພິຈາລະນາ ທີ່ຈະຍົກຍ້າຍບັນດາຜູ້
ເຄາະຮ້າຍຈາກພາຍຸ Sandy ທີ່ຮ້າຍແຮງນັ້ນ ອອກຈາກ
ບ່ອນຫລົບໄພ ​ໄປຢູ່ເຮືອນພັກແລະໂຮງ ແຮມ ​ເປັນ​ການ
ຊົ່ວຄາວ.

ທ່ານນາງ Napolitano ກ່າວໃນວັນອາທິດວານນີ້ວ່າ ບັນດາ
ຜູ້ກວດກາ ຈາກຫ້ອງການຄູ້ມຄອງຜູ້ປະສົບໄພສຸກເສີນຂອງ
ລັດຖະບານກາງ ກໍາລັງພະຍາຍາມ ຕີລາຄາຄວາມຮຽກຮ້ອງ
ຕ້ອງການຂອງ ປະຊາຊົນຫລາຍໆພັນຄົນ ທີ່ບໍ່ມີບ່ອນຢູ່ອາ​ໄສ ຍ້ອນພາຍຸ​ແຊນ​ດີ​ນັ້ນ.

ເຈົ້າຄອງ​ກໍາ​ແພງນະຄອນນິວຢອກ ທ່ານ Micheal Bloom-
berg ​ໄດ້ກ່າວກ່ອນ​ໜ້າ​ນັ້ນວ່າ ຊາວ​ເມືອງປະມານ 40.000 ຄົນ ຈະຕ້ອງການເຮືອນພັກ ເຊົາ ຊົ່ວຄາວ.

ບັນດາຜູ້ເຄາະຮ້າຍຈາກພາຍຸ ຢູ່ເລາະຕາມຊາຍຝັ່ງທະເລກໍ້າຕາເວັນ ອອກຂອງສະຫະ
ລັດ ຍັງ​ສືບ​ຕໍ່​ດິ້ນຮົນຕໍ່ສູ້ກັບອາກາດທີ່ໜາວເຢັນ ບໍ່ມີໄຟຟ້າໃຊ້ ແລະການຂາດເຂີນນໍ້າມັນ​ແອ​ສຊັງ.

ພາຍຸ ​ແຊນ​ດີ ໄດ້ພັດຖະຫລົ່ມ​ເຂດ​ດັ່ງກ່າວ ​ເມື່ອເກືອບນຶ່ງອາທິດກ່ອນ ​ໄດ້ເຮັດໃຫ້ມີຜູ້
ເສຍຊີວິດ ຫລາຍກວ່າ 100 ຄົນ ແລະໄດ້ສ້າງຄວາມ ເສຍຫາຍ ຫລາຍເຖິງ 50 ພັນລ້ານ
ໂດລາ. ຫລາຍກວ່າ 2 ລ້ານຄົນ ຢູ່ພາກຕາເວັນອອກສຽງເໜືອ ຂອງສະຫະລັດ ຍັງບໍ່ມີ
ໄຟຟ້າໃຊ້.

ເບິ່ງວີດີໂອ ຊາວນິວຢອກຍັງດິ້ນຮົນ ຫາທາງຟື້ນໂຕຄືນ:
XS
SM
MD
LG