ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ​ແນະນຳໃຫ້ ຜູ້ມີ​ອາຍຸ 15 ຫາ 65 ປີ ​ກວດ​ເບິ່ງເຊື້ອ​ HIV


ລັດຖະບານສະ​ຫະລັດ ​ສະ​ເໜີ​ແນະ​​ໃຫ້ທຸກໆ​ຄົນທີ່​ມີ​ອາຍຸລະ​ຫວ່າງ​
15 ຫາ 65 ປີ ​ພາກັນ​​ໄປ​ກວດ​ເບິ່ງວ່າ​ຕົນ​ຕິດເຊື້ອ​ HIV
ລັດຖະບານສະ​ຫະລັດ ​ສະ​ເໜີ​ແນະ​​ໃຫ້ທຸກໆ​ຄົນທີ່​ມີ​ອາຍຸລະ​ຫວ່າງ​ 15 ຫາ 65 ປີ ​ພາກັນ​​ໄປ​ກວດ​ເບິ່ງວ່າ​ຕົນ​ຕິດເຊື້ອ​ HIV
ບັນດາ​ນາຍ​ແພດ​ແລະ​ນັກວິທະຍາສາດຈຸ​ນຶ່ງ ທີ່​ໄດ້​ຮັບ​ການ​ໜຸນ
ຫຼັງຈາກ ລັດຖະບານສະ​ຫະລັດ ​ສະ​ເໜີ​ແນະໃຫ້ທຸກໆ​ຄົນທີ່​ມີ​
ອາຍຸລະ​ຫວ່າງ​ 15 ຫາ 65 ປີ ​ພາກັນໄປ​ກວດ​ເບິ່ງວ່າ​ຕົນ​ຕິດເຊື້ອ​
HIV ຫຼືບໍ່ ຊຶ່ງ​ເປັນໄວ ຣັສທີ່​ພາ​ໃຫ້​ເປັນ​ໂຣກ AIDS ນັ້ນ.


​ຄະນະ​ກໍາມະການຮັບຜິ​ດຊອບ​ ກ່ຽວ​ກັບ​ການປ້ອງ​ກັນ​ ການແຜ່
ລະບາດ ຂອງພະ​ຍາດທີ່​ມີ​ອິດ​ທິພົນ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
ການ​ສະ​ເໜີ​ແນະ ຂອງ​ຕົນ​ຄັ້ງ​ກ່ອນ ແມ່ນ​ໃຫ້​ກວດແຕ່ພ່ຽງບຸກຄົນ​
ທີ່ມີ​ຄວາມ​ສ່ຽງສູງ​ເທົ່າ​ນັ້ນ. ​ແຕ່​ມາບັດ​ນີ້ ຄະນະ​ກຳມະການ​ກ່າວ​
ວ່າຫລາຍເຖິງ 25 ເ​ປີ​ເຊັ​ນ ຂອງ​ຊາວ​ອາ​ເມຣິກັນ​ຫລາຍ​ກວ່າ 1
ລ້ານ​ຄົນ ທີ່​ຕິດ​ເຊື້ອ HIV ນັ້ນ ບໍ່​ຮູ້ສຶກໂຕວ່າເຂົາ​ເຈົ້າຕິດ​ເຊື້ອ​
ໄວຣັສດັ່ງກ່າວ.

ກຸ່ມໃຫ້ການ​ສະໜັບ​ສະ​ໜຸນ​ຕໍ່​ພວກ​ຄົນ​ປ່ວຍ​ ທີ່ເປັນໂຣກ AIDS ຮ້ອງ​ການສະ​ເໜີ​ແນະໃນ​ວັນ​ຈັນ​ວານ​ນີ້​ວ່າ “​ເປັນ​ການ​ປ່ຽນແປງ​ທີ່​ສຳຄັນ” ​ ກ່ຽວ​ກັບ​ວ່າ ​ເຊື້ອ​ HIV ສາມາດປ້ອງກັນ​ໄດ້ ວິນິດ​ໄສ ​ແລະ​ປິ່ນ​ປົວ​ໄດ້​ແບບ​ໃດ.

ບັນດາ​ຜູ້ຊ່ຽວຊານກ່າວ​ວ່າ ການ​ວິນິດ​ໄສ​ຫຼືກວດ​ພົບ​ແຕ່​ຫົວທີ​ນັ້ນ ສາ ມາດຫຼຸດຜ່ອນ​ຄວາມສ່ຽງ​ໃນ​ການ​ແຜ່​ລະບາດຂອງ​ໂຣກAIDS ​ໄດ້​ເຖິງ 96 ​ເປີ​ເຊັນ.
XS
SM
MD
LG