ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Gates ອອກກິນເບ້ຍບຳນານ ໃນມື້ນີ້


ປະທານາທິບໍດີບາຣັກໂອບາມາ ແລະລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Robert Gates ໃນພິທີ ອຳລາຂອງກອງທັບສະຫະລັດ ຕໍ່ທ່ານ Gates ທີ່ທຳນຽບ 5 ແຈ (30 ມິຖຸນາ 2011)
ປະທານາທິບໍດີບາຣັກໂອບາມາ ແລະລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Robert Gates ໃນພິທີ ອຳລາຂອງກອງທັບສະຫະລັດ ຕໍ່ທ່ານ Gates ທີ່ທຳນຽບ 5 ແຈ (30 ມິຖຸນາ 2011)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ອອກກິນເບ້ຍບຳ
ນານໃນວັນພະຫັດມື້ນີ້ຫຼັງຈາກໄດ້ເປັນຜູ້ກຳກັບນຳພາທຳນຽບ 5 ແຈມາເປັນເວລາດົນກວ່າ
4 ປີ ໃນໄລຍະທີ່ສຳຄັນໃນການເຮັດສົງຄາມຂອງສະຫະລັດຢູ່ໃນອີຣັກແລະອັຟການິສຖານ.

ທ່ານໄດ້ເຂົ້າຮັບຕຳແໜ່ງ ໃນທ້າຍປີ 2006 ພາຍໃຕ້ລັດຖະບານ ຂອງປະທານາທິບໍດີ
George W. Bush ໃນເວລານັ້ນ ແທນອະດີດ ລັດຖະມົນຕີປ້ອງກັນປະເທດ Donald
Rumsfeld ແລະໄດ້ເປັນຜູ້ກຳກັບນຳການສົ່ງກຳລັງທະຫານໄປເພີ່ມຢູ່ໃນອີຣັກ ທີ່ພວກ
ນັກວິເຄາະກ່າວວ່າ ​ໄດ້ຊ່ອຍຕ່າວປີ້ນສະຖານະການຢູ່ໃນປະເທດດັ່ງກ່າວ.

ທ່ານ Gates ຍັງຮັບຕຳແໜ່ງເປັນລັດຖະມົນຕີປ້ອງກັນປະເທດຢູ່ຕໍ່ມາ ຫຼັງຈາກປະທານາທິ
ບໍດີບາຣັກໂອບາມາໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງແລະໄດ້ສັ່ງໃຫ້ສົ່ງກຳລັງທະຫານໄປເພີ່ມ ຢູ່ໃນອັຟການິສຖານນັ້ນ. ທ່ານ Gates ອອກກິນເບ້ຍບຳນານຂະນະທີ່ສະຫະລັດພວມກຽມ
ຈະຖອນທະຫານອອກຈາກອັຟການິສຖານ ຊຶ່ງຈຳນວນ 10,000 ຄົນຈະຖອນອອກພາຍໃນ
ທ້າຍປີນີ້ແລະອີກ 23,000 ຄົນ ພາຍໃນເດືອນກັນຍາປີ 2012.

ໃນການກ່າວຄຳອາລາ ຕໍ່ພວກທະຫານອະເມຣິກັນ ໃນມື້ວັນພຸດວານນີ້ທ່ານ Gates ໄດ້
ຂອບອົກຂອບໃຈພວກທະຫານ ແລະຄອບຄົວເຂົາເຈົ້າທຸກໆຄົນແລະເວົ້າວ່າ ການອຸທິດຕົນ
ແລະຄວາມກ້າຫານຂອງພວກເຂົາເຈົ້າ​ໄດ້ເຮັດໃຫ້ສະຫະລັດມີຄວາມປອດໄພ. ທ່ານເວົ້າອີກ
ວ່າຄວາມພະຍາຍາມຂອງພວກເຂົາເຈົ້າໄດ້ເຮັດໃຫ້ສົງຄາມໃນອີຣັກສິ້ນສຸດລົງດ້ວຍຄວາມສຳ
ເລັດຜົນແລະພວມຕ່າວ ປີ້ນສະຖານະ​ການ ຢູ່ໃນອັຟການິສຖານ.

ທ່ານ Leon Panetta ຜູ້ຊຶ່ງເປັນຫົວໜ້າໜ່ວຍສືບລັບຊີໄອເອຂອງສະຫະລັດຈະເຂົ້າກຳຕຳ
ແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດແທນທ່ານ Gates

XS
SM
MD
LG