ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍພົນສະຫະລັດ ຖືກຍິງຕາຍ ຢູ່ອັຟການິສຖານ (ວິດີໂອ/ສະໄລດ໌)


ທີ່​ອັຟກາ​ນິສຖານ ຜູ້​ຊາຍ​ຄົນ​ນຶ່ງທີ່​ນຸ່ງ​ເຄື່ອງ​ແບບທະ​ຫານອັຟກາ​ນິສຖານ ​ໄດ້​ຍິງແລະ​ສັງຫານ ນາຍ​ພົນສະຫະລັດຄັນ​ນຶ່ງ ​ແລະ​ເຮັດ​ໃຫ້ທະ​ຫານ​ສະຫະລັດ ​ແລະ ທະຫານ​ນາໆ​ຊາດ​ ​ໄດ້​ຮັບບາ​ດເຈັບ​ອີກ​ຫລາຍ​ເຖິງ 15 ຄົນ ຢູ່ນະຄອນຫລວງ Kabul ​ໃນ​ວັນ​ອັງຄານ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ສະ​ຫະລັດ ​ໄດ້ລະບຸ​ຊື່​ສຽງ​ນາຍ​ທະຫານຄົນ​ດັ່ງ
ກ່າວ​ວ່າ ແມ່ນ​ ນາຍ​ພົນ​ຕີ Harold Greene ທີ່​ໄດ້ຮັບ​ໃຊ້​ກອງ​ທັບ
​ມາ​ໄດ້ 34 ປີ​ແລ້ວ. ທ່ານ​ເປັນ​ນາຍ​ທະຫານຊັ້ນ​ສູງສຸດຂອງ​ສະຫະ
ລັດ ທີ່​ໄດ້​ຖືກ​ສັງຫານ​ໃນ​ຂະນະ​ປະຕິບັດ​ໜ້າ​ທີ່ ນັບຕັ້ງ​ແຕ່ສົງ​ຄາມ
​ໃນອັ​ຟການິສຖານ ​ໄດ້​ເລີ້ມຂື້ນໃນ​ປີ 2001.

ນາຍ​ພົນ Greene ​ແລະ​ບຸກຄົນ​ອຶ່ນໆ ຮວມທັງນາຍ​ພົນເຢຍລະ​ມັນຄົນ​ນຶ່ງ ​ໄດ້ຖືກ​ຍິງ ​ໃນ​ລະຫວ່າງ​ການ​ຢ້ຽມ​ຢາມ​ຕາມ​ປົກກະຕິ ທີ່ມະຫາວິທະຍາ​ໄລ​ປ້ອງ​ກັນຊາ​ດ Marshal Fahim ຊຶ່ງ​ເປັນ​ສູນ​ກາງອົບ​ໂຮມ​ທະຫານ​ ໃນນະຄອນ​ຫລວງ Kabul.

ກະຊວງປ້ອງ​ກັນ​ປະ​ເທດອັ​ຟກາ​ນິສຖານ ກ່າວ​ເຖິງມື​ປືນ​ວ່າ ເປັນ​ພວກ​ກໍ່​ການ​ຮ້າຍ​ໃນ​ຊຸດ
ເຄື່ອງ​ແບບທະຫານອັຟກາ​ນິສຖານ. ຜູ້ກ່ຽວ​ກໍ​ໄດ້​ຖືກຍິງ​ຕາຍ​ຄື​ກັນ.

ວີດີໂອ: ໂຄສົກທຳນຽບຫ້າແຈ ປະກາດຂ່າວການໂຈມຕີ ຕໍ່ສື່ມວນຊົນ, ວັນທີ 5 ສິງຫາ:

AFGHANISTAN SOTVO
please wait
Embed

No media source currently available

0:00 0:01:05 0:00

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະຫະລັດແລະ​ອັ​ຟກາ​ນິສຖານ ​ເຊື່ອວ່າ ການ​ໂຈມ​ຕີ​ຄັ້ງ​ນີ້​ເປັນການ
ກະທຳ​ຂອງ​ຄົນ​ພາຍ​ໃນ ກໍຄືທະຫານອັ​ຟການິສຖານ ຫັນ​ມາ​ໂຈມ​ຕີທະຫານສະຫລັດ ​
ແລະ​ກຳລັງຂອງ​ພັນທະ​ມິດ.

ປະທານາທິບໍດິອັຟການິສຖານ ທ່ານ Hamid Karzai ​ໄດ້​ປະນາມ​ການ​ຍິງສັງຫານ​ດັ່ງ
ກ່າວ ​ແລະ​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ ນຳ​ຜູ້​ເຄາະ​ຮ້າຍ​ທຸກໆ​ຄົນ​.

ອົງການສະຫະ​ປະຊາ​ຊາດ​ໃນອັ​ຟກາ​ນິສຖານ ກ່າວເຖິງ​ເຫດຮ້າຍ​ຄັ້ງ​ນີ້​ວ່າ ​ເປັນ​ໂສກ​ນາດຕະກຳ.

XS
SM
MD
LG