ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫ້ອງການ ຄຸ້ມຄອງພະນັກງານ ລັດຖະບານກາງ ສຫລ ຖືກໂຈມຕີ ເປັນຄັ້ງທີ 2


ຫ້ອງການຊັບພະຍາກອນມະນຸດຂອງລັດຖະບານສະຫະລັດ ປາ
ກົດວ່າໄດ້ຕົກເປັນຜູ້ເຄາະຮ້າຍຄັ້ງທີສອງ ໃນການໂຈມຕີທາງອິນ
ເຕີແນັດ. ເປັນທີ່ເຊື່ອກັນວ່າ ພວກແຮັກເກີ້ທີ່ພົວພັນກັບຈີນເປັນຜູ້
ຮັບຜິດຊອບ ໃນການໂຈມຕີທາງອິນເຕີແນັດ ທັງສອງຄັ້ງ ຊຶ່ງເປັນ
ການກ່າວອ້າງທີ່ຈີນເວົ້າວ່າ “ຂາດຄວາມຮັບຜິດຊອບ” ນັ້ນ.

ເຈົ້າໜ້າທີ່ສະຫະລັດທີ່ຂໍສະຫງນຊື່ ກ່າວວ່າ ການໂຈມຕີຄັ້ງທີສອງ
ຕໍ່ຫ້ອງການຄຸ້ມຄອງພະນັກງານຂອງລັດຖະບານກາງສະຫະລັດຫຼື
OPM ໄດ້ປ່ອຍໃຫ້ພວກແຮັກເກີ້ ເຂົ້າໄປເຖິງຂໍ້ມູນ ທີ່ມີຄວາມສຳ
ຄັນສູງ ທີ່ຖືກສົ່ງໃຫ້ໂດຍພວກເຈົ້າໜ້າທີ່ສືບລັບແລະທະຫານເພື່ອ
ຂໍອະນຸຍາດ ເຂົ້າໄປເບິ່ງເອກະສານລັບໄດ້ ທີ່ເອີ້ນວ່າ security
clearance ຈາກພະແນກການຕ່າງໆຮວມທັງອົງການສືບລັບຊີໄອເອແລະອົງການຄວາມ ໝັ້ນຄົງແຫ່ງຊາດ.

ຂໍ້ມູນສ່ວນໂຕທີ່ສຳຄັນເຫຼົ່ານີ້ຊຶ່ງຕ້ອງໄດ້ຮັບອະນຸຍາດເສຍກ່ອນ ກ່ອນທີ່ຈະເຂົ້າໄປເບິ່ງໄດ້ ແມ່ນຮວມທັງຂໍ້ມູນກ່ຽວໂຣກຈິດ ການໃຊ້ຢາເສບຕິດ ແລະກິນເຫຼົ້າ ການຈັບກຸມໃນອະດີດ ຜ່ານມາແລະການລົ້ມລະລາຍ. ນອກນັ້ນ ຜູ້ຍື່ນຍັງຈະຕ້ອງສະໜອງຂໍ້ມູນກ່ຽວກັບການຕິດ ຕໍ່ຕ່າງໆແລະຍາດພີ່ນ້ອງ ຊຶ່ງອາດຈະເປີດເຜີຍໃຫ້ຮູ້ກ່ຽວກັບພີ່ນ້ອງທີ່ເປັນຄົນຕ່າງປະເທດ ຂອງພະນັກງານສືບລັບສະຫະລັດທີ່ຈະຖືກຂູ່ເຂັນບັງຄັບ.

ໃນການໂຈມຕີຄັ້ງທຳອິດ ຕໍ່ອົງການ OPM ຊຶ່ງໄດ້ມີການປະກາດໃຫ້ຊາບໃນອາທິດແລ້ວ
ນີ້ ພວກແຮັກເກີ້ມີລາຍງານວ່າໄດ້ລັກຂະໂມຍເອົາຂໍ້ມູນຄວາມລັບທີ່ສຳຄັນສ່ວນໂຕ ຂອງ ພະນັກງານລັດຖະບານກາງຫລາຍລ້ານຄົນ. ອົງການ OPM ກ່າວວ່າ ອາດມີພະນັກງານ ລັດຖະບານກາງ ທັງໃນປັດຈຸບັນແລະອະດີດຫຼາຍເຖິງ 4 ລ້ານຄົນ ໄດ້ຮັບຜົນກະທົບຈາກ ການໂຈມຕີເມື່ອເດືອນທັນວາປີກາຍນີ້.

ແຕ່ແນວໃດກໍຕາມ ສະຫະພັນກຳມະບານພະນັກງານລັດຖະບານອາເມຣິກັນຫລື AFGE ກ່າວໃນວັນພະຫັດຜ່ານມານີ້ວ່າ ພວກແຮັກເກີ້ແມ່ນມີຂໍ້ມູນສ່ວນໂຕ ຂອງພະນັກງານລັດ ຖະບານກາງທັງໝົດຢູ່ໃນຄວາມຄອບຄອງຂອງຕົນ.

ສະຫະພັນກຳມະບານ AFGE ເວົ້າວ່າ ການຮົ່ວໄຫລດັ່ງກ່າວນີ້ແມ່ນສະແດງໃຫ້ເຫັນເຖິງ ຄວາມລົ້ມແຫຼວຢ່າງຮ້າຍແຮງສຸດ ຂອງທາງອົງການ ໃນການປົກປ້ອງຄຸ້ມຄອງຂໍ້ມູນທີ່ໄດ້ ຖືກມອບຄວາມໄວ້ວາງໃຈໃຫ້ ໂດຍພວກພະນັກງານຂອງລັດຖະບານກາງ.

US Government Hacking
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG