ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ມອບ ອຸບປະກອນການແພດ ກວດພະຍາດປອດແຫ້ງ ໃຫ້ແກ່ຫວຽດນາມ


ບັນດາທ່ານໝໍຜ່າຕັດຫວຽດນາມ ກໍາລັງຜ່າຕັດ ນາຍ Mao Xuan Gio ອາຍຸ 58 ປີທີ່ເປັນມະເຮັງປອດ ຢູ່ໂຮງໝໍຂອງສະຖາບັນ Tuberculosis and Respiratory Diseases ນະຄອນຫຼວງ ຮ່າໂນ່ຍ ໃນວັນທີ່ 9 ເດືອນເມສາ.
ບັນດາທ່ານໝໍຜ່າຕັດຫວຽດນາມ ກໍາລັງຜ່າຕັດ ນາຍ Mao Xuan Gio ອາຍຸ 58 ປີທີ່ເປັນມະເຮັງປອດ ຢູ່ໂຮງໝໍຂອງສະຖາບັນ Tuberculosis and Respiratory Diseases ນະຄອນຫຼວງ ຮ່າໂນ່ຍ ໃນວັນທີ່ 9 ເດືອນເມສາ.

ສະຫະ​ຣັດ ອາ​ເມຣິກາ ​ໄດ້​ມອບ​ເຄຶ່ອງອຸປະ​ກອນ​ໃໝ່​ໃຫ້​ແກ່ຫວຽດນາ​ມ ​ເພື່ອ​ຊ່ວຍເລັ່ງລັດ ​
ໃນການກວດຫາ​ພະຍາດປອດ​ແຫ້ງ ​ຫຼື TB ທີ່​ຕ້ານທານຢານັ້ນ.

ອົງການ​ຢູ​ເສດຂອງສະຫະຣັດ ກ່າວ​ວ່າ​ໄດ້​ສົ່ງ​ເຄື່ອງ​ອຸປະກອນວິ​ໄຈຈຸ​ທຳ​ອິດສອງ​ໜ່ວຍ
ຂອງ​ຈໍາ​ນວນທັງ​ໝົດ 17 ໜ່ວຍທີ່​ໄດ້​ວາງ​ແຜນ​ສົ່ງ​ໄປ​ໃຫ້ຫວຽດນາມ ເພື່ອກວດຫາ​ພະຍາດ
ເຊື້ອພະຍາດ​ດັ່ງກ່າວ ໃນ​ວັນ​ຈັນ​ວານ​ນີ້.

ອົງການ​ຢູ​ເສດ ​ໄດ້​ກ່າວ​ເພີ້​ມ​ເຕີມ​ອີກ​ວ່າ ​ເຄື່ອງ​ຈັກ​ດັ່ງກ່າວ​ນີ້ຈະ​ຊ່ວຍ​ໃຫ້​ນາຍ​ແພດ ສາມາດ
ກວດ​ຫາ​ເຊື້ອ TB ທີ່​ຕ້ານທານ​ຢາ ພາຍໃນ​ສອງ​ຊົ່ວ​ໂມງ​ເທົ່າ​ນັ້ນ ​ແທນ​ທີ່​ຈະໄຊ້​ເວລາ​ຫຼາຍ
ເດືອນດັ່ງ​ທີ່​ຜ່ານ​ມາ.

ສາຍ​ພັນການ​ຕ້ານ​ທານຢາ​ຫລາຍໆ​ຊະ​ນິດຂອງພະຍາດ​ປອດ​ແຫ້ງ ບໍ່ໄດ້ຕອບ​ຮັບ​ໃດໆ​ຕໍ່
ຢາ​ຕໍ່ຕ້ານ​ປະຕິ​ຊີວະ​ນະ​ທໍາ​ມະ​ດາ ທີ່​ໄດ້​ສັ່ງ​ໃຫ້​ແກ່​ພວກເປັນ​ພະຍາດ​ປອດ​ແຫ້ງ.

ເຄື່ອງມືໃໝ່​ສຳ​ຫຼັບຫ້ອງ​ວິ​ໄຈ​ ພ້ອມ​ທັງ​ແຜ່ນ​ກວດ​ສອບ​ພະຍາດຈໍານວນ 12,000 ​ແຜ່ນ​ນັ້ນ
ຈະ​ໄດ້​ນໍາ​ໄປ​ແຈກ​ຢາຍ​ໃຫ້​ແກ່ໂຮງໝໍ ​ແລະຄລິ​ນິກປົວພະຍາດ​ປອດ​ແຫ້ງ ຢູ່​ໃນກວ່າ 10 ​
ແຂວງ​ຂອງຫວຽດນາມ.

XS
SM
MD
LG